spot_img
Homeຂ່າວພາຍ​ໃນປກສ ແຈ້ງການຮັບນັກຮຽນໃໝ່

ປກສ ແຈ້ງການຮັບນັກຮຽນໃໝ່

Published on

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເປີດຮັບເອກະສານກຳລັງໃໝ່ ສົກປິ 2018 ສະເພາະຜູ້ທີ່່ຮຽນຈົບ ມ7 ທີ່ຂຶ້ນທະບຽນສຳມະໂນຄົວຢູ່ໃນ ນະຄອນຫຼວງວຽງຈັນ. ໃນວັນທີ 9 ຕຸລາ 2018, ເລກທີ 1023/ປກສ.ນວ ເພື່ອເສັງເຂົ້າກຳລັງ ປກສ ນະຄອນຫຼວງວຽງຈັນ. ເລີ່ມເປີດຮັບສະໝັກວັນທີ 10-15 ຕຸລາ 2018.

ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງເຖິງບັນດາພະນັກງານ, ທະຫານ-ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຊາວນພຄອນຫຼວງວຽງຈັນ ຜູ້ທີ່ມີລູກຫຼານສົນໃຈຢາກສະໝັກສອບເສັງດັ່ງກ່າວວ່າ: “ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເປີດຮັບເອກະສານກຳລັງໃໝ່ ສົກປິ 2018 ສະເພາະຜູ້ທີ່່ຮຽນຈົບ ມ7 ທີ່ຂຶ້ນທະບຽນສຳມະໂນຄົວຢູ່ໃນ ນະຄອນຫຼວງວຽງຈັນ. ນັບແຕ່ວັນທີ 10-15 ຕຸລາ 2018 ເພື່ອຄັດເລືອກສອບເສັງເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ (ສະຖານທີ່ສະໝັກຢູ່ທີ່ຫ້ອງການ ເມືອງ ປກສ ນະຄອນຫຼວງວຽງຈັນ ຊັ້ນ 04). ສຳລັບຜູ້ສະໝັກຈະຕ້ອງໄດ້ເສຍຄ່າລົງທະບຽນຕ່າງໆຜູ້ລະ 80.000 ກີບຕໍ່ຄົນ, ຜູ້ທີ່ຜ່ານການຄັດເລືອກຄົບມາດຕະຖານເງື່ອນໄຂເຂົ້າສອບເສັງຈະໄດ້ເສຍຄ່າລົງທະບຽນ, ຄ່າແບບຟອມ, ຊີວະປະຫວັດ, ຄ່າເຈ້ຍ, ຄ່າບັດເຂົ້າຫ້ອງສອບເສັງ ແລະ ຄ່າບໍລິການຕ່າງໆ ຈຳນວນ 120.000 ກັບຕໍ່ຄົນ. ໃນການສອບເສັງຄັ້ງນີ້, ມີ 3 ວິຊາຄື ວິຊາຄະນິດສາດ, ພາສາລາວ ແລະ ຄວາມຮູ້ຮອບຕົວ”.

ແຈ້ງການດັ່ງກ່າວ, ໄດ້ອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 010/ປກສ ລົງວັນທີ 03 ມັງກອນ 2014 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ; ອີງຕາມແຈ້ງການຂອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 3255/ກມ ປສ, ລົງວັນທີ 08 ຕຸລາ 2018, ເລື່ອງແຜນຮັບກຳລັງໃໝ່ ສົກປີ 2018.

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...