spot_img
Homeຂ່າວທ້ອງຖິ່ນປກສ ແຈ້ງນັກຮຽນ 1 ພັນກວ່າຄົນ ເຂົ້າສຳພາດໃນທ້າຍເດືອນນີ້

ປກສ ແຈ້ງນັກຮຽນ 1 ພັນກວ່າຄົນ ເຂົ້າສຳພາດໃນທ້າຍເດືອນນີ້

Published on

ຫ້ອງການປ້ອງການຄວາມສະຫງົບ (ປກສ) ແຈ້ງການເຖິງນັກສຶກສາຜູ້ທີ່ໄດ້ລົງທະບຽນສະໝັກກຳລັງທົດແທນ ແລະ ກຳລັງໃໝ່ ຢູ່ກອງບັນຊາການ ປກສ  ນະຄອນຫຼວງວຽງຈັນ ສົກປີ 2018 ໃຫ້ມາຕິດຕາມລາຍຊື່ຂອງຕົນ ແລະ ກຽມເອກະສານ ເພື່ອເຂົ້າມາສຳພາດໃນລະຫວ່າງວັນທີໃນວັນທີ 27-29 ຕຸລາ 2018; ຖ້າຜູ້ໃດບໍ່ມາສຳພາດຕາມລຳດັບຂອງຕົນເອງແມ່ນໄປຕໍ່ເລກລຳດັບຂອງຄົນສຸດທ້າຍ ແລະ ມາບໍ່ທັນເວລາທີ່ກຳນົດໄວ້ຖືວ່າສະຫຼະສິດ.

ພາຍຫຼັງທີ່ ປກສ ໄດ້ອອກແຈ້ງການໃນວັນທີ 9 ຕຸລາ 2018 ເພື່ອຮັບສະໝັກນັກຮຽນເສັງເຂົ້າກຳລັງ ປກສ ນະຄອນຫຼວງວຽງຈັນ ໂດຍເລີ່ມເປີດຮັບສະໝັກວັນທີ 10-15 ຕຸລາ 2018. ວັນທີ 22 ຕຸລາ 2018 ຫົວໜ້າຫ້ອງການກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຈິ່ງໄດ້ແຈ້ງເຖິງບັນດານັກຮຽນຜູ້ທີ່ຮຽນຈົບ ແລະ ນັກຮຽນຈົບ ມ7 ທີ່ໄດ້ລົງທະບຽນສະໝັກເຂົ້າກຳລັງທົດແທນ ແລະ ກຳລັງໃໝ່ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຊາບວ່າ: ໃຫ້ເຂົ້າມາສຳພາດ ແລະ ກວດກາສຸຂະພາບ ຢູ່ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໃນວັນທີ 27-29 ຕຸລາ 2018 ເພື່ອຄັດເລືອກເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໂດຍໃຫ້ຜູ້ສະໝັກໄປກວດລາຍຊື່ ເພື່ອກຳໃຫ້ໄດ້ໝາຍເລກລຳດັບເຂົ້າສຳພາດຂອງຕົນຕາມສະຖານທີ່ຕ່າງໆຄື: ສຳນັກງານ ກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ (ຂ້າງເດີ່ນພະທາດຫຼວງ ແລະ ຕິດກັບວັດໜອງບອນ); ສຳນັກງານກອງບັນຊາາການ ປກສ ນະຄອນຫຼວງວຽງຈັນ (ບ້ານໂພນປາເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ) ເຊິ່ງວັນເວລາ, ໝາຍເລກລຳດັບຜູ້ເຂົ້າສຳພາດແຕ່ລະວັນ ແລະ ສະຖານທີ່ສຳພາດຄື:

ວັນທີ 27 ຕຸລາ 2018 ໃຫ້ຜູ້ສະໝັກນັບແຕ່ໝາຍເລກລຳດັບ 01 ຫາໝາຍເລກ 360 ມາສຳພາດ

ວັນທີ 28 ຕຸລາ 2018 ໃຫ້ຜູ້ສະໝັກນັບແຕ່ໝາຍເລກລຳດັບ 361 ຫາເລກລຳດັບ 720 ມາສຳພາດ

ວັນທີ 29 ຕຸລາ 2018 ໃຫ້ຜູ້ສະໝັກນັບແຕ່ໝາຍເລກລຳດັບ 721 ຫາເລກລຳດັບ 1075 ມາສຳພາດ

ເວລາສຳພາດເລີ່ມແຕ່ 08:00-16:00 ໂມງ, ສະຖານທີ່ສຳພາດ ທີ່ສຳນັກງານກອງພັນເຄື່ອນທີ່ ປກສ  ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານ ໜອງບອນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.

ສຳລັບການກະກຽມເອກະສານ ຜູ້ສຳພາດຈະຕ້ອງມີຊີວະປະຫວັດຫຍໍ້ ມ7 , ໃບປະກາດຈົບ ມ7 ພ້ອມໃບຄະແນນ, ໃບປະກາດຈົບວິຊາສະເພາະ ພ້ອມໃບຄະແນນ, ສຳເນົາສຳມະໂນຄົວ, ບັດປະຈຳຕົວ ແລະ ໃບຢັ້ງຢືນອື່ນໆທີ່ກ່ຽວຂ້ອງ (ເອກະສານທັງໝົດຕ້ອງເປັນສະບັບຂອງແທ້ມີກາແດງ). ຜູ້ສະໝັກແຕ່ລະຄົນຈະໄດ້ຈ່າຍຄ່າບໍລິການ, ຄ່າເອກະສານ 30.000 ກີບ ແລະ ຄ່າກວດສຸຂະພາບ 50.000 ກີບ ລວມເປັນຜູ້ລະ 80.000 ກີບ. ຖ້າຫາກວ່າຜູ້ໃດບໍ່ມາສຳພາດຕາມລຳດັບຂອງຕົນເອງແມ່ນໄປຕໍ່ເລກລຳດັບຂອງຄົນສຸດທ້າຍ ແລະ ມາບໍ່ທັນເວລາທີ່ກຳນົດໄວ້ຖືວ່າສະຫຼະສິດ.

ແຈ້ງການດັ່ງກ່າວໄດ້ອີງຕາມ ແຈ້ງການຂອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 3255/ກມປສ, ລົງວັນທີ 08 ຕຸລາ 2018 ເລື່ອງແຜນການຮັບກຳລັງໃໝ່ ສົກປີ 2018; ແຈ້ງການຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສະບັບເລກທີ 1023/ປກສ.ນວ, ເລື່ອງເປີດຮັບເອກະສານນັກຮຽນຜູ້ທີ່ຮຽນຈົບ ມ7 ເພື່ອສອບເສັງຄັດເລືອກເຂົ້າກຳລັງ ປກສ ນະຄອນຫຼວງວຽງຈັນ ພ້ອມທັງການຕົກລົງເຫັນດີຂອງຄະນະຮັບິດຊອບສອບເສັງກຳລັງ.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...