spot_img
Homeຂ່າວທ້ອງຖິ່ນວັດອົງຕື້ ຈະໄຕ້ໂຄມໄຟ 2561 ດວງ ໃນງານບຸນອອກພັນສາປີນີ້

ວັດອົງຕື້ ຈະໄຕ້ໂຄມໄຟ 2561 ດວງ ໃນງານບຸນອອກພັນສາປີນີ້

Published on

ໃນລະຫວ່າງວັນທີ 22-24 ຕຸລາ 2018 ໃກ້ຈະມາເຖິງນີ້ ທີ່ວັດອົງຕື້ມະຫາວິຫານ ຈະມີກິດຈະກໍາໄຕ້ໂຄມໄຟ ຈຳນວນ 2,561 ດວງ ແລະ ຍັງມີອີກຫຼາຍກິດຈະກຳ ເພື່ອບູຊາພະພຸດທະສາສະໜາ ແລະ ສະຫຼອງວັນອອກພັນສາປະວໍລະນາ ພ້ອມທັງ ເປັນການຮັກສາປະເພນີໄຕ້ໂຄມໄຟ ແລະ ເຮືອໄຟ ໃຫ້ເປັນກິດຈະກຳປະຈຳປີໃນການສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ.

ພະອາຈານ ພວງຄຳປະເສີດ ພູມາວົງ ເຈົ້າອະທິການວັດອົງຕື້ມະຫາວິຫານ ໃຫ້ການສໍາພາດໃນວັນທີ 3 ຕຸລາ ທີ່ຜ່ານມາວ່າ: ໃນລະຫວ່າງວັນທີ 22-24 ຕຸລາ 2018 ນີ້ ທີ່ວັດອົງຕື້ມະຫາວິຫານ ຈະມີກິດຈະກໍາໄຕ້ໂຄມໄຟ ຈຳນວນ 2,561 ດວງ ເພື່ອບູຊາພະພຸດທະສາສະໜາ ແລະ ສະຫຼອງວັນອອກພັນສາປະວໍລະນາກ ເຊິ່ງໃນນັ້ນກໍໄດ້ມີການກະກຽມອີກຫຼາຍກິດຈະກຳເປັນຕົ້ນແມ່ນ ໃນວັນທີ 22 ຕຸລາ 2018 ເວລາ 13:00 ໂມງ ກະກຽມເປີດສວນທຳມະຈັກ, ເວລາ 16:00 ໂມງ ພິທີສູດ ແລະ ເປີດສວນທຳມະຈັກເປັນທາງການ, ເວລາ 17:00 ໂມງ ກະກຽມໄຕ້ທຽນອອກພັນສາ ໄຕ້ອັກສອນສະຫຼອງທຳມະຈັັກ.

ວັນທີ  23 ຕຸລາ 2018 ເວລາ 17:00 ໂມງ ກະກຽມໄຕ້ທຽນງານອອກພັນສາ, ໄຕ້ອັກສອນຍິນດີຕ້ອນຮັບສູ່ປີທ່ອງທ່ຽວລາວ 2018 .

ວັນທີ 24 ຕຸລາ 2018 ເວລາ 7:00 ໂມງ ມີພິທີໃສ່ບາດຖວຍສັງຄະທານ ແລະ ເວລາ 17:00 ໂມງ ກະກຽມໄຕ້ທຽນງານອອກພັນສາ ໄຕ້ອັກສອນ ວັນມະຫາປະວໍລະນາອອກພັນສາ ພສ 2561. ກິດຈະກຳດັ່ງກ່າວ, ແນ່ໃສ່ການສົ່ງເສີມວັດທະນະທຳອັນດີງາມ ແລະ ການນຸ່ງຖືຂອງຊາດລາວ ທັງເປັນການຍົກສູງສົ່ງເສີມພຸດທະສາສະໜາ.

ໂອກາດດຽວກັນ, ທ່ານ ພະອາຈານ ຍັງໄດ້ເຊີນຊວນຊາວພຸດທະສະນິກະຊົນ ຕະຫຼອດຮອດນັກທ່ອງທ່ຽວຢູ່ ນະຄອນຫຼວງວຽງຈັນ ເຂົ້າຮ່ວກິດຈະກຳໃນງານບຸນອອກພັນສາປະວໍລະນາທີ່ວັດອົງຕື້ ເພື່ອໃຫ້ມີບັນຍາກາດຄືກຄື້ນມ່ວນຊື່ນ ໂດຍສະເພາະແມ່ຍິງຈະສົ່ງເສີມໃຫ້ນຸ່ງສິ້ນບ່ຽງແພເຂົ້າວັດ ເພື່ອເປັນການເຄົາລົບ ແລະ ໃຫ້ກຽດສະຖານທີ່ພຸດທະສາສະໜາ ທັງເປັນການສົ່ງເສີມແມ່ຍິງລາວຮັກສາກນນຸ່ງຖືອັນດີງາມຕື່ມອີກ.

 

 

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບ:https://l.messenger.com/

ບົດຄວາມຫຼ້າສຸດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...