spot_img
Homeຂ່າວທ້ອງຖິ່ນຍີ່ປຸ່ນ ພົບບັນຫາໜັກ ຍ້ອນຈີນຢຸດຊື້ຂີ້ເຫຍື້ອ

ຍີ່ປຸ່ນ ພົບບັນຫາໜັກ ຍ້ອນຈີນຢຸດຊື້ຂີ້ເຫຍື້ອ

Published on

ຢີ່ປຸ່ນ ກຳລັງປະເຊີນໜ້າກັບບັນຫາຂີ້ເຫຍື້ອພລາສຕິກລົ້ນປະເທດ ເນື່ອງຈາກຈີນຢຸດນຳເຂົ້າຂີ້ເຫຍື້ອ ແລະ ບໍ່ມີຄວາມສາມາດກຳຈັດຂີ້ເຫຍື້ອພລາສຕິກທີ່ມີຈຳນວນເພີ່ມຂຶ້ນເລື້ອຍໆ ຈົນເກີນລະດັບມາດຕະຖານດ້ານສຸຂະອະນາໄມ ບັນຫາດັ່ງກ່າວ, ລັດຖະບານສັ່ງໃຫ້ມີການຣິໄຊເຄິລຂີ້ເຫຍື້ອ ເພື່ອຫວັງແກ້ໄຂບັນຫາໄດ້.

ຕາມຂ່າວຕ່າງປະເທດລາຍງານວ່າ: ຈາກການສຳຫຼວດ ຂອງກະຊວງສິ່ງແວດລ້ອມຂອງປະເທດຍີ່ປຸ່ນ ພົບວ່າ ລັດຖະບານຂອງເຂດທີ່ສຳຄັນຂອງຍີ່ປຸ່ນ ປະມານ 1 ໃນ 3 ປະສົບບັນຫາຂີ້ເຫຍື້ອພລາສຕິກທີ່ເພີ່ມຂຶ້ນເລື້ອຍໆ ບາງຄັ້ງເກີນກວ່າລະດັບມາດຕະຖານດ້ານສຸຂະອະນາໄມ. ນອກຈາກນັ້ນ, ການສຳຫຼວດຂອງກະຊວງໄດ້ສອບຖາມລັດຖະບານທ້ອງຖິ່ນຫຼາຍກວ່າ 100 ແຫ່ງ ແລະ ບໍລິສັດກຳຈັດຂີ້ເຫຍື້ອ 175 ແຫ່ງ ເຊິ່ງລະບຸວ່າຄ່າໃຊ້ຈ່າຍໃນການກຳຈັດຂີ້ເຫຍື້ອເພີ່ມຂຶ້ນຫຼາຍ. ພ້ອມນັ້ນ, ລັດຖະບານຍີ່ປຸ່ນກ່າວວ່າ ຈະຂະຫຍາຍຂີດຄວາມສາມາດໃນການກຳຈັດບັນຫາດັ່ງກ່າວ ແລະ ຫ້າມຖີ້ມຂີ້ເຫຍື້ອຢ່າງຜິດກົດໝາຍ ແລະ ເພີ່ມຄວາມພະຍາຍາມໃນການສົ່ງເສີມໃນການນຳເອົາຂີ້ເຫຍື້ອໄປແປຮູບກັບມາໃຊ້ງານໄດ້ອີກ ຫຼື ການຣິໄຊເຄິລຂີ້ເຫຍື້ອ.

ໃນຜົນການສຶກສາທີ່ຫາກໍຕິພິມໃນວາລະສານດ້ານວິທະຍາສາດລະບຸວ່າ ຂີ້ເຫຍື້ອພລາສຕິກເກືອບ 3 ໃນ 4 ເກີດຂຶ້ນທົ່ວໂລກ ນັບແຕ່ປີ 1992 ຖືກສົ່ງໄປຈີນ ແລະ ຮົງກົງ ເຊິ່ງນັບແຕ່ເດືອນມັງກອນຜ່ານມາ ຈີນປິດບໍ່ຮັບຂີ້ເຫຍື້ອພລາສຕິກ ແລະ ເຈ້ຍເຂົ້າປະເທດອີກຕໍ່ໄປ ໂດຍຕາມນະໂຍບາຍໃໝ່ດ້ານສິ່ງແວດລ້ອມ. ກ່ອນຈີນຈະຫ້າມນຳເຂົ້າຂີ້ເຫຍື້ອ ຍີ່ປຸ່ນໄດ້ສົ່ງຂີ້ເຫຍື້ອພະລາສະຕິກປະມານ 1,5 ລ້ານໂຕນ ແລະ ສ່ວນໃຫຍ່ສົ່ງໄປຈີນ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ:www.misawa.af.mil

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...