4 ວິທີຜ່ອນຄາຍແບບຜິດໆ ທີ່ເຮົາມັກເຮັດຈົນລຶ້ງເຄີຍ

Untitled-1

  • ຫລິ້ນ​ໂທລະສັບມືຖື

ທາມລາຍ​ ​ທະ​ວິດ​ເຕີ ​ເຟດ​ບຸ​ກ ຫລື​ ການ​ແຈ້ງ​ເຕືອນ​ຈາກ​ໂປ​ແກມ​ຕ່າງໆ ບໍ່ແມ່ນ​ສິ່ງ​ທີ່​ຊ່ວຍ​ຜ່ອນ​ຄາຍ​ໄດ້ ເພາະ​ມີ​ການ​ວິ​ໄຈ​ພົບ​ວ່າ​ ຄົນ​ເຮົາ​ຈະ​ກວດໂທລະ​ສັບ ​ປະ​ມານ​ທຸກ​ໆ 6 ນາ​ທີ ເຊິ່ງ​ນັ້ນ​ບໍ່ໄດ້ເຂົ້າ​ໃກ້​ການ​ພັກ​ຜ່ອນ​ເລີຍ​ແມ່ນແຕ່​ນ້ອຍດຽວ ​ຖ້າ​ຢາກ​ພັກ​ຜ່ອນ ຢູ່​ໃຫ້​ຫ່າງ​ໂທລະ​ສັບ​ຈະ​ດີກວ່າ ແຕ່​ຖ້າ​​ຫາກ​ພະຍາຍາມ​ແລ້ວ​ກໍ​ຍັງ​ເຮັດ​ບໍ່​ໄດ້ ກໍ​ໄດ້​ເວລາ​ທີ່​ຈະ​ປາ​ໂທລະ​ສັບ​ຖິ້ມ​ໄດ້​ແລ້ວ

  • ບໍ່​ຢູ່ໃນ​ບ່ອນ​ມິດໆ

ຫລາຍ​ຄົນ​ອາດຈະ​ຄິດວ່າ ​ການ​ຜ່ອນ​ຄາຍ​ທີ່​ດີ​ຄື​ການ​ໄປ​ທ່ຽວ​ໃນ​ບ່ອນທີ່​ມີ​ຜູ້​ຄົນ​ຫລາຍໆ ຫລື ​ມີ​ສຽງ​ດັງ​ ​ເຊັ່ນ ການ​ເບິ່ງ​ຄອນ​ເ​ສີດ ໄປ​ທ່ຽວ​ກາງ​ຄືນ ຫລື ​ຍ່າງໄປ​ຫ້າງ​ສັບພະ​ສິນ​ຄ້າ​ຕ່າງໆ ທັງ​ທີ່​ແທ້​ແລ້ວ​ ການ​ຜ່ອນ​ຄາຍ​ທີ່​ດີ​ທີ່ສຸດ​ກໍ​ຄື​ການ​ຢູ່​ລ້າໆ ໃນ​ບ່ອນ​ມິດໆ ເຊິ່ງ​ຄວາມ​ມິດ​ນີ້​ ​ທີ່​ຈະ​ຊ່ວຍ​ເຮັດໃຫ້​ເຮົາ​ສາມາດ​ທີ່​ຈະ​ເລືອກ​ກັບ​ສິ່ງ​ຕ່າງໆ ໄດ້​ຫລາຍ​ຂຶ້ນ​ ແລະ ​ຊ່ວຍ​ເຮັດໃຫ້​ຄວາມ​ຄິດ​ສ້າງສັນ​ດີ​ຂຶ້ນ 

  • ອ່ານໜັງສືໃນ ແທັບເລັດ
    ຖ້າ​ຫາກ​ເຈົ້າ​ເປັນ​ຄົົນທີ່​ມັກ​ອ່ານ​ຫນັງສື​ກ່ອນ​ນອນ ການ​ອ່ານ​ຫນັງສື​ກໍ​ເປັນ​ວິທີ​ຜ່ອນ​ຄາຍ​ທີ່​ດີ​ວິທີ​ໜຶ່ງ ແຕ່​ກໍ​ບໍ່​ຄວນ​ອ່ານ​ຫນັງສື​ຈາກ​ແທັບ​ເລັດ ເພາະ​ມັນ​ຈະ​ບໍ່​ໄດ້​ຊ່ວຍ​ໃຫ້​ຜ່ອນ​ຄາຍ​ລົງ ເພາະ​ມີ​ການສຶກສາ​ໜຶ່ງ​ສະແດງ​ໃຫ້​ເຫັນ​ວ່າ ​ແສງ​ສີ​ນ້ຳ​ຟ້າ​ທີ່​ຫລາຍ​ຈາກ​ຈໍ​ແທັບ​ເລັດ ​ຫລື ​ໂທລະ​ສັບ​ນັ້ນ​ ຈະ​ໄປ​ລົບກວນ​​ຕໍ່​ການ​ຫລັບ​ຕາ​ຂອງ​ເຮົາ ​ແລະ ​ເຮັດໃຫ້​ເຮົາ​ນອນ​ຫລັບ​ໄດ້​ຍາກ​ຫລາຍ​ຂຶ້ນ ​ແຖມ​ຍັງ​ເຮັດໃຫ້​ຝັນ​ຮ້າຍ​ນໍາອີກ​ ດັ່ງ​ນັ້ນ​ເທື່ອ​ໜ້າ​ຖ້າ​ຢາກ​ອ່ານ​ຫນັງສື​ເພື່ອ​ຜ່ອນ​ຄາຍ​ລອງ​ຫາ​ຫນັງສື​ໜຶ່ງ​ຫົວ​ມາ​ອ່ານ​ແທນ​ດີກວ່າ​
  • ຄິດ​ຫລາຍ​ເກີນ​ໄປ

ໃນ​ໄລຍະ​ເວລາ​ພັກ​ຜ່ອນ ເປັນ​ເວລາ​ທີ່​ຈະ​ຄວນ​ຈະ​ຢຸດ​ພັກ ເຊົາຄິດ​​ເລື່ອງ​ຕ່າງໆ ບາງ​ຄົນ​ເຖິງແມ່ນວ່າ ​ຈະ​ກຳ​ລັງ​ຜ່ອນ​ຄາຍ​ຢູ່ ແຕ່​ໃນ​ຫົວ​ກັບ​ຄິດ​ເລື່ອງ​ຕ່າງໆ ຫລວງຫລາຍ ເຊິ່ງ​ນັ້ນ​ກໍ​ບໍ່​ໄດ້​ເຮັດໃຫ້​​ເຊົາຄິດ​ຫລາຍ ແຕ່​ຈະ​​ເຮັດໃຫ້​ຄຽດ​ຫລາຍ​ຂຶ້ນ​ກວ່າ​ເກົ່ານໍາ​ອີກ​ ດັ່ງ​ນັ້ນ​ຖ້າ​ຫາກ​ຕ້ອງ​ການ​ພັກ​ຜ່ອນ​ແທ້ໆ ກໍ​ເຊົາ​ຄິດ​ສາ ຫລື​ຖ້າ​ເຊົາຄິດ​ບໍ່​ໄດ້​ກໍ​ໃຫ້​ຄິດ​ຫຍັງ​ໃນ​ແງ່​ບວກ​ໃຫ້​ຫລາຍ​ຂຶ້ນ ກໍ​ຈະ​ຊ່ວຍ​ເຮັດໃຫ້​ມີ​ຄວາມ​ສຸກ​ ແລະ ​ຜ່ອນ​ຄາຍ​ຫລາຍ​ຂຶ້ນ​

ການ​ພັກ​ຜ່ອນ​ເພື່ອ​ຜ່ອນ​ຄາຍ​ສະຫມອງ​ ແລະ ​ຮ່າງກາຍ​ເປັນ​ສິ່ງ​ທີ່​ຈຳ​ເປັນ ເພາະ​ຮ່າງກາຍ​ຂອງ​ເຮົາ​ທຸກ​ຄົນ​ມີ​ຂີດ​ຈຳ​ກັດ ຫາກ​ເຮົາ​​ຄຽດ​ກັບ​ການ​ເຮັດວຽກ ​ແລະ ​ການ​ຮຽນ​ຫລາຍ​ເກີນ​ໄປ​ຈົນ​ບໍ່​ພັກ​ຜ່ອນ​ ກໍ​ອາດຈະ​ເຮັດໃຫ້​ເກີດ​ບັນຫາ​ສຸຂະພາບ​ທັງ​ທາງ​ຮ່າງກາຍ ​ແລະ ​ຈິດ​ໃຈ​ໄດ້ ດັ່ງ​ນັ້ນ​ຖ້າ​ຫາກ​ມີ​ໂອ​ກາດ ຫາ​ກິດຈະກຳ​ເຮັດ​ເພື່ອ​ຜ່ອນ​ຄາຍ​ຄວາມ​ຄຽດ​ລະຫວ່າງ​ການເຮັດວຽກນຳ​ ແລ້ວ​ກໍ​ຄວນ​ຈະ​ເລືອກ​ໃຫ້​ຖືກ​ວິທີ ຫລີກ​ລ້ຽງ​ວິທີ​ຜິດໆ