spot_img
Homeຂ່າວທ້ອງຖິ່ນເປີດໃຊ້ແອັບກົດໝາຍລາວ ໃນໂທລະສັບມືຖື

ເປີດໃຊ້ແອັບກົດໝາຍລາວ ໃນໂທລະສັບມືຖື

Published on

ກະຊວງຍຸຕິທຳ ເປີດນຳໃຊ້ແອັບກົດໝາຍລາວ ຮູບແບບທີ 3 (Version 3) ແຫ່ງ ສປປ ລາວ ຂຶ້ນໃນວັນທີ 2 ພະຈິກ 2018, ນະຄອນຫຼວງວຽງຈັນ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນກົດໝາຍຂອງ ສປປ ລາວ ພ້ອມທັງເພີ່ມຄວາມສະດວກ ແລະ ວ່ອງໄວຂຶ້ນຫຼາຍເທົ່າໃນການຄົ້ນຫາຂໍ້ມູນ.

ທ່ານ ເສີມສຸກ ສິມມະວົງ ຮອງລັດຖະມົນຕິ ກະຊວງຍຸດຕິທຳໄດ້ກ່າວຄຳເຫັນໃນງານເປີດນຳໃຊ້ແອັບດັ່ງກ່າວວ່າ: ໃນການສ້າງ, ພັດທະນາ ແລະ ການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານດ້ານກົດໝາຍ ໄດ້ສ້າງທຸກເງື່ອນໄຂໃຫ້ມີຄວາມສະດວກແກ່ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານທາງດ້ານກົດໝາຍດ້ວຍຫຼາຍຮູບແບບ ເຊິ່ງແອັບກົດໝາຍລາວນີ້, ໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 5 ທັນວາ 2016 ຜ່ານມາ.

ຄຽງຄູ່ກັບການພັດທະນາສື່ເອເລັກໂຕຣນິກໃຫ້ນັບມື້ນັບສົມບູນນັ້ນ, ກະຊວງຍຸດຕິທຳເຫັນວ່າການພັດທະນາແອັບກົດໝາຍເທິງໂທລະສັບມືຖື ມີຄວາມສຳຄັນ ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປັດຈຸບັນ. ດັ່ງນັ້ນ, ຈິ່ງສືບຕໍ່ສ້າງ ແລະ ພັດທະນາແອັບພລິເຄຊັນກົດໝາຍລາວມາເປັນຮູບແບບທີ 3 (Version 3) ເປັນຮູບແບບໂຄສະນາເຜີຍແຜ່ກົດໝາຍທີ່ມີຄວາມທັນສະໄໝ ໃນການຄົ້ນຫາກົດໝາຍເທິງມືຖືເພື່ອອຳນວຍຄວາມສະດວກແກ່ປະຊາຊົນບັນດາເຜົ່າ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...