spot_img
Homeຂ່າວທ້ອງຖິ່ນປີນີ້ ທົ່ວປະເທດເສຍຫາຍ 2 ພັນຕື້ກວ່າກີບ ຈາກໄພທຳມະຊາດ

ປີນີ້ ທົ່ວປະເທດເສຍຫາຍ 2 ພັນຕື້ກວ່າກີບ ຈາກໄພທຳມະຊາດ

Published on

“ໃນ 17 ແຂວງ ແລະ 1 ນະຄອນຫຼວງ ຂອງລາວ ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ໂດຍສະເພາະທີ່ຢູ່ອາໄສຂອງປະຊາຊົນມີມູນຄ່າຄວາມເສຍຫາຍເຖິງ 12,59 ຕື້ກີບ, ດ້ານໂຍທາທິການ ແລະ ການຂົນສົ່ງ 1.188 ຕື້ກວ່າກີບ, ກະສິກຳ ແລະ ປ່າໄມ້ 1.128 ຕື້ກວ່າກີບ ແລະ ໄຟຟ້າ 27,33 ຕື້ກີບ ໂດຍມອບໃຫ້ກະຊວງການເງິນ ສົມທົບກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າບັນດານະໂຍບາຍຕ່າງໆ ເພື່ອຊ່ວຍຜູ້ປະສົບໄພ” ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດແຫ່ງຊາດ ກ່າວຖະແຫຼ່ງຂ່າວຕໍ່ສື່ມວນຊົນ.

ໃນວັນທີ 15 ຕຸລາ 2018 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດແຫ່ງຊາດ ຖະແຫຼ່ງຂ່າວຕໍ່ສື່ມວນຊົນວ່າ “ນັບແຕ່ຕົ້ນເດືອນກໍລະກົດ ຫາ ເດືອນກັນຍາ 2018 ເປັນຕົ້ນມາ ທີ່ໄດ້ຮັບຜົນກະທົບຈາກໄຟນໍ້າຖ້ວມຢ່າງຮ້າຍແຮງ ເນື່ອງຈາກລົມພາຍຸເຂດຮ້ອນພັດເຂົ້າລາວຫຼາຍຄັ້ງເປັນຕົ້ນແມ່ນ ພະຍຸເຊີນຕີນ ແລເບປີກາ, ຝົນຕົກຢ່າງຕໍ່ເນື່ອງ ເຮັດໃຫ້ເກີດໄພນໍ້າຖ້ວມ ແລະ ດິນເຈື່ອນຢ່າງໜັກໃນ 17 ແຂວງ ແລະ 1 ນະຄອນຫຼວງ ປະຊາຊົນໄດ້ຮັບຜົນກະທົບ  648.605 ຄົນ, ເສຍຊີວິດ 56 ຄົນ.

ສຳລັບພື້ນຖານໂຄງລ່າງດ້ານສາທາລະນະສຸກທີ່ຖືກກະທົບ ແລະ ເສຍຫາຍມີໂຮງໝໍເມືອງ 2 ແຫ່ງ (ເມືອງ ປາກແບງ ແຂວງ ອຸດົມໄຊ ແລະ ເມືອງ ທ່າໂທມ ແຂວງ ໄຊສົມບູນ), ສຸກສາລາ 35 ແຫ່ງ, ນໍ້າລິນ 119 ແຫ່ງ, ນໍ້າບາດານ 5.910 ບໍ່, ນໍ້າສ້າງ 7.138 ບໍ່, ວິດຖ່າຍ 22.962 ໜ່ວຍ ແລະ ພື້ນຖານໂຄງລ່າງດ້ານການສຶກສາ 301 ແຫ່ງ, ເຮືອນພັກຄູ 9 ຫຼັງ ແລະ ຫ້ອງການ 2 ຫຼັງ ແຕ່ໃນຂົງເຂດສຶກສາ ແລະ ສາທາລະນະສຸກຍັງບໍ່ສາມາດປະເມີນຜົນເສຍຫາຍໄດ້.

ນອກຈາກນັ້ນ, ທ່ານ ສອນໄຊ ຍັງໄດ້ກ່າວເຖິງທິດທາງແກ້ໄຂໃນຕໍ່ໜ້າວ່າ: “ສະເພາະການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ລັດຖະບານໄດ້ຄົ້ນຄວ້າ ແລະ ພິຈາລະນາໃນກອງປະຊຸມລັດຖະບານເປີດກວ້າງ ໂດຍມອບໃຫ້ຂະແໜງການກ່ຽວຂ້ອງຄົ້ນຄວ້າບັນດານະໂຍບາຍຕ່າງໆຊ່ວຍຜູ້ປະສົບໄພ ໃຫ້ກະຊວງການເງິນ ສົມທົບກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄົ້ນຄວ້າກ່ຽວກັບການຜ່ອນຜັນ ຫຼື ໂຈະການເກັບພາສີທີ່ດິນໃນເຂດທີ່ເກີດໄພພິບັດ; ກະຊວງການເງິນຄົ້ນຄວ້າກ່ຽວກັບການນຳໃຊ້ງົບປະມານສຸກເສີນ ເພື່ອແກ້ໄຂໄພພິບັດໃຫ້ມີປະສິດທິຜົນທັນກັບສະພາບການ ພ້ອມທັງຄົ້ນຄວ້ານະໂຍບາຍຫຼຸດອັດຕາພາສີອາກອນໃນການນຳເຂົ້າປັດໄຈການຜະລິດ ເຊັ່ນ: ຝຸ່ນປຸ໋ຍ, ແນວພັນພືດ ແລະ ສັດ; ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າກ່ຽວກັບນະໂຍບາຍຫຼຸດຜ່ອນກະແສໄຟຟ້າໃນການຜະລິດລະດູແລ້ງ ແລະ ພາກສ່ວນອື່ນໆໃຫ້ພ້ອມກັນຈັດຕັ້ງປະຕິບັດຕາມສິດ ແລະ ພາລະບົດບາດຂອງຕົນໃນການແກ້ໄຂບັນຫາຕາມການມອບໝາຍ”.

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...