Homeທຸລະກິດມານດາ ເດິ ລາວ ຮ້ານອາຫານທີ່ໄດ້ແຮງບັນດານໃຈຈາກສີມືແມ່

ມານດາ ເດິ ລາວ ຮ້ານອາຫານທີ່ໄດ້ແຮງບັນດານໃຈຈາກສີມືແມ່

Published on

ຮ້ານອາຫານ ມານດາ ເດີ ລາວ ເປີດໃຫ້ບໍລິການອາຫານຫຼວງພະບາງຕັ້ງແຕ່ປີ 2015, ຖືເປັນຮ້ານອາຫານ ເອື້ອຍນ້ອງກັບໂຮງແຮມ ເມຊົງ ດາລາບົວ. ຮ້ານອາຫານມານດາ ເດີ ລາວ ເສີບອາຫານລາວພື້ນເມືອງ ທີ່ມີ ຄວາມຄິດສ້າງສັນໃນການຈັດແຕ່ງ. ຮ້ານອາຫານຕັ້ງຢູ່ແຄມໜອງບົວທໍາມະຊາດ, ທຸກໆເມນູທີ່ທາງຮ້ານ ອາຫານຄັດສັນມານັ້ນມີລົດຊາດແຊບຊ້ອຍ ນັ່ງຮັບປະທານໃນບັນຍາກາດທີ່ງຽບສະຫງົບ.

ຮ້ານອາຫານແຫ່ງນີ້ກໍາເນີດໂດຍມານດາຂອງເຈົ້າເອງຮ້ານອາຫານເອງກໍ່ຄື ແມ່ຜິວ, ເພິ່ນເກີດໃນປີ 1930 ໃນຄອບຄົວທີ່ມີຊື່ສຽງໃນທ້ອງຖິ່ນ. ຕອນຍັງນ້ອຍ, ແມ່ຜິວໄດ້ຮຽນເຮັດອາຫານພື້ນເມືອງຈາກແມ່ຂອງເພິ່ນ ແລະ ເມື່ອເພິ່ນໄດ້ສ້າງຄອບຄົວຂອງເພິ່ນເອງ, ເພິ່ນໄດ້ຖ່າຍທອດທັງຄວາມຮູ້ ແລະ ສູດອາຫານຂອງ ເພິ່ນໃຫ້ແກ່ລູກຫຼານຮຸ່ນຫຼັງເພື່ອສືບທອດຕໍ່ໄປ

ຫຼາຍໆເມນູຂອງຮ້ານອາຫານໄດ້ກາຍເປັນເມນູເອກະລັກຂອງຮ້ານອາຫານ ມານດາ ເດິ ລາວ ໂດຍສະເພາະແມ່ນເມນູ ເປັດ ໝາກຂາມ ຫຼື ຫຸ່ມເປັດໃສ່ໝາກຂາມປຽກ ທີ່ເສີບພ້ອມກັບຜັກພື້ນເມືອງ. ພ້ອມດຽວກັນ, ຍັງມີອີກໜຶ່ງ ເມນູທີ່ໜ້າສົນໃຈກໍ່ຄື ສະລັດຫຼວງພະບາງ ເສີບພ້ອມໄຂ່ລູກເຂີຍແບບພື້ນເມືອງ; ນອກນັ້ນທາງຮ້ານອາຫານຍັງມີເມນູຂອງຫວານ  ສັງຂະຫຍາໝາກພ້າວ ຫຼື ໜຶ້ງຄຣີມໝາກພ້າວ ເຊິ່ງຄ້າຍຄືຂະໜົມແຄມບຸເລຂອງສາຝຣັ່ງ ເພື່ອເປັນເມນູປິດທ້າຍ.

ເຖິງແມ່ນວ່າໃນລາວ ຫຼື ໃນໂລກຈະປ່ຽນແປງໄປແນວໃດ,. ແຕ່ຮ້ານອາຫານ ມານດາ ເດີ ລາວ ກໍຍັງຄົງເອກະລັກຂອງອາຫານ, ປະເພນີໃນການກິນຢູ່ ແລະ ຄວາມຕັ້ງໃຈຂອງແມ່ຜິວ, ເພື່ອແບ່ງປັນອາຫານການກິນດັ່ງໃນເມື່ອກ່ອນ.

 

 

ແຫຼ່ງຂໍ້ມູນ ແລະ ຮູບພາບ: ວາລະສານຈໍາປາເມືອງລາວສະບັບເດືອນພະຈິກ-ທັນວາ 2018

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...