spot_img
Homeຂ່າວຕ່າງປະເທດຜູ້ໂດຍສານຜິດກັບຄົນຂັບລົດ ດັບທຸກຊີວິດ

ຜູ້ໂດຍສານຜິດກັບຄົນຂັບລົດ ດັບທຸກຊີວິດ

Published on

ຕຳຫຼວດ ສປ ຈີນ ກ່າວເຖິງສາເຫດຂອງເຫດການລົດເມຕົກຂົວຂ້າມແມ່ນ້ຳວ່າ ເຫດການໄດ້ເກີດຂຶ້ນມາຈາກການຜິດຖຽງກັນລະຫວ່າງຜູ້ໂດຍສານຍິງສາວຄົນໜຶ່ງ ກັບຄົນຂັບລົດເມ ເຮັດໃຫ້ລົດເມໂດຍສານຕົກລົງກາງຂົວຂ້າມນ້ຳ ໃນເທດສະບານນະຄອນຊົງຊິ່ງ ທາງທິດຕະເວັນຕົກສ່ຽງໃຕ້ຂອງ ສປປ ຈີນ ໃນວັນທີ 28 ຕູລາ 2018 ຜ່ານມາ.

ສຳນັກຂ່າວເອພີ ລາຍງານຈາກເທດສະບານນະຄອນຊົງຊິ່ງ ສປປ ຈີນ ໃນວັນທີ 2 ພະຈິກ 2018 ວ່າ ເບິ່ງຈາກພາບກ້ອງວົງຈອນປິດດ້ວຍຄວາມຍາວ 8 ນາທີ ໂດຍຕຳຫຼວດເທດສະບານໄດ້ໂພສຜ່ານທາງອອນລາຍທ໌ ສະແດງໃຫ້ເຫັນພາບກ່ອນລົດເມໂດຍສານຄັນດັ່ງກ່າວຈະຕົກລົງ ເຊິ່ງເປັນພາບຂອງຜູ້ໂດຍສານຍິງຄົນນັ້ນກັບຊາຍຂັບລົດເມຜິດຖຽງກັນ ແລະ ຄຳຖະແຫຼງການຈາກເຈົ້າໜ້າທີ່ຕຳຫຼວດວ່າ: “ຜູ້ໂດຍສານຍິງຄົນດັ່ງກ່າວເປັນຜູ້ເລີ່ມຜິດຖຽງກັບຊາຍຂັບລົດເມ ຍ້ອນລົດເມກາຍບ່ອນທີ່ລາວຈະລົງ ເຮັດໃຫ້ລາວບໍ່ໄດ້ລົງທີ່ປ້າຍລົດເມປະຈຳທາງ ຈຶ່ງເປັນເຫດເຮັດໃຫ້ລົດເມໂດຍສານແລ່ນຂ້າມເລນ ແລະ ຕົກລົງຂົວຂ້າມນ້ຳໃນເທດສະບານນະຄອນຊົງຊິ່ງ ທາງທິດຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ.

ເຈົ້າໜ້າທີ່ສາມາດເກັບກູ້ສົບຜູ້ເສຍຊີວິດໄດ້ 13 ສົບຈາກແມ່ນ້ຳ ສ່ວນອີກ 2 ຄົນຍັງສູນເສຍ ເຊື່ອວ່າບໍ່ມີຄົນລອດຊີວິດ ລົດເມໂດຍສານໄດ້ຕຳກັບລົດອີກເທື່ອໜຶ່ງ ເພາະລົດເມຂວາງກັ້ນກາງເສັ້ນທາງຂ້າມເລນ ແລ້ວ ຕົກລົງໄປໃນແມ່ນ້ຳແຍງຊີ ໃນວັນທີ 28 ຕູລາ 2018 ຜ່ານມາ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: dailynews.co.th

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...