spot_img
Homeຂ່າວທ້ອງຖິ່ນຄຊກລ ຕ້ອງການງົບ 437 ຕື້ກວ່າກີບ ເພື່ອເກັບກູ້ລະເບີດບໍ່ທັນແຕກ

ຄຊກລ ຕ້ອງການງົບ 437 ຕື້ກວ່າກີບ ເພື່ອເກັບກູ້ລະເບີດບໍ່ທັນແຕກ

Published on

ປີ 2019, ຄະນະກຳມະທິການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ (ຄຊກລ) ຕ້ອງການງົບປະມານຫຼາຍກວ່າ 51 ລ້ານໂດລາສະຫະລັດ ຫຼື 437 ຕື້ກວ່າກີບ ເຂົ້າໃນວຽກງານເກັບກູ້ລະເບີດຕົກຄ້າງ ໂດຍໄດ້ແບ່ງງົບປະມານອອກເປັນ 5 ພາກສ່ວນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະທານຄະນະກຳມະທິການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ (ຄຊກລ) ໄດ້ກ່າວໃນກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກໃນວັນທີ 2 ພະຈິກ 2018 ວ່າ: ໃນການປະຕິບັດວຽກງານຜ່ານມາ ຍັງມີຂໍ້ບົກຜ່ອງຈຳນວນໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນປີຕໍ່ໆໄປ ດັ່ງນັ້ນ, ປີ 2019 ຄຊກລ ຕ້ອງການທຶນທັງໝົດ 51,46 ລ້ານໂດລາ ຫຼື ປະມານ 437,41 ຕື້ກີບ ເຊິ່ງຈະນຳໃຊ້ເຂົ້າໃນວຽກງານການສຳຫຼວດບໍ່ເປັນວິຊາການ ແລະ ວິຊາການ 34,7 ລ້ານໂດລາ; ສຳລັບກການກວດກູ້ລະເບີດບໍ່ທັນແຕກ 11,4 ລ້ານໂດລາ; ຊ່ວຍເຫຼືອປະກອບອາຊີບ ແລະ ສ້າງເສດຖະກິດຄອບຄົວໃຫ້ຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກຈຳນວນ 300 ຄົນ ລວມມູນຄ່າ 4,6 ລ້ານໂດລາ; ການໂຄສະນາທີ່ມາ ແລະ ຄວາມອັດຕະລາຍຂອງລະເບີດບໍ່ທັນແຕກ ຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບໃນທົ່ວປະເທດ 1 ລ້ານໂດລາ; ສ້າງຄວາມເຂັ້ມແຂງໃຫ້ກອງເກັບກູ້ລະເບີດມະນຸດສະທຳໃຊ້ງົບປະມານ 1,4 ລ້ານໂດລາ ແລະ ງົບປະມານໃນການບໍລິຫານຫ້ອງການ ຄຊກລ 2,5 ລ້ານໂດລາ.

ທັງນີ້, ເພື່ອເປັນການປະຕິບັດຕາມຕົວເລກຄາດໝາຍແຜນການ 5 ປີ ແລະ ຄາດໝາຍເອັດດີຈີ18 ໃນດ້ານການຊ່ວຍເຫຼືອຜູ້ລອດຊີວິດ, ການສຳຫຼວດ ແລະ ກວດກູ້ລະເບີດບໍ່ທັນແຕກໃຫ້ບັນລຸຕາມທີ່ວາງໄວ້. ນອກຈາກນັ້ນ. ກະຊວງແຜນການ ແລະ ການລົງທຶນ ກໍໄດ້ເອົາເຂົ້າແຜນງົບປະມານແຫ່ງລັດໃນປີ 2019 ໃນການກວດກູ້ລະເບີດບໍ່ທັນແຕກໃຫ້ແລ້ວ 1,42 ຕື້ກີບ ເພື່ອຮັບໃຊ້ຈຸມສຸມພັດທະນາ ແລ ດິນທີ່ປະຊາຊົນບັນດາເຜົ່າຕ້ອງການນຳໃຊ້ໃນຈຳນວນ 15 ເຮັກຕາໃນແຕ່ລະປີ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: questformore.com

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...