spot_img
Homeຂ່າວຕ່າງປະເທດWHO: "ເດັກ 9 ໃນ 10 ຄົນທົ່ວໂລກ ຫາຍໃຈເອົາອາກາດເປັນພິດ ແລະ ຕິດເຊື້ອໄວກວ່າຜູ້ໃຫຍ່"

WHO: “ເດັກ 9 ໃນ 10 ຄົນທົ່ວໂລກ ຫາຍໃຈເອົາອາກາດເປັນພິດ ແລະ ຕິດເຊື້ອໄວກວ່າຜູ້ໃຫຍ່”

Published on

ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການໃຫຍ່ ສະຫະປະຊາຊາດ (ສປຊ) ໄດ້ແຈ້ງຕໍ່ກອງປະຊຸມຖະແຫຼງຂ່າວ ໃນວັນທີ 29 ຕຸລາ 2018 ທີ່ສຳນັກງານໃຫຍ່ ສປຊ ລະບຸວ່າ: ຜົນຂອງການຄົ້ນຄວ້າ ທີ່ອົງການອະນາໄມໂລກ WHO (World Health Organization) ໄດ້ເຜີຍແຜ່ກ່ຽວກັບອາກາດເປັນພິດສົ່ງຜົນກະທົບຕໍ່ສະໝອງຂອງເດັກນ້ອຍ. ປັດຈຸບັນ, ເດັກນ້ອຍຈຳນວນ 10 ຄົນ ຈະມີ 9 ຄົນທີ່ຕິດເຊື້ອ ເຊິ່ງ WHO ໄດ້ແກ້ໄຂແລ້ວພຽງບາງປະເທດເທົ່ານັ້ນ ແລະ ຮຽກຮ້ອງໄປຍັງປະເທດຕ່າງໆ ໃຫ້ມີນະໂຍບາຍຢ່າງຈິງຈັງເພື່ອແກ້ໄຂບັນຫາດັ່ງກ່າວ.

WHO ໃຫ້ຮູ້ວ່າ: ອາກາດເປັນພິດ ເຮັດໃຫ້ເກີດພິດອັນຕະລາຍຕໍ່ການດຳລົງຊີິວິດ ຂອງເດັກນ້ອຍຫຼາຍລ້ານຄົນໃນທົ່ວໂລກ ໃນຂະນະທີ່ເດັກນ້ອຍໜ້າຈະໄດ້ຫາຍໃຈຢູ່ໃນສະພາບອາກາດທີ່ປອດໃສດີ ແລະ ມີການພັດທະນາທີ່ພຽບພ້ອມທີ່ສຸດ. ນອກນັ້ນ, ເດັກນ້ອຍໄດ້ຮັບຜົນກະທົບໄດ້ງ່າຍກວ່າຜູ້ໃຫຍ່ ເພາະຈັງຫວະການຫາຍໃຈຂອງເດັກນ້ອຍນັ້ນໄວກວ່າ ແລະ ໄດ້ຮັບທາດພິດໄດ້ງ່າຍກວ່າ ໂດຍສະເພາະເດັກທີ່ເກີດໃໝ່ຈະໄດ້ຮັບຜົນກະທົບໄດ້ງ່າຍຈາກອາກາດເປັນພິດ. ການໄດ້ຮັບສານພິດດັ່ງກ່າວ, ຈະໄດ້ຮັບເມື່ອຄອບຄົວຂອງພວກເຂົານຳໃຊ້ເຊື້ອໄຟທີ່ກໍ່ໃຫ້ເກີດມົນລະພິດ ເພື່ອປຸງແຕ່ງອາຫານ, ດັງໄຟຝີງ ແລະ ໃຊ້ເປັນແສງສະຫວ່າງ.

ປັດຈຸບັນນີ້, WHO ໄດ້ນຳສະເໜີວິທີການແກ້ໄຂຈຳນວນໜຶ່ງທີ່ສາມາດເຮັດໄດ້ ເພື່ອຫຼຸດຜ່ອນອາກາດເປັນພິດເປັນຕົ້ນແມ່ນ ການນຳໃຊ້ເຊື່ອໄຟທີ່ສະອາດໃນການປຸງແຕ່ງອາຫານ ແລະ ພາຫະນະໃນການເດີນທາງໄປມາ ໂດຍໃຫ້ຄວາມສຳຄັນເຖິງການນຳໃຊ້ພະລັງງານ ທີ່ມີປະສິດທິພາບຢູ່ໃນການກຳນົດແຜນການສຳລັບເຮືອນ ແລະ ໃນຕົວເມືອງ.

ຜົນຂອງການຄົ້ນຄວ້າດັ່ງກ່າວ, ໃຫ້ຮູ້ວ່າ: ສະເພາະໃນປີ 2016 ມີເດັກນ້ອນເສຍຊີວິດເຖິງ 600,000 ຄົນ ຍ້ອນຫຼອດລົມອັກເສບຮຸນແຮງ ທີ່ເກີດຈາກອາກາດເປັນພິດ ເຊິ່ງອາກາດເປັນພິດຕາມທ້ອງຖະໜົນຫົນທາງ ຮ້າຍແຮງທິີ່ສຸດຢູ່ໃນບັນດາປະເທດທີ່ມີລາຍຮັບຕໍ່າ ຫາ ປານກາງ ອາດເຮັດໃຫ້ເດັກນ້ອຍເກີດມາມີນ້ຳໜັກບໍ່ສົມສ່ວນ, ເປັນພະຍາດຫອບຫືດ, ມະເຮັງ ເຊິ່ງເປັນການສົ່ງຜົນກະທົບຕໍ່ການພັດທະນາຂອງລະບົບປະສາດ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: unhcr.org

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...