spot_img
Homeຂ່າວທ້ອງຖິ່ນກວດພົບນໍ້າດື່ມບໍລິສຸດບໍ່ໄດ້ມາດຕະຖານຈາກ 3ໂຮງງານ ທີ່ ສປປ ລາວ

ກວດພົບນໍ້າດື່ມບໍລິສຸດບໍ່ໄດ້ມາດຕະຖານຈາກ 3ໂຮງງານ ທີ່ ສປປ ລາວ

Published on

ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ການວັດແທກ ແຂວງເຊກອງ ລົງກວດກາຜະລິດຕະພັນສິນຄ້າຫຸ້ມຫໍ່ພາຊະນະບັນຈຸປິດ (ນໍ້າດື່ມບໍລິສຸດ) ທີ່ເມືອງ ທ່າແຕງວັນທີ 31 ຕຸລາ 2018 ທີ່ຜ່ານມາ ເຊິ່ງກວດພົບໂຮງງານນໍ້າດື່ມ 3 ແຫ່ງ ທີ່ບໍ່ຖືກຕ້ອງຕາມຜະລິດຕະພັນສິນຄ້າຫຸ້ມຫໍ່ພາຊະນະບັນຈຸປິດ ແລະ ສັ່ງໃຫ້ເຈົ້າຂອງໂຮງງານນໍ້າດື່ມ ເລັ່ງປັບປຸງໃຫ້ຖືກຕ້ອງຕາມມາດຕະຖານຂອງການຜະລິດນໍ້າດື່ມບໍລິສຸດ ສປປ ລາວ.

ທ່ານ ບຸນປະຄອງ ສິມມາວັດ ຮອງຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ການວັດແທກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນທົ່ວແຂວງ ເຊກອງມີໂຮງງານຜະລິດນໍ້າດື່ມບໍລິສຸດທັງໝົດ 9 ແຫ່ງ; ມີໂຮງງານນໍ້າດື່ມທີ່ເມືອງ ທ່າແຕງ 3 ແຫ່ງ. ຜ່ານການກວດສອບທັງ 3 ໂຮງງານຄື: ໂຮງງານໍ້າດື່ມດອກບົວທອງ ບ້ານ ໂກງຕາຢູນ, ໂຮງງານຜະລິດນໍ້າດື່ມຍອດນໍ້າເຊໂດນ ບ້ານ ທ່າແຕງໃຕ້ ແລະ ໂຮງງານຜະລິດນໍ້າດື່ມກາເຟທອງ ບ້ານ ກາເຟ ເຫັນວ່າບໍລິມາດນໍ້າພາຍໃນຕຸກນໍ້າບໍ່ຖືກຕ້ອງຕາມສະຫຼາກຫຸ້ມຫໍ່ຕຸກ. ດັ່ງນັ້ນ, ຈິ່ງສະເໜີໃຫ້ຜູ້ດຳເນີນທຸລະກິດ ຫຼື ເຈົ້າຂອງໂຮງງານຜະລິດນໍ້າດື່ມ ປັບປຸງເພື່ອໃຫ້ຖືກຕ້ອງຕາມຄວາມເປັນຈິງ.

ທ່ານ ບຸນປະຄອງ ໄດ້ໃຫ້ຮູ້ອີກຕື່ມວ່າາ: ການລົງກວດສອບຄັ້ງນີ້, ໄດ້ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍການຄຸ້ມຄອງສິນຄ້າຫຸ້ມຫໍ່ໃນ ສປປ ລາວ ແລະ ວິທີການກວດສອບກໍໄດ້ປະຕິບັດຕາມກົດລະບຽບ-ຫຼັກການຂອງກົມມາດຕະຖານ ແລະ ການວັດແທກ ເພື່ອໃຫ້ມີຄວາມຖືກຕ້ອງ-ຊັດເຈນ ລວມເຖິງການບໍ່ເອົາປຽບກັນລະຫວ່າງຜູ້ດຳເນີນທຸລະກິດກັບຜູ້ຊົມໃຊ້ ແລະ ເຮັດໃຫ້ສັງຄົມມີຄວາມຍຸຕິທຳ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໝັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: http://jclao.com

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...