spot_img
Homeຂ່າວພາຍ​ໃນລັດ ເລັ່ງປັບປຸງ 5 ແຂວງເປົ້າໝາຍ

ລັດ ເລັ່ງປັບປຸງ 5 ແຂວງເປົ້າໝາຍ

Published on

ໃນວັນທີ 11 ຕຸລາ 2018 ທີ່ ນະຄອນຫຼວງວຽງຈັນ ໄດ້ຈັດພິທີກອງປະຊຸມລິເລີ່ມໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ, ກ່ຽວກັບການປັບປຸງຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ຕາມມາດຕະຖານກະສິກຳສະອາດ ລວມມີ 5 ແຂວງເປົ້າໝາຍຄື ນະຄອນຫຼວງວຽງຈັນ, ໄຊຍະບູລີ, ວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ ໂດຍຈະເລີ່ມປະຕິບັດໃນທ້າຍປີ 2018-2024 ດ້ວຍມູນຄ່າ 29,3 ລ້ານໂດລາສະຫະລັດ ຫຼື ປະມານ 249,85 ຕື້ກີບ.

ທ່ານ ແກ້ວພິລາວັນ ອາໄພລາດ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ” ໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ເປັນອີກໜຶ່ງໂຄງການໃນແຜນການຮ່ວມມືລະຫວ່າງລັດຖະບານ ແລະ ທະນາຄານໂລກ. ປັດຈຸບັນ, ໄດ້ເລັ່ງປັບປຸງຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ໃຫ້ໄດ້ຕາມາດຕະຖານກະສິກຳສະອາດເປັນຕົ້ນ ການຜະລິດເຂົ້າ, ພືດຜັກ-ສາລີ ແລະ ອື່ນໆ ນັບແຕ່ການປູກຈົນຮອດການຈຳໜ່າຍ. ໂຄງການດັ່ງກ່າວ, ຈະຈັດຕັ້ງປະຕິບັດຮ່ວມກັບຂະແໜງການກະສິກຳ ແລະ ປ່າໄມ້, ຂະແໜງອຸດສາຫະກຳ ແລະ ການຄ້າ ໂດຍລວມມີ 5 ແຂວງເປົ້າໝາຍຄື ນະຄອນຫຼວງວຽງຈັນ, ໄຊຍະບູລີ, ວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ. ຈະເລີ່ມຂຶ້ນໃນທ້າຍປີ 2018-2024 ດ້ວຍມູນຄ່າ 29,3 ລ້ານໂດລາສະຫະລັດ ໃນນີ້ ງົບປະມານຈາກທະນາຄານໂລກ 25 ລ້ານໂດລາສະຫະລັດ; ທຶນສົມທົບຂອງລັດຖະບານລາວ 5 ແສນໂດລາສະຫະລັດ ແລະ ທຶນສົມທົບຂອງຜູ້ປະກອບການກຸ່ມຜະລິດ 3,8ລ້ານໂດລາສະຫະລັດ”.

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...