spot_img
Homeຂ່າວທ້ອງຖິ່ນບຸນຊ່ວງເຮືອທ່າວັດຈັນ ຈະຈັດຂຶ້ນ 2 ມື້ ແລະ 2 ສະຖານທີ່

ບຸນຊ່ວງເຮືອທ່າວັດຈັນ ຈະຈັດຂຶ້ນ 2 ມື້ ແລະ 2 ສະຖານທີ່

Published on

ເນື່ອງຈາກປີນີ້, ສະພາບດິນຟ້າອາກາດ ແລະ ໄພນໍ້າຖ້ວມ-ແຫ້ງແລ້ງ ເຮັດໃຫ້ນໍ້າຂອງເຂດດອນຈັນບົກແຫ້ງ-ເຂີນຕື້ນ ບໍ່ສາມາດຊ່ວງເຮືອໄດ້ ໂດຍສະເພາະເຮືອຂະໜາດໃຫຍ່ 55 ສີພາຍ, ແຕ່ບຸນຊ່ວງເຮືອທ່າວັດຈັນຈະຕ້ອງໄດ້ຈັດຂຶ້ນທຸກປີ ຕາມຮີດຄອງປະເພນີທີ່ເຄີຍປະຕິບັດກັນມາແຕ່ຫຼາຍເຊັ່ນຄົນ. ດັ່ງນັ້ນ, ປີນີ້ຈະໄດ້ຈັດຂຶ້ນ 2 ມື້ຄື: ວັນທີ 24-25 ຕຸລາ 2018 ແລະ ມີ 2 ບ່ອນຄື: ຢູ່ທ່າວັດຈັນ ແລະ ຕໍ່ໜ້າໂຮງແຮມແລນມາກແມ່ຂອງຣີເວີໄຊ.

ວັນທີ 22 ຕຸລາ 2018 ຫ້ອງວ່າການປົກຄອງນະຄອນຫຼວງ ຄະນະຮັບຜິດຊອບຊີ້ນຳງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ປະຈຳປີ 2018 ໄດ້ຈັດກອງປະຊຸມປືກສາຫາລືກະກຽມບຸນດັ່ງກ່າວ, ໃນການປະຊຸມໄດ້ມີການຕົກລົງເຫັນດີກັນໃນການຈັດກິດຈະກຳບຸນຊ່ວງເຮືອທ່າວັດຈັນອອກເປັນ 2 ມື້ຄື: ວັນທີ 24 ຕຸລາ 2018 ຢູ່ທ່າວັດຈັນຈະມີການແຂ່ງເຮືອປະເພດ 12 ສີພາຍ ໂດຍມີເຮືອເຂົ້າຮ່ວມແຂ່ງຂັນ 8 ລຳ; ວັນທີ 25 ຕຸລາ 2018 ຈະຈັດຢູ່ຕໍ່ໜ້າໂຮງແຮມແລນມາກແມ່ຂອງຣີເວີໄຊ ແຂ່ງເຮືອປະເພດ 55 ສີພາຍ ມີເຮືອເຂົ້າຮ່ວມ 17 ລຳ, ເຮືອສູດຊາຍ 5 ລຳ, ເຮືອປະເພນີຍິງ 5 ລຳ ແລະ ເຮືອປະເພນີຊາຍ 7 ລຳ. ສຳລັບເວລາໃນການແຂ່ງຂັນເລີ່ມແຕ່ 09:00-16:00 ໂມງ.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...