spot_img
Homeຂ່າວທ້ອງຖິ່ນພົນລະເມືອງດີແຈ້ງ! ເຈົ້າໜ້າທີ່ຢຶດຢາບ້າໄດ້ກວ່າ 4 ລ້ານເມັດ

ພົນລະເມືອງດີແຈ້ງ! ເຈົ້າໜ້າທີ່ຢຶດຢາບ້າໄດ້ກວ່າ 4 ລ້ານເມັດ

Published on

ທີມເຈົ້າໜ້າທີ່ ປກສ ກຸ່ມບ້ານໃຫຍ່ສີເມືອງງາມ ເຂົ້າກວດຄົ້ນລົດກະບະວີໂກ້ສີຂາວຕ້ອງສົງໃສ ຫຼັງໄດ້ຮັບໂທລະສັບແຈ້ງຂ່າວຈາກພົນລະເມືອງດີ ພົບຢາບ້າ 4.300.000ເມັດ ຢຶດໄວ້ເປັນຂອງກາງ ສ່ວນກຸ່ມຄົນຂົນຢາລົບໜີໄປໄດ້.

ເມື່ອເວລາປະມານ 21:30 ນາທີ ຂອງວັນທີ 04 ຕຸລາ 2018ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ກຸ່ມບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໄດ້ຮັບໂທລະສັບຈາກພົນລະເມືອງດີ ວ່າມີລົດວີໂກ້ສີຂາວ ໄດ້ແລ່ນເຂົ້າໄປທາງແຄມຂອງເຂດເໜືອບ້ານໃຫຍ່ສີເມືອງງາມ ທ່າທາງຜິດປົກກະຕິ; ເມື່ອໄດ້ຮັບລາຍງານທາງເຈົ້າໜ້າທີ່ ປກສ ກຸ່ມບ້ານໃຫຍ່ສີເມືອງງາມ ຈຶ່ງໄດ້ປະສານສົມທົບກັບທະຫານເມືອງຕົ້ນເຜິ້ງ ພ້ອມກັນລົງໄປກວດກາຈຸດດັ່ງກ່າວ ແລະ ປະກົດເຫັນກຸ່ມຄົນເພດຊາຍ ປະມານ 7-8 ຄົນ ກໍາລັງຂົນເປົາເຄື່ອງອອກຈາກເຮືອທີ່ບັນຈຸມາສົ່ງໃຫ້ ຂື້ນໃສ່ທ້າຍກະບະລົດວີໂກ້ສີຂາວ ໝາຍເລກທະບຽນ ກໍາແພງນະຄອນ ກຈ 2511. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ຊ່ອງໄຟສາຍໃສ່ ພ້ອມທັງເອີ້ນຖາມວ່າ “ຂົນເຄື່ອງຫຍັງ?” ເມື່ອກຸ່ມຄົນດັ່ງກ່າວເຫັນເຈົ້າໜ້າທີ່ ຈິ່ງໄດ້ພາກັນແລ່ນລົບໜີເຂົ້າໄປໃນປ່າແຄມຂອງ ທາງເຈົ້າໜ້າທີ່ຈຶ່ງໄດ້ຍິງປືນນາບຄູ່ປະມານ 7-8 ນັດ ເພື່ອໃຫ້ກຸ່ມຄົນດັ່ງກ່າວຢຸດໜີແຕ່ກຸ່ມຄົນດັ່ງກ່າວແມ່ນລົບໜີໄປໄດ້.

ຈາກການເຂົ້າກວດສອບຂອງເຈົ້າໜ້າທີ່ໄດ້ພົບເຫັນເປົາກະສອບຈໍານວນ 38 ເປົາທີ່ບັນຈຸສີ່ງເສບຕິດປະເພດຢາບ້າໄວ້. ທາງເຈົ້າໜ້າທີ່ ປກສ ກຸ່ມບ້ານໃຫຍ່ສີເມືອງງາມຈຶ່ງໄດ້ລາຍງານໃຫ້ທາງ ປກສ ເມືອງຕົ້ນເຜິ້ງຮັບຊາບ ແລະ ແຕ່ງຕັ້ງເຈົ້າ ໜ້າທີ່ລົງມາສົມທົບກັນກວດກາສະຖານທີ່ເກີດເຫດ ແລະ ຂອບເຂດບໍລິເວນປ່າອ້ອມຂ້າງ ພົບເຫັນເປົາຢາບ້າຊຸກເຊື່ອງໄວ້ໃນປ່າອີກ ຈໍານວນ 05 ເປົາ, ລວມຢາບ້າທີ່ຄົ້ນໄດ້ທັງ 2 ຈຸດ ມີ 43 ເປົາ ແລະ ແຕ່ລະເປົາບັນຈຸຢາບ້າໄວ້ເປົາລະ 50 ມັດ ລວມມີ 2.150 ມັດ ນັບເປັນຈຳນວນເມັດມີ 4.300.000 ເມັດ, ທາງເຈົ້າໜ້າທີ່ຈິ່ງໄດ້ຢຶດຂອງກາງຢາຈຳນວນດັ່ງກ່າວໄວ້ ພ້ອມດ້ວຍລົດກະບະວີໂກ້ ແລະ ເຮືອອີກ 1 ລຳ ເພື່ອເປັນຫຼັກຖານ.

 

 

 

ຮຽບຮຽງຂ່າວ:​ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: ຂ່າວສານປະເທດລາວ
ແຫຼ່ງຂ່າວ: ຮທ ນາຊູ ອິນທະບັນດິດ
ຮູບປະກອບ: ຮທ ວິທູນ ແກ້ວກັນຍາ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...