spot_img
Homeຂ່າວທ້ອງຖິ່ນໄຊຍະບູລີ ກວດພົບພະນັກງານ 24 ຄົນສໍ້ລາດບັງຫຼວງລວມມູນຄ່າ 143,16 ຕື້ກີບ

ໄຊຍະບູລີ ກວດພົບພະນັກງານ 24 ຄົນສໍ້ລາດບັງຫຼວງລວມມູນຄ່າ 143,16 ຕື້ກີບ

Published on

ໃນໄລຍະ 3 ປີ, ແຂວງໄຊຍະບູລີ ກວດພົບພະນັກງານ 24 ຄົນສໍ້ລາດບັງຫຼວງ ລວມມູນຄ່າເສຍຫາຍ 143,16 ຕື້ກີບ ໃນນັ້ນ, ສາມາດກູ້ຄືນໄດ້ 8,74 ຕື້ກີບ ແລະ ຍັງຄ້າງ 134,41 ຕື້ກວ່າກີບ ໃນການສໍ້ລາດບັງຫຼວງສ່ວນໃຫຍ່ຢູ່ທະນາຄານສົ່ງເສີມກະສິກຳ ສາຂາແຂວງໄຊຍະບູລີ.

ທ່ານ ດວງຕາ ໄຊວຸດ ປະທານກວດກາແຂວງ ກ່າວຄຳເຫັນຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 11 ສະໄໝທີ VI ຄັ້ງວັນທີ 15-17 ຕຸລາ ຜ່ານມາວ່າ: “ຕະຫຼອດໄລຍະ 3 ປີ ຄະນະກວດການແຕ່ລະຂັ້ນໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ດຳເນີນການສືບສວນ-ສອບສວນບຸກຄົນທີ່ມີພືດຕິກຳສໍ້ລາດບັງຫຼວງ ນັບແຕ່ປີ 2015 ເຖິງປັດຈຸບັນ, ກວດພົບພະນັກງານທີ່ມີພຶດຕິກຳສໍ້ລາດບັງຫຼວງທັງໝົດມີ 24 ຄົນ, ຍິງ 6 ຄົນ ໃນ 10 ເລື່ອງ ແລະ ພົບເຫັນຫຼາຍກວ່າໝູ່ແມ່ນຢູ່ທະນາຄານສົ່ງເສີມກະສິກຳ ສາຂາແຂວງໄຊຍະບູລີ ລວມມູນຄ່າເສຍຫາຍທັງໝົດ 143,16 ຕື້ກີບ ໃນນັ້ນສາມາດກູ້ຄືນມາໄດ້ 8,74 ຕື້ກີບ ແລະ ຍັງຄ້າງ 134,41 ຕື້ກີບ ເນື່ອງຈາກການດຳເນີນແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນທົ່ວແຂວງໃນຮອບທີ 2 ປີ 2017 ມີເປົ້າໝາຍແຈ້ງຊັບສິນ ແລະ ຮັບທັງໝົດ 10,816 ຄົນ, ໄດ້ຮັບເອກະສານແຈ້ງຊັບສິນ ແລະ ລາຍຮັບຕົວຈິງຈຳນວນພຽງແຕ່ 10.803 ຄົນ, ຍິງ 4.774 ຄົນ ແລະ ຍັງຄ້າງ 44 ຄົນ, ຍິງ 14 ຄົນ.

ນອກຈາກນີ້, ຍັງໄດ້ເປັນເຈົ້າການຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນຕໍ່ກັບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ເຊິ່ງສະແດງອອກໃນໄລຍະ 3 ປີ ໄດ້ມີຄຳຮ້ອງ-ຄຳສະເໜີທັງໝົດ 85 ສະບັບ ໃນນັ້ນສ່ວນຫຼາຍແມ່ນຄຳຮ້ອງ-ຄຳສະເໜີທີ່ທວງເຖິງກຳມະສິດທີ່ດິນ. ພ້ອມກັນນັ້ນ, ທ່ານ ດວງຕາ ໄຊວຸດ ໄດ້ກ່າວຕື່ມອີກວ່າ: ຕໍ່ກັບບັນຫາດັ່ງກ່າວ, ພັກ-ລັດ ກໍຄືອົງການປົກຄອງທຸກຂັ້ນຈະຕ້ອງເພີ່ມທະວີການຕິດຕາມກວດກາ ຈັດຕັ້ງທຸກພາກ່ວນຕາມຄວາມຮັບຜິດຊອບ, ສ້າງກົນໄກ-ລະບອບ, ລະບຽບການຕິດຕາມກວດກາແຕ່ຫົວທີ ແລະ ເປັນປົກກະຕິ, ໃຫ້ເປັນເຈົ້າການຈັດຕັ້ງແຜນຍຸດທະສາດ ຕ້ານການສໍ້ລາດບັງຫຼວງ ແຕ່ນີ້ຮອດປີ 2020, ແກ້ໄຂປະກົດການອາດຍາສິດ, ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ, ຕິດຕາມກວດກາ ແລະ ດຳເນີນການສືບສວນ-ສອບສວນ ພະນັກງານລັດຖະກອນທີ່ມີພືດຕິກຳທີ່ເປັນການສໍ້ລາດບັງຫຼວງຢ່າງເຂັ້ມງວດ.

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ຫຼັງສືພິມເສດຖະກິດ-ສັງຄົມ

ຮູບພາບຈາກ: laotiantimes.com

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...