Homeຂ່າວຕ່າງປະເທດປະເທດເວນາຊູເອລາ ກຳລັງຈະລົ້ມລະລາຍ!

ປະເທດເວນາຊູເອລາ ກຳລັງຈະລົ້ມລະລາຍ!

Published on

ເວເນຊູເອລາ ຕັ້ງຢູ່ທາງຕອນເໜືອຂອງທະວີບອາເມລິກາໃຕ້ ມີເນື້ອທີ່ປະມານ 912,050 ຕາລາງກິໂລແມັດ ແລະ ມີປະຊາກອນອາໄສຢູ່ປະມານ 31,3 ລ້ານຄົນ, ປະຊາກອນສ່ວນຫຼາຍແມ່ນເຊື້ອສາຍສະເປນ ນັບຖືສາສະໜາຄິສກາໂຕລິກ. ເວເນຊູເອລາ ຫາກໍມີການເລືອກຕັ້ງປະທານປະເທດໄປເມື່ອວັນທີ 20 ພຶດສະພາທີ່ຜ່ານມາ ແລະ ທ່ານ ມາດູໂຣ ຍັງຄົງໄດ້ຮັບຄວາມນິຍົມຈາກປະຊາຊົນໃຫ້ບໍລິຫານປະເທດອີກຄັ້ງ ຖືວ່າເປັນສະໄໝທີ 2 ໃນການບໍລິຫານປະເທດອີກ 6 ປີ.

ເວເນຊູເອລາ ເປັນປະເທດທີ່ມີແຫຼ່ງນໍ້າມັນສຳຮອງຫຼາຍທີ່ສຸດໃນໂລກ ແລະ ເສດຖະກິດຫຼັກແມ່ນເວົ້າໄດ້ວ່າມາຈາກນໍ້າມັນເປັນສ່ວນໃຫຍ່ ຄິດໄລ່ເປັນ 95% ຂອງ GDP ພາຍໃນປະເທດ. ເມື່ອລາຄານໍ້າມັນລົດລົງ ແຕ່ປີ 2014 ເປັນຕົ້ນມາ ຈື່ງເຮັດໃຫ້ເສດຖະກິດຂອງປະເທດດັ່ງກ່າວຫົດຕົວ ແລະ ຕົກຕໍ່າລົງເລື້ອຍໆ, ລວມທັງກໍໃຫ້ເກີດອັດຕາເງີນເຟີ້ຂື້ນ (Hyperinflation), ເສດຖະກິດ-ສັງຄົມ, ໄພອຶດຫິວ, ຄວາມທຸກຍາກ ແລະ ຕະຫຼາດມືດເພີ່ມຂື້ນ ເວົ້າໄດ້ເລີຍວ່າປະຈຸບັນນີ້ ເວເນຊູເອລາ ແມ່ນຕົກຢູ່ໃນພາວະວິກິດການທີ່ຮ້າຍແຮງສຸດ ໃນມື້ໜື່ງມີປະຊາຊົນອົບພະຍົບອອກຈາກປະເທດເປັນຈຳນວນຫຼວງຫຼາຍ.

ເມື່ອລັດຖະບານບໍ່ສາມາດເບີ່ງແຍງການເປັນຢູ່ຂອງປະຊາຊົນໄດ້ ຈື່ງເຮັດໃຫ້ມີການຮວມກຸ່ມ ກໍ່ຕັ້ງກຸ່ມໂຈນ ອອກປຸ້ນສະດົມສີ່ງຂອງ, ອາຫານ ແລະ ສີ່ງທີ່ຈຳເປັນຕ້ອງໃຊ້ຈາກຜູ້ອື່ນ ແມ່ນວ່າລັດຖະບານຈະເຂົ້າປາບປາມ ແຕ່ໃນສະພາບທີ່ຍັງຫາຄວາມໝັ້ນຄົງບໍ່ໄດ້ນີ້ ການປາບກຸ່ມອິດທິພົນທ້ອງຖີ່ນຈື່ງເປັນເລື່ອງທີ່ເກືອບຈະເຮັດບໍ່ໄດ້. ທັງນີ້ເຮົາສາມາດປຽບທຽບລາຄາຊີ້ນງົວໃນປີ 2012 ແລະ ປະຈຸບັນໄດ້ວ່າ ຄວາມແຕກຕ່າງແມ່ນເປັນໄປຫຼາຍພຽງໃດ.

ໃນປີ 2012 ຊີ້ນງົວ 1 ກິໂລ ລາຄາ 22 ໂບລິວາ ແຕ່ໃນປີ 2018 ໄກ່ 2,4 ກິໂລ ລາຄາສູງເຖີງ 14,600,000 ໂບລິວາ ຫຼືປະມານ 522,000ກີບ. ພາວະທີ່ລາຄາເຄື່ອງຂອງບໍລິໂພກໂຕນຂື້ນຈາກຫຼັກ 2 ເປັນ ຫຼັກ 8 ແມ່ນພາວະເງີນເຟີ້ທີ່ຮ້າຍແຮງທີ່ສຸດໃນໂລກ.

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫຼ່ງຂ່າວຂໍ້ມູນຕ່າງປະເທດ: bangkokbiznews&PostToday

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...