spot_img
Homeຂ່າວທ້ອງຖິ່ນເປີດຖ້ຽວບິນທຳອິດຫຼວງພະບາງ-ສາງຊ່າ ສປ ຈີນ

ເປີດຖ້ຽວບິນທຳອິດຫຼວງພະບາງ-ສາງຊ່າ ສປ ຈີນ

Published on

ເປີດຖ້ຽວບິນທຳອິດ ລະຫວ່າງຫຼວງພະບາງ-ສາງຊ່າ ສປ. ຈີນ-ຫຼວງພະບາງ ສປປ ລາວ. ເລີ່ມແຕ່ວັນທີ 31 ຕຸລາ 2018 ເປັນຕົ້ນໄປ ໂດຍນຳໃຊ້ເຮືອບິນແອບັດ 320 ຂອງລັດວິສາຫະກິດການບິນລາວ ເປັນຖ້ຽວບິນອອກທຸກໆວັນພຸດ.ນອກນັ້ນ, ຜູ້ທີ່ຈະເດີນທາງຈາກນະຄອນຫຼວງວຽງຈັນ ໄປສາງຊ່າ ຍັງສາມາດນຳໃຊ້ຖ້ຽວບິນດັ່ງກ່າວໄດ້ ໂດຍຜ່ານການບິນ (Transit) ສະໜາມບິນຫຼວງພະບາງ.

ລັດວິສາຫະກິດການບິນລາວ ຮ່ວມກັບ ບໍລິສັດທ່ອງທ່ຽວຫູໜານ (Hunan Xiangfeng International Aviation Services Co;LTD) ເປີດຖ້ຽວບິນໃໝ່ລະຫວ່າງແຂວງຫຼວງພະບາງ ສປປ ລາວ ຫາ ເມືອງສາງຊ່າ ແຂວງຫູໜານ ສປ ຈີນ  ແລະ ບິນຈາກສະໜາມບິນ ສາງຊ່າ ຫາ ຫຼວງພະບາງ ໃນວັນດຽວກັນ ໂດຍໃຊ້ເຮືອບິນແອບັດ 320 ຂອງລັດວິສາຫະກິດການບິນລາວ ເປັນຖ້ຽວບິນທຸກໆວັນພຸດ ເລີ່ມບິນແຕ່ວັນທີ 31 ຕຸລາ 2018 ເປັນຕົ້ນໄປ.  ການເປີດຖ້ຽວບິນດັ່ງກ່າວ, ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ນັກທຸລະກິດ ແລະ ຜູ້ໂດຍສານທົ່ວໄປທີ່ມີຄວາມຕ້ອງການເດີນທາງສາຍດັ່ງກ່າວ ເຊິ່ງຜູ້ທີ່ຈະເດີນທາງຈາກນະຄອນຫຼວງວຽງຈັນໄປສາງຊ່າ ຍັງສາມາດນຳໃຊ້ຖ້ຽວບິນນີ້ໄດ້ ໂດຍຜ່ານການບິນ (Transit) ສະໜາມບິນຫຼວງພະບາງ.

ການເປີດສາຍການບິນຄັ້ງນີ້, ຍັງສອດຄ່ອງກັບການປະຕິບັດຕາມນະໂຍບາຍຂອງພັກ-ລັດ ໃນການເປີດກວ້າງການຮ່ວມມືກັບບັນດາປະເທດໃນຂົງເຂດພາກພື້ນ ແລະ ສາກົນ ພ້ອມທັງສົ່ງເສີມປີທ່ອງທ່ຽວລາວ 2018  ໂດຍສະເພາະລະຫວ່າງແຂວງຫຼວງພະບາງ ເມືອງມໍລະດົກໂລກ ກັບ ແຂວງຫູໜານ ສປ ຈີນ ເປັນເມືອງທີ່ມີຊື່ສຽງດ້ານການທ່ອງທ່ຽວເປັນຕົ້ນແມ່ນ ແຫຼ່ງທ່ອງທ່ຽວຂົວແກ້ວຍາວທີ່ມີຄວາມສວຍງາມ, ທ່ອງທ່ຽວບ້ານເກີດປະທານເໝົາເຕໍເຈີຕຸງ ແລະ ບ່ອນອື່ນໆອີກຫຼາຍແຫ່ງ.

 

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ

ຮູບພາບຈາກ: camce.com.cn

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...