spot_img
Homeຂ່າວທ້ອງຖິ່ນຫຼຸດຜ່ອນມື້ ແລະ ເອກະສານຂຶ້ນທະບຽນທຸລະກິດຂະໜາດນ້ອຍ-ກາງ

ຫຼຸດຜ່ອນມື້ ແລະ ເອກະສານຂຶ້ນທະບຽນທຸລະກິດຂະໜາດນ້ອຍ-ກາງ

Published on

ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງລາວ ຈະມີການຫຼຸດຜ່ອນຂັ້ນຕອນການຄຸ້ມຄອງທຸລະກິດ ໃຫ້ມີຄວາມສະດວກກວ່າເກົ່າ ແລະ ສາມາດເຂົ້າເຖິງແຫຼ່ງທຶນເພື່ອປັບປຸງທຸລະກີດຂອງຕົນ ໂດຍປະຊາຊົນລາວຈະໄດ້ຮັບຜົນປະໂຫຍດສູງ ເນື່ອງຈາກ, ຈະຊຸກຍູ້ສົ່ງເສີມການສ້າງວຽງກເຮັດງານທຳເພີ່ມຂຶ້ນ ນຳໄປສູ່ການແຂ່ງຂັນຫຼາຍຂຶ້ນລາຄາສິນຄ້າຄ່ອຍຫຼຸດລົງ ແລະ ເພີ່ມທາງເລືອກໃຫ້ຜູ້ບໍລິໂພກ.

ວັນທີ 31 ຕຸລາ 2018 ສປປ ລາວ ໄດ້ເຊັນສັນຍາກັບທະນາຄານໂລກປະຈຳລາວ ພາຍໃຕ້ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ລົງນາມໂດຍ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນີໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ. ໂຄງການດັ່ງກ່າວ, ໄດ້ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ໃນການຫຼຸດຂັ້ນຕອນການຄຸ້ມຄອງທຸລະກິດ ເປັນການອຳນວຍຄວາມສະດວກດ້ານການຄ້າ, ປັບປູງຄວາມສາມາດໃນການແຂ່ງຂັນບໍລິສັດລາວທີ່ກຳລັງດຳເນີນທຸລະກິດ ແລະ ທຸລະກິດທີ່ສ້າງຕັ້ງຂຶ້ນໃໝ່ ຈະໄດ້ຫຼຸດຜ່ອນຕົ້ນທຶນໃນການດຳເນີນທຸລະກິດ, ມີຂັ້ນຕອນທີ່ສະດວກກວ່າເກົ່າ ແລະ ເຂົ້າເຖິງແຫຼ່ງທຶນເພື່ອປັບປຸງທຸລະກິດຂອງຕົນ.

ນອກຈາກນັ້ນ, ປະຊາຊົນທົ່ວໄປຍັງໄດ້ຮັບຜົນປະໂຫຍດ ເນື່ອງຈາກ, ເປັນການສ້າງວຽງກເຮັດງານທຳ ແລະ ນຳໄປສູ່ການແຂ່ງຂັນລາຄາສິນຄ້າຫຼຸດລົງ ທັງເພີ່ມທາງເລືອກໃຫ້ກັບຜູ້ບໍລິໂພກ ເຊິ່ງໂຄງການຈະເລີ່ມແຕ່ປີ 2018 ຫາປີ 2022 ໂດຍໄດ້ຮັບທຶນກູ້ຍືມແບບຜ່ອນຜັນຈຳນວນ 10 ລ້ານໂດລາສະຫະລັດ ຫຼື ປະມານ 85 ຕື້ກີບ ຈາກສະມາຄົມພັດທະນາສາກົນ (ພາຍໃຕ້ທະນາຄານໂລກ) ແລະ ທຶນຊ່ວຍເຫຼືອລ້າຫຼາຍຝ່າຍຈາກບັນດາຜູ້ໃຫ້ທຶນອື່ນອີກຈຳນວນ 3 ລ້ານໂດລາສະຫະລັດ.

ທ່ານ ນິໂກລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ ກ່າວວ່າ: “ໂຄງການນີ້, ຈະຊ່ວຍໃຫ້ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ທັງບັນດາທຸລະກິດທີ່ນຳພາໂດຍແມ່ຍິງທີ່ໄດ້ຮັບຜົນປະໂຫຍດນັ້ນ ຈະມີການຫຼຸດຂັ້ນຕອນອອກໃບອະນຸຍາດດຳເນີນທຸລະກິດ ແລະ ການຈົດທະບຽນທຸລະກິດງ່າຍຂຶ້ນ ໂດຍຫຼຸດຈຳນວນມື້ໃຊ້ຈົດທະບຽນທຸລະກິດ, ການກະກຽມເອກະສານເພື່ອນຳເຂົ້າ ແລະ ສົ່ງອອກໃຫ້ຫຼຸດລົງເຄິ່ງໜຶ່ງ. ນອກຈາກນີ້, ໂຄງການຍັງຈະຊ່ວຍວິສາຫະກິດສ່ວນບຸກຄົນ ໃຫ້ເຂົ້າເຖິງການບໍລິການດ້ານການພັດທະນາທຸລະກິດ ໂດຍແນ່ໃສ່ປັບປຸງການບໍລິຫານພາຍໃນບໍລິສັດ ແລະ ຮັບນະວັດຕະກຳໃໝ່ໆ ເພື່ອຊ່ວຍສົ່ງເສີມທຸລະກິດພາຍໃຕ້ໂຄງການພັດທະນາການຄ້າໄລຍະສອງ ທີ່ສະໜັບສະໜູນໂດຍທະນາຄານໂລກນັບຕັ້ງແຕ່ປີ 2013 ເປັນຕົ້ນມາ, ການຈັດຕັ້ງປະຕິບັດຂອງລັດຖະບານກ່ຽວກັບການຄ້າ ແລະ ການເຊື່ອມໂຍງເຂົ້າສາກົນດ້ານການຄ້າ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: videoblocks.com

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...