spot_img
Homeຂ່າວຕ່າງປະເທດທ່ານ ຫງຽນ ຟູ້ ຈ່ອງ ຖືກສະເໜີຊື່ໃຫ້ດຳລົງຕຳແໜ່ງປະທານປະເທດຫວຽດນາມຄົນໃໝ່

ທ່ານ ຫງຽນ ຟູ້ ຈ່ອງ ຖືກສະເໜີຊື່ໃຫ້ດຳລົງຕຳແໜ່ງປະທານປະເທດຫວຽດນາມຄົນໃໝ່

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ້ຍ, ປະທດຫວຽດນາມ ເມື່ອວັນທີ 3 ຕຸລາ 2018 ວ່າ ພັກຄອມມູນິດຫວຽດນາມຖະແຫຼງການຜ່ານເວັບໄຊສ໌ວ່າ ຄະນະກຳມະການກາງ ຂອງພັກຄອມມູນິດປະກາດຜົນການສະເໜີຊື່ຜູ້ສະໝັກ ຊຶ່ງມີຢູ່ພຽງຄົນດຽວໃນຕຳແໜ່ງປະທານປະເທດຄົນໃໝ່ຂອງຫວຽດນາມ ເພື່ອຮັບຕຳແໜ່ງຜູ້ນຳສູງສຸດຂອງປະເທດ, ພາຍຫຼັງການ ເຖິງແກ່ມໍລະນະກຳຂອງທ່ານ ເຈິ໋ນ ດ໋າຍ ກວາງ, ອະດີດປະທານປະເທດແຫ່ງຫວຽດນາມ ເມື່ອເດືອນ ກັນຍາ 2018 ທີ່ຜ່ານມາ, ໂດຍພັກຕົກລົງສະເໜີຊື່ທ່ານ ຫງຽນ ຟູ້ ຈ່ອງ ເລຂາທິການພັກຄອມມູນິດຫວຽດນາມ ເປັນຜູ້ດຳລົງຕຳແໜ່ງປະທານປະເທດ.

ທັງນີ້, ສະພາມະຕິແຫ່ງຊາດຈະເປັນຜູ້ລົງມະຕິຮັບຮອງການສະເໜີຊື່ຂອງທ່ານ ຫງຽນ ຟູ້ ຈ່ອງ ໄວອາຍຸ 74 ປີ ຊຶ່ງເປັນສະມາຊິກຄະນະກຳມະການກາງກົມການເມືອງສູນກາງພັກຄອມມູນິດຫວຽດນາມ ໃນສະໄໝປະຊຸມໜ້າ ກຳນົດການຈະເລີ່ມປະຊຸມໃນວັນທີ 22 ຕຸລາ 2018 ນີ້. ຈາກນັ້ນ ທ່ານ ຫງຽນ ຟູ້ ຈ່ອງ ຈະຂຶ້ນເປັນປະທານປະເທດ ແລະ ເລຂາທິການພັກຄອມມູນິດພ້ອມກັນສອງຕຳແໜ່ງສຳຄັນ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂ່າວ: www.dailynews.co.th
ຮູບປະກອບຂ່າວ: matichon.co.th

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...