spot_img
Homeຂ່າວທ້ອງຖິ່ນລັດວິສາຫະກິດລົດເມເຊີນຊວນໃຫ້ປະຊາຊົນມາໃຊ້ບໍລິການລົດເມຫຼາຍຂຶ້ນ ພ້ອມແກ້ໄຂບັນຫາລົດແລ່ນບໍ່ກົງເວລາ

ລັດວິສາຫະກິດລົດເມເຊີນຊວນໃຫ້ປະຊາຊົນມາໃຊ້ບໍລິການລົດເມຫຼາຍຂຶ້ນ ພ້ອມແກ້ໄຂບັນຫາລົດແລ່ນບໍ່ກົງເວລາ

Published on

ເນື່ອງຈາກລາຄານໍ້າມັນເພີ່ມຂຶ້ນຫຼາຍ ທັງທີ່ລາຍຮັບຍັງຢູ່ຄືເກົ່າ, ລັດວິສາຫະກິດລົດເມນະຄອນຫຼວງ ຈິ່ງໄດ້ຮຽກຮ້ອງ ເຖິງຜູ້ທີ່ໃຊ້ລົດໃຊ້ຖະໜົນຫັນມາໃຊ້ບໍລິການລົດເມສາທາລະນາ ເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຫຼຸດຜ່ອນບັນຫາລົດຕິດໃນຕົວເມືອງນະຄອນຫຼວງວຽງຈັນ ພ້ອມນັ້ນ, ທ່ານຍັງໄດ້ວາງແນວທາງການປັບປຸງແກ້ໄຂບັນຫາລົດເມທີ່ແລ່ນບໍ່ກົງໂມງເວລາອີກດ້ວຍ.

ທ່ານ ຄຳພູນ ເຕເມລາດ ອຳນວຍການ ບໍລິສັດ ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ໃຫ້ການສຳພາດໃນອາທິດຜ່ານມານີ້ວ່າ:ປັດຈຸບັນ, ມີສິ່ງທ້າຍທາຍຫຼາຍຢ່າງຕໍ່ເສດຖະກິດລົດເມສາທາລະນະ ເນື່ອງຈາກສະພາບແອອັດຂອງລົດເທິງທ້ອງຖະໜົນ ນັບມື້ເພື່ມຂຶ້ນ ເຮັດໃຫ້ລົດເມບາງສາຍບໍ່ສາມາດແລ່ນໄດ້ຖືກຕາມຕາຕະລາງໂມງ ແລະ ຢູ່ປະເທດເຮົາຍັງບໍ່ທັນມີເລນສະເພາະລົດເມແລ່ນ ຄືກັບຢູ່ຕ່າງປະເທດ ເຮັດໃຫ້ລົດເມຊ້າໃນເວລາເລັ່ງດ່ວນ. ນອກຈາກນີ້, ນໍ້າມັນຮັບໃຊ້ການຂົນສົ່ງປະມານ 140.000 ລິດຕໍ່ເດືອນ ຖືວ່າເປັນບໍລິສັດໜຶ່ງທີ່ນໍ້າໃຊ້ນໍ້າມັນຫຼາຍສົມຄວນ ເມື່ອນໍ້າມັນມີການປັບລາຄາສູງຂຶ້ນເລື້ອຍໆ ແນ່ນອນມັນຕ້ອງກະທົບຕໍ່ທຸລະກິດບໍ່ຫຼາຍກໍ່ໜ້ອຍ  ທັງສົ່ງຜົນກະທົບຕໍ່ລາຍຈ່າຍຂອງຜູ້ໃຊ້ລົດຍານພະຫະນະເພີ່ມຂຶ້ນ ແຕ່ລາຍຮັບຍັງຄືເກົ່າ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ຮຽກຮ້ອງມາຍັງສັງຄົມ ກໍຄືປະຊາຊົນ ຫັນມານຳໃຊ້ລົດເມສາທາລະນະ ເຊິ່ງຈະເປັນທາງອອກໃນສະພາບລາຄານໍ້າມັນຂຶ້ນ ພ້ອມທັງໃຫ້ຖືກກັບນະໂຍບາຍຂອງລັດຖະບານ ໃນການນຳໃຊ້ລົດເມສາທາລະນະ ເພື່ອຫຼຸດຜ່ອນການນຳໃຊ້ລົດສ່ວນຕົວ. ປັດຈຸບັນ, ໄດ້ມີການປັບປຸງການບໍລິການຫຼາຍຢ່າງ ໂດຍສະເພາະເສັ້ນທາງຫຼັກ ສາຍດົງໂດກ, ທ່າງ່ອນ, ຊຽງຄວນ, ດອນປ່າໃໝ່ ຜູ້ມີເຮືອນຢູ່ເຂດນອກແຕ່ບ່ອນເຮັດວຽກຢູ່ໃນເມືອງໃກ້ກັບເສັ້ນທາງສາຍດັ່ງກ່າວ ໃຫ້ຫັນມາໃຊ້ລົດເມ. ຕໍ່ໜ້າຈະໄດ້ສຳຫຼວດຄືນໃໝ່ ໂດຍສະເພາະບັນຫາລົດເມແລ່ນບໍ່ກົງກັບເວລາ ເຮັດໃຫ້ຂາດຄວາມເຊື່ອໝັ້ນຂອງພະນັກງານ ແລະ ນັກສຶກສາໃຊ້ບໍລິການ ເນື່ອງຈາກຄູ-ອາຈານບໍ່ທັນໂມງສອນນັກຮຽນ ແລະ ນັກສຶກສາກໍເຂົ້າຮຽນບໍ່ທັນ, ຖ້າຫາກສາມາດຄວບຄຸມເວລາ ແລະ ບໍລິການວ່ອງໄວໄດ້ ອາດຈະສາມາດດຶງດູດຜູ້ໂດຍສານໄດ້ຢ່າງແນ່ນອນ.

ພ້ອມນັ້ນ, ທ່ານໄດ້ຊີ້ແຈ້ງເຖິງການປັບລະຄາຄ່າລົດເມໃນສາຍຕ່າງໆ ວ່າ: “ນັບແຕ່ປີ 2011 ເປັນຕົ້ນມາ ມີການຂຶ້ນລາຄານໍ້າມັນຫຼາຍຄັ້ງ ແຕ່ການຂຶ້ນລາຄາຜູ້ໂດຍສານລົດເມນັບແຕ່ປີ 2011 ຫາກໍຂຶ້ນໃນຊ່ວງເດືອນເມສາ 2018  ໂດຍອີງຕາມການຕົກລົງເຫັນດີຂອງເຈົ້າຄອງນະຄອນຫຼວງຄື: ສາຍດົງໂດກ ຈາກ 3.000 ກີບ ເປັນ 4.000 ກີບ, ສາຍທ່າງ່ອນ 5.000 ກີບ ເປັນ 7.000 ກີບ, ສາຍທ່າເດື່ອ 6.000​ ກີບ ເປັນ 8.000 ກີບ

ການຄິດໄລ່ຂຶ້ນລາຄາຜູ້ໂດຍສານໄດ້ອີງໃສ່ລາຄານໍ້າມັນໃນທ້າຍປີ 2017 ເອົາລາຄານໍ້າມັນກາຊວນ 6.705 ກີບຕໍ່ລິດ ແຕ່ມາຮອດເດືອນຕຸລາ 2018 ລາຄານໍ້າມັນກາຊວນຂື້ນມາເປັນ 8.505 ກີບຕໍ່ລິດ (ລາຄາຂາຍຍ່ອຍນໍ້າມັນລົງປໍ້ານໍ້າມັນຂອງບໍລິສັດລົດເມ) ແຕ່ໄປຕ່າງແຂວງໃຊ້ລາຄາຂາຍຍ່ອຍທົ່ວໄປຕາມປໍ້າ 8.690 ກີບທຽບໃສ່ເພີ່ມຂຶ້ນ 1.805 ກີບຕໍ່ລິດ. ການຈະຂຶ້ນລາຄານໍ້າມັນລົດເມແຕ່ລະຄັ້ງກໍ່ຕ້ອງຂໍອະນຸຍາດຈາກເຈົ້າຄອງນະຄອນຫຼວງກ່ອນ ຖ້າເຫັນດີຈິ່ງເພີ່ມຂຶ້ນໄດ້ ບໍ່ແມ່ນຈະຂຶ້ນຕາມໃຈໄປກັບລາຄານໍ້າມັນ, ດັ່ງນັ້ນຈຶ່ງພົບຄວາມຫຍຸ້ງຍາກໃນໄລຍະຜ່ານມາ”.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: vientianebus.org.la

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...