spot_img
Homeຂ່າວຕ່າງປະເທດເກີດເຫດລົດໄຟທີ່ໄຕ້ຫວັນຕົກລາງ ເສຍຊີວິດ 18 ຄົນ

ເກີດເຫດລົດໄຟທີ່ໄຕ້ຫວັນຕົກລາງ ເສຍຊີວິດ 18 ຄົນ

Published on

ວັນທີ 21 ຕຸລາຜ່ານມາ ຢູ່ ໄຕ້ຫວັນ ເກີດອຸບັດຕິເຫດລົດໄຟໂດຍສານຄວາມໄວສູງ ໃນພາກຕາເວັນອອກຂອງໄຕ້ຫວັນຕົກລາງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 18 ຄົນ ແລະ ໄດ້ຮັບບາດເຈັບ 178 ຄົນ ເຊິ່ງມື້ຕໍ່ມາວັນທີ 22 ຕຸລາ 2018 ທ່ານ ນາງ ໄຊ່ ອິງ ເຫວິນ ຜູ້ນຳຂອງເກາະໄຕ້ຫວັນໄດ້ລົງຕິດຕາມກວດກາພື້ນທີ່ເກີດເຫດ ແລະ ຢືນຢັນໃຫ້ການຊ່ວຍເຫຼືອແກ້ຜູ້ປະສົບອຸປະຕິເຫດຄັ້ງນີ້.

ຕາມຂ່າວຕ່າງປະເທດລາຍງານຈາກເມືອງ ອີ້ຫຼານ ສປ ຈີນ ວ່າ: ອຸປະຕິເຫດຂະບວນລົດໄຟໂດຍສານຄວາມໄວສູງ ສາຍປູຍູມາ ທະບຽນ 6432 ເຊິ່ງມີຜູ້ໂດຍສານ 360 ຄົນ ກຳລັງເດີນທາງຈາກເມືອງ ຊູ່ຫຼິນ ທີ່ຍູຊານ ກຸງໄທເປ ໄປຍັງເມືອງ ໄຖຕົງ ທາງທິດຕະເວັນອອກສ່ຽງໃຕ້ ຕົກລາງໃກ້ສະຖານີຊີນໝ່າໃນເຂດອີ້ຫຼານໃນຕອນຄໍ່າຂອງວັນທີ 21 ຕຸລາທີ່ຜ່ານມາ ຈຳນວນຕູ້ລົດໄຟຕົກລາງມີທັງໜົດ 8 ຕູ້ ແລະ ມີ 5 ຕູ້ທີ່ສະແຄງຢູ່ ເຊິ່ງອຸປະຕິເຫດດັ່ງກ່າວ ຕ້ອງມີການສອບສວນຫາສາເຫດ ແລະ ຖືວ່າຮ້າຍແຮງທີ່ສຸດໃນຮອບຫຼາຍກວ່າ 3 ທົດສະວັດ ໂດຍເກີດຂຶ້ນໃນເສັ້ນທາງທີ່ນິຍົມເດີນທາງ ເຮັດໃຫ້ການບໍລິການລົດໄຟທັງສອງເສັ້ນຕ້ອງໂຈະຊົ່ວຄາວ.

ທາງກະຊວງຄົມມະນາຄົມໃນກຸງໄທເປ ໄດ້ລະບຸຈຳນວນຜູ້ເສຍຊີວິດຈາກເຫດການຄັ້ງນີ້ຢ່າງໜ້ອຍມີຜູ້ເສຍຊີວິດ 18 ຄົນ ແລະ ມີຜູ້ໂດຍສານໄດ້ຮັບບາດເຈັບປະມານ 180 ຄົນ ເຊິ່ງຜູ້ເສຍຊີວິດມີອາຍຸນ້ອຍສຸດພຽງ 9 ປີ ແລະ ຍັງມີນັກຮຽນອາຍຸ 12 ປີ ກັບ 13 ປີເສຍຊີວິດອີກດ້ວຍ ທັງສອງເປັນນັກຮຽນຂອງໂຮງຮຽນແຫ່ງໜຶ່ງໃນເມືອງ ໄຖຕົງ.

ທາງດ້ານໜ່ວຍງານທີ່ກ້ຽວຂ້ອງໄດ້ພະຍາຍາມຕະຫຼອດຄືນໃນການເຄື່ອນຍ້າຍຕູ້ໂດຍສານທັງໝົດອອກຈາກລາງລົດໄຟ ແລະ ສືບຕໍ່ກວດສອບທຸກຊີ້ນສ່ວນຂອງຂະບວນລົດໄຟຢ່າງລະອຽດ ເພື່ອຄົ້ນຫາຜູ້ສູນຫາຍ ເຊິ່ງລາຍງານເບື້ອງຕົ້ນລະບຸວ່າຈຳນວນຜູ້ໂດຍສານໃນລົດໄຟສາຍນີ້ມີຫຼາຍກວ່າ 360 ຄົນ. ທ່ານ ນາງ ໄຊ່ ອິງ ເຫວິນ ຜູ້ນຳຂອງເກາະໄຕ້ຫວັນໄດ້ລົງຕິດຕາມກວດກາພື້ນທີ່ເກີດເຫດ ແລະ ໄດ້ເດີນທາງໄປຢຽມຢາມຜູ້ບາດເຈັບທີ່ໂຮງໝໍ ພ້ອມທັງຢືນຢັນໃຫ້ການຊ່ວຍເຫຼືອແກ້ຜູ້ປະສົບອຸປະຕິເຫດຄັ້ງນີ້.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນ, ຮູບພາບຈາກ: dailynews.co.th

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...