spot_img
Homeຂ່າວຕ່າງປະເທດຢີ່ປຸ່ນ ຕ້ອງການຮັບແຮງງານຕ່າງຊາດເພີ່ມ

ຢີ່ປຸ່ນ ຕ້ອງການຮັບແຮງງານຕ່າງຊາດເພີ່ມ

Published on

ລັດຖະບານຢີ່ປຸ່ນ ຮັບຮອງຮ່າງກົດໝາຍ ອອກວີຊ່າສຳລັບແຮງງານຕ່າງຊາດ ເພື່ອຫວັງແກ້ໄຂພາວະການຂາດແຄນແຮງງານໃນວຽກງານບາງປະເພດ ໂດຍວາງເງື່ອນໄຂອອກເປັນ 2 ແບບຄື: ສຳລັບແຮງງານທີ່ມີຄວາມສາມາດຕໍ່າ ແລະ ສຳລັບແຮງງານທີ່ມີຄວາມຮູ້ພາສາຢີ່ປຸ່ນ ເຊິ່ງແຜນເປີດນຳໃຊ້ໃນເດືອນ ເມສາ ປີໜ້າ.

ສຳນັກຂ່າວຕ່າງປະເທດລາຍານຈາກ ນະຄອນຫຼວງໂຕກຽວ ປະເທດຢີ່ປຸ່ນ ໃນວັນທີ 2 ພະຈິກ 2018 ວ່າ ໃນກອງປະຊຸມລັດຖະບານຢີ່ປູ່ນ ເຫັນດີຕົກລົງຮ່າງກົດໝາຍວ່າດ້ວຍການດຶງດູດແຮງງານຕ່າງຊາດ ຈາກຕ່າງປະເທດໃນໜ້າວຽກທີ່ຍັງຂາດແຄນ ໂດຍແບ່ງປະເພດຂອງການຂໍວີຊ່າອອກເປັນ 2 ແບບຄື: “ວີຊ່າທີ່ມີໄລຍະເວລາສູງສຸດ 5 ປີ ສຳລັບແຮງງານທີ່ມີຄວາມສາມາດຕໍ່າ ແລະ ເມື່ອຄົບກຳນົດບໍ່ສາມາດຕໍ່ອາຍຸໄດ້ອີກ; ອີກປະເພດໜຶ່ງສຳລັບແຮງງານທີ່ມີຄວາມສາມາດສູງ ທີ່ມີສັກກະຍະພາບໃນການເຮັດວຽກທີ່ໂດດເດັ່ນກວ່າຄົນອື່ນ ແລະ ຜ່ານການທົບສອບຄວາມຮູ້ພາສາຢີ່ປຸ່ນລະດັບດີ ສາມາດຕໍ່ອາຍຸວີຊ່າໄດ້ເມື່ອຄົບກຳນົດ 5 ປີ ສາມາດຍື່ນຄຳຮ້ອງຂໍຮັບການພິຈາລະນານຳສະມາຊິກໃນຄອບຄົວມາອາໄສຢູ່ນຳກັນໄດ້ ພ້ອມທັງມີສິດຍື່ນເອກະສານຂໍຮັບເປັນຜູ້ອາໄສຢູ່ຖາວອນ”.

ຢ່າງໃດກໍຕາມ ຮ່າງກົດໝາຍດັ່ງກ່າວ, ໄດ້ຮັບການວິພາກວິຈານຢ່າງໜັກ ເຊິ່ງມີແນວໂນ້ມສົ່ງຜົນເຮັດໃຫ້ຮ່າງກົດໝາຍອາດບໍ່ຜ່ານການອະນຸມັດໃນປີນີ້  ອາດຈະເລີ່ມອອກວີຊ່າໃນເດືອນ ເມສາ ປີໜ້າ ຕາມແຜນຂອງນາຍົກລັດຖະມົນຕີ ຊິນໂຊ ອາເບະ. ທັງນີ້, ດ້ານຜູ້ນຳຢີ່ປຸ່ນໄດ້ຢືນຢັນວ່າ: ລັດຖະບານຈະພິຈາລະນາສະເພາະແຕ່ແຮງງານທີ່ມີຄວາມສາມາດທີ່ແທ້ຈິງ ແລະ ສາມາດເຮັດວຽກໄດ້ທັນທີ ເພື່ອບັນເທົາຄວາມຕຶງຄຽດຂອງພາວະການຂາດແຄນແຮງງານໃນໜ້າວຽກທີ່ຕ້ອງການເທົ່ານັ້ນ ລວມມີວຽກກໍ່ສ້າງ, ພະຍາບານ, ໂຮງແຮມ, ກຳສິກຳ ແລະ ອຸສາຫະກຳບາງປະເພດ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: dailynews.co.th

ຮູບພາບຈາກ: pixabay.com

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...