spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງ ຂາດງົບສ້ອມແປງ ແລະ ຟື້ນຟູເສັ້ນທາງ

ນະຄອນຫຼວງ ຂາດງົບສ້ອມແປງ ແລະ ຟື້ນຟູເສັ້ນທາງ

Published on

ນະຄອນຫຼວງວັນຈັນ ຍັງຂາດງົບປະມານໃນການສ້ອມແປງເສັ້ນທາງທີ່ເປ່ເພ ເນື່ອງຈາກປີ 2018 ນີ້ ເປັນປີມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເສັ້ນທາງໄດ້ຮັບຜົນກະທົບໜັກ ແລະ ເສັ້ນທາງຫຼາຍເສັ້ນກໍໄດ້ໝົດອາຍຸການນຳໃຊ້ ແຕ່ບໍ່ໄດ້ຮັບການສ້ອມແປງ ເນື່ອງຈາກງົບປະມານບໍ່ພຽງພໍ; ເຊິ່ງງົບປະມານໃນປີ 2018 ມີພຽງ 818 ລ້ານກີບ ໂດຍຕ່າງຈາກປີ 2017 ໄດ້ເຖິງ 1.260 ລ້ານກີບ. ສິ່ງດັ່ງກ່າວໄດ້ສົ່ງຜົນກະທົບໂດຍກົງຕໍ່ການການພັດທະນາພື້ນຖານໂຄງລ່າງເສັ້ນທາງ ແລະ ຮ່ອງລະບາຍນໍ້າ.

ໃນວັນທີ 18 ຕຸລາ 2018, ທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ”ສະເພາະປີ 2018, ນະຄອນຫຼວງ ມີຝົນຕໍ່ເນື່ອງຫຼາຍວັນສົ່ງຜົນກະທົບຕໍ່ເສັ້ນທາງໃນນະຄອນຫຼວງຫຼາຍເສັ້ນ ລວມທັງເສັ້ນທາງທີ່ກໍ່ສ້າງຜ່ານມາ ແລະ ກຳລັງສ້າງ; ມີບາງໄລຍະເກີດມີການເປ່ເພຈຳເປັນຕ້ອງໄດ້ຂຶ້ນແຜນສ້ອມແປງ ເຊິ່ງແຜນງົບປະມານທີ່ພະແນກ ຍຂທ ໄດ້ຮັບປະຈຳປີ ເພື່ອຊຳລະໃຫ້ແກ່ວຽກງານກໍ່ສ້າງເສັ້ນທາງເບຕົງ, ທາງປູຢາງ ແລະ ວຽກສ້ອມແປງທາງປູຢາງ, ທາງດິນແດງ ມີຈຳກັດບໍ່ພຽງພໍຕໍ່ຄວາມຕ້ອງການ ໂດຍສະແດງໃຫ້ເຫັນປີ 2017 ໄດ້ຮັບງົບປະມານ 1.260 ລ້ານກີບ, ປີ 2018 ໄດ້ຮັບ 818 ລ້ານກີບ. ສິ່ງດັ່ງກ່າວໄດ້ສົ່ງຜົນກະທົບໂດຍກົງຕໍ່ການການພັດທະນາພື້ນຖານໂຄງລ່າງເສັ້ນທາງ ແລະ ຮ່ອງລະບາຍນໍ້າ. ພ້ອມນັ້ນ, ສາເຫດທີ່ເຮັດໃຫ້ເສັ້ນທາງເປ່ເພຍ້ອນເສັ້ນທາງຫຼາຍເສັ້ນໃນຕົວເມືອງເປັນເສັ້ນທາງປຸຢາງ 2 ຊັ້ນທີ່ໄດ້ຮັບການກໍ່ສ້າງມາຫຼາຍປີ ປັດຈຸບັນ, ໜ້າທາງແຕກແຫງເປັນຂຸມ ຫຼື ໝົດອາຍຸການນຳໃຊ້ ແຕ່ບໍ່ໄດ້ຮັບການສ້ອມແປງ ເນື່ອງຈາກງົບປະມານພຽງພໍ.“

ປັດຈຸບັນ, ໄດ້ເອົາໃຈໃສ່ຕິດຕາມກວດກາເສັ້ນທາງເປັນປົກກະຕິ ຖ້າໜ້າທາງເປ່ເພເປັນຂຸມເປັນບວກ ໄດ້ໃຫ້ໜ່ວຍງານປົກປັກຮັກສາເສັ້ນທາງຮີບຮ້ອນໄປແກ້ໄຂທັນທີ ໂດຍສະເພາະເສັ້ນທາງສາຍຫຼັກໃນຂອບເຂດ 5 ຕົວເມືອງຄື: ເສັ້ນທາງໄຟແດງ ບ້ານສີບຸນເຮືອງ ຫາຄ້ອຍໄຟຟ້າໂພນຕ້ອງ, ຕະຫຼາດແລງໜອງດ້ວງ-ໜອງບົວທອງ-ໄຟແດງດົງປ່າແຫຼບ ແລະ ເສັ້ນທາງອື່ນໆ. ນອກຈາກໄດ້ງົບປະມານສ້ອມແປງປະຈຳປີ 2018 ທີ່ນະຄອນຫຼວງ ຈັດສັນງົບໃຫ້ແລ້ວ ຍັງໄດ້ງົບປະມານສ້ອມແປງຈາກກອງທຶນທາງກະຊວງ ຍທຂ ຈັນສັນໃຫ້ຈຳນວນ 7 ຕື້ກວ່າກີບ ເພື່ອນຳໃຊ້ເຂົ້າໃນການສ້ອມແປງທາງເປັນຕົ້ນ: ເສັ້ນທາງແຕ່ບ້ານທ່າສະຫວ່າງ-ເວີນຄຳ-ໂຮງຮຽນຕຳຫຼວດເວີນຄຳ, ທາງຫໍພັກບ້ານຊີເກມ-ບ້ານນາທົ່ມ ແລະ ບັນດາຫ້ອງການອື່ນໆ ໂດຍມອບໃຫ້ຫ້ອງການ ຍທຂ ເມືອງເປັນຜູ້ຂຶ້ນແຜນຈັດຕັ້ງປະຕິບັດ.

ປັດຈຸບັນ, ບໍລິສັດທີ່ຮັບເໝົາໄດ້ມີການສ້ອມແປງຖົມຂຸມໃຫຍ່, ໜ້າທາງໃຫ້ສາມາດໄປມາສະດວກ ສ່ວນທາງຕານມີໄຊ-ສີເກີດ ທີ່ກຳລັງຈະສ້າງໜ້າທາງບາງໄລຍະເປັນບວກເປັນຂຸມ ການໄປມາພົບຄວາມຫຍຸ້ງຍາກ, ພະແນກ ຍທຂ ກໍໄດ້ຊີ້ນຳໃຫ້ຜູ້ຮັບເໝົາສ້ອມແປງປົກກະຕິ ແຕ່ເນື່ອງຈາກສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເສັ້ນທາງມີການເປ່ເພຄືເກົ່າ. ດັ່ງນັ້ນ, ຕ້ອງລໍຖ້າສະພາບດິນຟ້າອາກາດເອື້ອອຳນວຍ ຈິ່ງຈະເລັ່ງໃຫ້ບໍລິສັດຮັບເໝົາສ້ອມແປງຄືນໂດຍໄວ ເພື່ອໃຫ້ສະດວກຕໍ່ການສັນຈອນໄປມາ.

ທົ່ວນະຄອນຫຼວງ ມີເສັ້ນທາງຍາວທັງໝົດ 2.701,9 ກິໂລແມັດ, ໃນນີ້ມີເສັ້ນທາງປູເບຕົງ 323,7 ກິໂລແມັດ, ປຸອັດສະຟານ 167,4 ກິໂລແມັດ, ທາງປູຢາງ 2 ຊັ້ນ 596,2 ກິໂລແມັດ, ທາງປູແຮ່ 1.235,9 ກິໂລແມັດ, ທາງທຳມະຊາດ 378,5 ກິໂລແມັດ; ຍ້ອນທີ່ຕັ້ງ ແລະ ຈຸດພິເສດທີ່ແຕກຕ່າງ ພະແນກໂຍທາທິການ ແລະ ຂົນສົ່ງ ຈິ່ງຖືສຳຄັນຕໍ່ວຽກງານສ້ອມແປງ ແລະ ປົກປັກຮັກສາເສັ້ນທາງ ຮ່ອງຮອຍລະບາຍນໍ້າ ເພື່ອໃຫ້ສະດວກສະບາຍໃນການສັນຈອນ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ:ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: dod.defense.gov

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...