spot_img
Homeຂ່າວທ້ອງຖິ່ນລາວ ເປັນເຈົ້າພາບເປີດກອງປະຊຸມພຸດທະສາສາະໜາ ໃນກາງເດືອນນີ້

ລາວ ເປັນເຈົ້າພາບເປີດກອງປະຊຸມພຸດທະສາສາະໜາ ໃນກາງເດືອນນີ້

Published on

ພະອາຈານໃຫຍ່ ມະຫາເວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ ຜູ້ຊີ້ນຳວຽກງານກຳມາທິການເຜີຍແຜ່ສິນລະທຳ ແລະ ປະຕິບັດກຳມະຖານທົ່ວປະເທດ ໄດ້ຖະແຫຼ່ງຂ່າວໃນວັນທີ 1 ພະຈິກ 2018, ນະຄອນຫຼວງວຽງຈັນ ວ່າ: ອົງການພຸດທະສາສະໜາລາວ ຈະເປັນເຈົ້າພາບໃນການປະຊຸມພຸດທະສາສາະໜາ 3 ປະເທດ (ລາວ-ກຳປູເຈຍ-ຫວຽດນາມ) ໃນວັນທີ 12 ພະຈິກ 2018 ທີ່ຫໍປະຊຸມແຫ່ງຊາດ ໂດຍມີການນຳຂັ້ນສູງຂອງອົງການພຸດທະສາສະໜາ 3 ປະເທດ ລວມທັງໝົດ 500 ອົງ.

ກອງປະຊຸມດັ່ງກ່າວທີ່ຈະຈັດຂຶ້ນໃນໄວໆນີ້, ເປັນຄັ້ງທຳອິດ ຂອງອົງການພຸດທະສາສະໜາລາວ-ກຳປູເຈຍ-ຫວຽດນາມ ທີ່ໄດ້ຈັດກອງປະຊຸມຂຶ້ນ ໂດຍພາຍໃຕ້ຫົວຂໍ້: “ເພີ່ມທະວີມູນເຊື້ອສາຍພົວພັນຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງອົງການພຸດທະສາສະໜາ 3 ປະເທດ ໃນເງື່ອນໄຂເຊື່ອມໂຍງກັບພາກພື້ນ ແລະ ສາກົນ” ເພື່ອເປັນການຍົກສູງບົດບາດອົງການພຸດທະສາສະໜາສຳພັນລາວ ໃນເວທີພາກພື້ນ ແລະ ສາກົນ ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີ ທີ່ເປັນມູນເຊື້ອຂອງປະຊາຊົນ 3 ຊາດ ໂດຍສະເພາະສາມອົງການພຸດທະສາສະໜາລາວ-ກຳປູເຈຍ-ຫວຽດນາມ.

ໃນກອງປະຊຸມດັ່ງກ່າວ, ຈະໄດ້ຮັບຟັງການປະກອບຄຳເຫັນຂອງຜູ້ແທນ 3 ປະເທດ ກ່ຽວກັບການພົວພັນຮ່ວມມືໃນວຽກງານພຸດທະສາສະໜາໃນໄລຍະຜ່ານມາ ແລະ ແລກປ່ຽນຄຳເຫັນທິດທາງໃນຕໍ່ໜ້າ ພ້ອມທັງຮັບຮອງເອົາບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງອົງການພຸດທະສາສະໜາລາວ-ກຳປູເຈຍ-ຫວຽດນາມ ແລະ ຮັບຮອງເອົາບົດບັນທຶກວ່າດ້ວຍການຮ່ວມມືຂອງປະທານອົງການພຸດທະສາສະໜາລະຫວ່າງສາມປະເທດ ສະບັບທຳອິດ. ນອກນັ້ນ, ຈະໄດ້ເຂົ້າຢ້ຽມຢາມການນຳຂັ້ນສູງຂອງພັກ-ລັດ, ທັດສະນະສຶກສາໃນສະຖານທີ່ສຳຄັນທາງພຸດທະສາສະໜາທາງດ້ານວັດທະນາທຳ, ປະຫວັດສາດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...