spot_img
Homeຂ່າວທ້ອງຖິ່ນປີນີ້ ຈະສະຫຼອງເມືອງວຽງໄຊຍິ່ງໃຫຍ່ ຄົບຮອບ 50 ປີ ມີຫຼາຍກວ່າ 12 ກິດຈະກຳ

ປີນີ້ ຈະສະຫຼອງເມືອງວຽງໄຊຍິ່ງໃຫຍ່ ຄົບຮອບ 50 ປີ ມີຫຼາຍກວ່າ 12 ກິດຈະກຳ

Published on

ໃນວັນທີ  16 ຕຸລາ 2018, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ປະທານຄະນະກຳມະທິການລະດັບຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການກະກຽມສະເຫຼີມສະຫຼອງເມືອງວຽງໄຊ ຄົບຮອບ 50 ປີວ່າ: “ກິດຈະກຳການສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ແຂວງຫົວພັນ ຄົບຮອບ 50 ປີ ຄັ້ງນີ້ ປະກອບມີ 12 ກິດຈະກຳໃຫຍ່ຄື: ພິທີໂຮມຊຸມນຸມໃຫຍ່ຢູ່ເມືອງວຽງໄຊ ວັນທີ 30 ພະຈິກ, ງານວາງສະແດງຮູບພາບຢູ່ນະຄອນຫຼວງວຽງຈັນ ແລະ ຢູ່ຖໍ້າຊ້າງລອດ ເມືອງ ວຽງໄຊ, ປາຖະກະຖາເລົ່າມູນເຊື້ອກ່ຽວກັບເມືອງ ວຽງໄຊຕິດພັນກັບມູນເຊື້ອຂອງການປະຕິວັດລາວ, ປະກວດບົດປະດິດຄິດແຕ່ງຕ່າງໆກ່ຽວກັບເມືອງວຽງໄຊ, ໂຄສະນາເມືອງວຽງໄຊຜ່ານສື່ຕ່າງໆ, ປຸກລະດົມບັນດາການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດບຸກຄົນສ້າງຂະບວນການປັງປຸງບຸລະນະສະຖານທີ່ ຫຼື ຖໍ້າທີ່ເປັນສຳນັກງານຂອງຕົນໃນອາດີດທີ່ເມືອງວຽງໄຊ, ຈັດກອງປະຊຸມສຳມະນາວິທະຍາສາດຢູ່ນະຄອນຫຼວງວຽງຈັນ, ຮຽບຮຽງປະຫວັດສາດເມືອງວຽງໄຊ, ປັບປຸງພິພິຕະພັນມູນເຊື້ອເມືອງວຽງໄຊຕິດພັນກັບພິພິຕະພັນ ໄກສອນ ພົມວິຫານ, ເປີດຂະບວນການຮັກຊາດ ແລະ ພັດທະນາຢູ່ເມືອງ ວຽງໄຊ ແລະ ຊຸກຍູ້ບັນດາໂຄງການພັດທະນາຢູ່ແຂວງຫົວພັນທີ່ລັດຖະບານໄດ້ຕົກລົງແລ້ວໃຫ້ດຳເນີນຕາມແຜນການໃຫ້ສຳເລັດ. ສຳລັບອະນຸກຳມະການຮັບຜິດຊອບວຽກງານຕ່າງໆເພື່ອກະກຽມການສະເຫຼີມສະຫຼອງເມືອງວຽງໄຊ ຄົບຮອບ 50 ປີ ປະກອບມີ 6 ອະນຸກຳມະການ. ປັດຈຸບັນ, ການກະກຽມວຽກງານຕ່າງໆໃຫ້ງານຄັ້ງນີ້ມີຄວາມພ້ອມແລ້ວໂດຍພື້ນຖານ”.

ນອກນັ້ນ, ຍັງມີຂະບວນຄາລະວານປະກອບມີ 4 ຂະບວນໃຫຍ່ທີ່ນອນຢູ່ໃນ 12 ກິດຈະກຳຄື ຂະບວນຄາລາວານຂອງສູນກາງສະຫະພັນແມ່ຍິງ ວັນທີ 8-12 ຕຸລາ 2018; ຂະບວນຄາລາວານຂອງສູນກາງສະຫະພັນກຳມະບານ ວັນທີ 23-27 ຕຸລາ 2018; ຂະບວນຄາລາວານຂອງສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ ວັນທີ 27-31 ຕຸລາ 2018 ແລະ ຂະບວນຄາລາວານຂອງຄະນະຮັບຜິດຊອບກະກຽມງານສະເຫຼີມສະຫຼອງເມືອງວຽງໄຊ ໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວັນທີ 27-31 ພະຈິກ 2018.

ເວລາດຽວກັນ, ທ່ານ ພັນຄໍາ ໄດ້ກ່າວເຖິງການຈັດງານຄັ້ງນີ້ມີ 3 ຈຸດປະສົງສຳຄັນຄື: ເພື່ອຫວນຄືນເຖິງມູນເຊື້ອ, ຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດປົດປ່ອຍຊາດ, ໂຄສະນາສຶກສາອົບຮົມພະນັກງານສະມາຊິກພັກ, ນັກຮົບ, ປະຊາຊົນບັນດາເຜົ່າ ໂດຍສະເພາະຄົນຮຸ່ນຫຼັງໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງເຖິງເສັ້ນທາງຂອງການປະຕິວັດໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ແລະ ຖືເອົາການສະເຫຼີມສະຫຼອງຄັ້ງນີ້ ເພື່ອສຸກຍູ້ຂະບວນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໃຫ້ປະກົດຜົນເປັນຈິງ.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: lnr.org.la

ຮູບພາບຈາກ: http://kpl.gov.la

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...