spot_img
Homeຂ່າວພາຍ​ໃນລັດຖະບານລາວມອບເງິນ 100.000 ໂດລາ ຊ່ວຍຜູ້ປະສົບໄພສືນາມິທີ່ອິນໂດເນເຊຍ

ລັດຖະບານລາວມອບເງິນ 100.000 ໂດລາ ຊ່ວຍຜູ້ປະສົບໄພສືນາມິທີ່ອິນໂດເນເຊຍ

Published on

ເຫດການແຜ່ນດິນໄຫວ ແລະ ເກີດຄື້ນສິນາມິທີ່ບໍລິເວນຫາດປາລູ ແຂວງ ສຸລາເວສີກາງ ປະເທດອິນໂດຍເນເຊຍ ເມື່ອວັນທີ 28 ກັນຍາ 2018ທີ່ຜ່ານມາ ຫຼ້າສຸດມີຍອດຜູ້ເສຍຊີວິດ 1,571 ຄົນ ແລະ ຍັງມີຜູ້ສູນຫາຍອີກຫຼາຍກວ່າພັນຄົນ ແລະ ປະຊາຊົນ ຈຳນວນ 70.000 ກວ່າຄົນ ບໍ່ມີທີ່ພັກອາໄສ. ທາງສະຫະປະຊາຊາດ ຫຼື UN ຢູ່ລະຫວ່າງການຮວບຮວມເງິນບໍລິຈາກ ຈາກປະຊາຄົມໂລກ ປະມານ 50.5 ລ້ານໂດລາ ເພື່ອນຳມາຊ່ວຍເຫຼືອລັດຖະບານອິນໂດເນເຊຍ ຫຼັງຄາດຄະເນວ່າມີຜູ້ຕ້ອງການຄວາມຊ່ວຍເຫຼືອກວ່າ 2 ແສນຄົນ.

ລັດຖະບານ ແຫ່ງ ສປປ ລາວ ໄດ້ປະກາດໃຫ້ການຊ່ວຍເຫລືອ ອິນໂດເນເຊຍໃນມູນຄ່າ 100.000 ໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ຈາກໄພພິບັດແຜ່ນດິນໄຫວ ແລະ ຄື້ນສິນາມິ ທີ່ເກີດຂຶ້ນໃນວັນທີ 28 ກັນຍາ 2018 ຢູ່ ແຂວງ ສຸລາເວສີກາງ ປະເທດອິນໂດເນເຊຍ ອັນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນ ອິນໂດເນເຊຍ ຢູ່ເຂດດັ່ງກ່າວ.

ການປະກອບສ່ວນຊ່ວຍເຫຼືອແກ້ໄຂຜົນກະທົບຂອງໄພພິບັດດັ່ງກ່າວທີ່ເກີດຂຶ້ນ ຢູ່ ອິນໂດເນເຊຍ ຂອງລັດຖະບານແຫ່ງ ສປປ ລາວ ໃນຄັ້ງນີ້ ແມ່ນສະແດງເຖິງນໍ້າໃຈ ແລະ ຄວາມສາມັກຄີ ຂອງລັດຖະບານ ກໍຄືປະຊາຊົນລາວ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນອິນໂດເນເຊຍເພື່ອນມິດ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂ່າວ: ຂ່າວສານປະເທດລາວ,​ www.khaosod.co.th
ຮູບປະກອບຂ່າວ: www.khaosod.co.th

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...