spot_img
Homeນານາສາລະ5 ວິທີໃຫ້ທ່ານ ຫັນມາດື່ມນ້ຳງ່າຍຂຶ້ນ

5 ວິທີໃຫ້ທ່ານ ຫັນມາດື່ມນ້ຳງ່າຍຂຶ້ນ

Published on

 

2

ການດື່ມນ້ຳເປັນເລື່ອງທີ່ສຳຄັນຫລາຍ ແຕ່ການດື່ມນ້ຳມື້ລະຫລາຍຈອກນັ້ນເປັນເລື່ອງທີ່ຍາກຫລາຍສຳລັບບາງຄົນທີ່ບໍ່ມັກກິນນ້ຳ ມື້ນີ້ເຮົາເລື່ຍມີວິທີເຮັດໃຫ້ທ່ານດື່ມນ້ຳໄດ້ຫລາຍຂື້້ນມາບອກກັນ

1. ພະຍາຍາມ​ດື່ມ​ນ້ຳ​ທຸກ​ເຊົ້າ​ຫລັງ​ຕື່ນ​ນອນ​ທຸກໆມື້ ເພາະ​ການ​ດື່ມ​ນ້ຳ​ຕອນ​ເຊົ້າ​ ຈະ​ຊ່ວຍ​ກະຕຸ້ນ​ໃຫ້ທ່ານ​ຮູ້ສຶກ​ຢາກ​ດື່ມ​ນ້ຳ​ຫລາຍ​ຂື້ນ​ຕະຫລອດ​ ແລະ ​ຍັງ​ຊ່ວຍ​ເລື່ອງ​ການ​ຂັບ​ຖ່າຍ​ນຳອີກ​
2. ຖ້າທ່ານ​ຮູ້ສຶກ​ບໍ່ມັກ ລົດ​ຊາດ​ທີ່​ຈືດ​​ຂອງ​ນ້ຳດື່ມ​ ຂໍ​ແນະ​ນຳ​ໃຫ້​ທ່ານ​ເອົາ ໝາກ​ນາວ​ມາ​ບີບ​ລົງ​ໄປ​ໃນ​ນ້ຳ​ດື່ມ​ຈັກໜ້ອຍນ້ອຍ​ກ່ອນ​ດື່ມ ເພື່ອ​ຊ່ວຍ​ເພີ່ມ​ລົດ​ຊາດ​ໃຫ້​ກັບ​ນ້ຳດື່ມ
3. ໝັ່ນ​ກວດ​ເບິ່ງ ປັດສະວະ (ຫລື ຍ່ຽວ) ຂອງ​ທ່ານຫລັງ​ເຂົ້າຫ້ອງນ້ຳ ເພື່ອ​ໃຫ້​ໝັ່ນໃຈ​ວ່າ​ມັນ​ຍັງ​ໃສ​ຢູ່​ສະ ເໝີ ເພາະ​ຄວາມ​ໃສ​ນັ້ນ ​ຄືກັບໂຕວັດວ່າຮ່າງກາຍ​ຂອງ​ທ່ານ​ໄດ້ຮັບ​ນ້ຳ​ຢ່າງ​ພຽງ​ພໍ ແຕ່​ເມື່ອໃດ​ກໍ​ຕາມ​ທີ່​ເບິ່ງ ປັດສະວະ (ຫລື ຍ່ຽວ) ຂອງ​ທ່ານມີ​ສີ​ເຫລືອງ​ເຂັ້ມ ນັ້ນ​ໝາຍ​ຄວາມ​ວ່າ​ຮ່າງກາຍ​ຂອງທ່ານ ກຳ​ລັງ​ຢູ່ໃນ​ພາ​ວະ​ຂາດ​ນ້ຳ
4.ເລີ່ມ​ປະຕິບັດ​ຈາກ​ຂັ້ນ​ຕອນ​ງ່າຍໆ ຢ່າ​ຄາດ​ຫວັງ​ວ່າທ່ານ​ຈະ​ສາມາດ​ປ່ຽນ​ພຶດຕິກຳ​ການ​ດື່ມ​ນ້ຳ​ໄດ້ ຈາກ​ໜ້າ​ມື​ເປັນ​ຫລັງ​ມື ຄື​ຈາກ​ຄົົນທີ່​ບໍ່​ດື່ມ​ນ້ຳ​ເລີຍ​ມາ​ດື່ມ​ນ້ຳ​ມື້​ລະ 8ຈອກ ແຕ່​ທ່ານຄວນ​ເລີ່ມ​ຈາກ​ການ​ດື່ມ​ນ້ຳ 1ຈອກ ໃນ​ຕອນ​ເຊົ້າ ແລະ ກອ່ນນອນອີກ 1ຈອກໃຫ້​ເປັນ​ນິ​ໄສ ຈາກ​ນັ້ນ​ຄ່ອຍໆ​ເພີ່ມ​ປະລິມານ​ການ​ດື່ມ​ນ້ຳ​ລະຫວ່າງ​ມື້ໃຫ້​ຫລາຍ​ຂຶ້ນ
5. ຫາຕຸກນ້ຳດື່ມທີ່​ມີ​ນ້ຳ​ເຕັມຕຸກ ມາ​ວາງ​ໄວ້​ຂ້າງ​ຕົວ​ເຈົ້າ​ຕະຫລອດ ເວລາທີ່​ທ່ານ​ກຳ​ລັງ​ເຮັດວຽກ ເພາະ​ມັນ​ຈະ​ເຮັດໃຫ້​ທ່ານ​ສະ​ດວກ​ຕໍ່​ການ​ຈັບ​ຂຶ້ນ​ມາ​ດື່ມໄປ​ເລື່ອຍ​ໆ ຂະນະ​ເຮັດວຽກ​ໂດຍ​ບໍ່​ຮູ້​ຕົວ ໂດຍ​ສະເພາະ​ເວລາ​ທີ່​ທ່ານ​ຕ້ອງ​ສຸມ​ຫົວ​ຄິດ​ວຽກງານ​ກັບ​ເພື່ອນ​ຮ່ວມງານກໍ່ຕາມ
ເຫັນ​ບໍ່​ວ່າ ການ​ດື່ມ​ນ້ຳ​ບໍ່​ຢາກ​ຢ່າງ​ທີ່​ທ່ານ​ຄິດ ແລະ ​ນ້ຳ​ມີ​ປະໂຫຍດ​ຫລາຍ​ໆ ໃນ​ຊີວິດ​ປະຈຳວັນ ຢ່າ​ເດີ້ທ່ານຜູ້ຊົມ ຫັນ​ມາ​ໃສ່​ໃຈ​ສຸຂະພາບ​ກ່ອນທີ່ຈະ​ສາຍ​ເກີນ​ແກ້ ພຽງ​ແຕ່ພະຍາຍາມ​ດື່ມ​ນ້ຳ​ໃຫ້​ໄດ້​ມື້​ລະ 8 ຈອກເທົ່າ​ນັ້ນ​ເອງ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...