ໄຊຊະນະ ເຂົ້າຄຸກຕະຫຼອດຊີວິດ ເປັນເທື່ອທີສອງ

ທ້າວ ໄຊຊະນະ ແກ້ວພິມພາ ຈຳເລີຍໃນຄະດີຄ້າຢາເສບຕິດລາຍໃຫຍ່ ຖືກສານຕັດສິນ ຫຼຸດຈາກໂທດປະຫານເຫຼືອພຽງໂທດຕິດຄຸກຕະຫຼອດຊີວິດເປັນຄັ້ງທີ 2, ໂດຍໃນການຕັດສິນໂທດໃນຄັ້ງທີ 1 ຈຳນວນຢາບ້າ 1.2 ລ້ານເມັດ ແລະ ຄັ້ງທີ 2 ໂທດຕັດສິນຈຳນວນຢາບ້າ 1 ລ້ານເມັດ.

ກ່ອນໜ້ານີ້ເມື່ອວັນທີ 20 ມີນາ 2018 ສານອາຍາ (ໄທ) ນັດພິພາກສາຄະດີໝາຍເລກດຳ ອຢ.1642/2560 ທີ່ພະນັກງານໄອຍະການຝ່າຍຄະດີຢາເສບຕິດ 10 ເປັນໂຈດຍື່ນຟ້ອງ ທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 43 ປີ ສັນຊາດລາວ ເປັນຈຳເລີຍ ໃນຄວາມຜິດຖານຮ່ວມກັນຕັ້ງແຕ່ 2 ຄົນຂຶ້ນໄປເພື່ອກະທຳຄວາມຜິດກ່ຽວກັບຢາເສບຕິດ ແລະ ໄດ້ມີການກະທຳກ່ຽວກັບຢາເສບຕິດຮ່ວມກັນນຳເຂົ້າ (ຢາບ້າ) ເຊິ່ງເປັນຢາເສບຕິດໃຫ້ໂທດປະເພດ 1 ເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ແລະ ຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງ ໃນຈຳນວນຢາບ້າ 1.2 ລ້ານເມັດ ຈາກລາວ ຊຸກຊ່ອນໃນຊ່ອງລັບໃຕ້ຫຼັງຄາລົດຜ່ານດ່ານກວດຄົນເຂົ້າເມືອງຈັງຫວັດໜອງຄາຍເຂົ້າມາໃນໄທ ໂດຍສານໄດ້ມີຄຳຕັດສິນໂທດປະຫານຊີວິດແຕ່ຈຳເລີຍໃຫ້ການຮັບສາລະພາບໃນຊັ້ນສອບສວນທີ່ເປັນປະໂຫຍດແກ່ການພິຈາລະນາຄະດີຢູ່ແດ່ ຈິ່ງຫຼຸດໂທດ 1 ໃນ 3 ຍັງເຫຼືອໂທດຕິດຄຸກຕະຫຼອດຊີວິດ.

(ມື້ນີ້) ເມື່ອວັນທີ 26 ກັນຍາ 2018 ສານອາຍາ (ໄທ) ນັດຟັງຄຳພິພາກສາຄະດີຢາເສບຕິດທີ່ເຈົ້າໜ້າທີ່ໄອຍະການຄະດີຢາເສບຕິດ 10 ເປັນໂຈດຟ້ອງທ້າວ ໄຊຊະນະ ແກ້ວພິມພາ, ທ້າວ ຊຸມພອນ ພະນົມໄພ ແລະ ຣັດຊະພົນ ຣັດສະພົນພະກອນ ຫຼື ກິມເລ້ງ ເປັນຈຳເລີຍທີ 1-3 ໃນຄວາມຜິດຖານສົມຮູ້ຮ່ວມຄິດກັນຄ້າຢາເສບຕິດ ທີ່ສານອາຍາ ຣັດຊະດາທິເບກ ເຊິ່ງກ່ອນໜ້ານີ້ທ້າວ ໄຊຊະນະ ປະຕິເສດທຸກຂໍ້ກ່າວຫາ.

ລ່າສຸດ, ສານອາຍາມີຄຳພິພາກສາປະຫານຊີວິດທ້າວ ໄຊຊະນະ ແກ້ວພິມພາ ແລະ ທ້າວ ຂຸນພົນ ພະນົມໄພ ຖານສົມຮູ້ຮ່ວມຄິດກັນຄ້າຢາເສບຕິດ 1 ລ້ານເມັດ ເມື່ອຊ່ວງເດືອນ ສິງຫາ 2016 ຫຼັງຈາກມີພະຍານຫຼັກຖານຂໍ້ມູນການໃຊ້ໂທລະສັບຕິດຕໍ່ກັນໃຫ້ຈັດຫາລົດກະບະມືສອງມາຊຸກຊ້ອນຢາບ້າຮັບຈາກ ສປປ ລາວໄປສົ່ງ, ແຕ່ຄຳໃຫ້ການຊັ້ນສອບສວນ ແລະ ຄຳໃຫ້ການບາງສ່ວນຂອງຈຳເລີຍທັງສອງ ເປັນປະໂຫຍດຕໍ່ການພິຈາລະນາຄະດີ; ດັ່ງນັ້ນ, ຈິ່ງຫຼຸດໂທດໃຫ້ 1 ໃນ 3 ແກ່ທັງສອງເຫຼືອພຽງໂທດຕິດຄຸກຕະຫຼອດຊີວິດ.

ນອກຈາກນີ້, ສານມີຄຳພິພາກສາຍົກຟ້ອງ ທ້າວ ຣັດຊະພົນ ຈຳເລີຍທີ 3 ທີ່ຖືກກ່າວຫາຮັບເງິນໂອນຄ້າຢາ, ເນື່ອງຈາກພະຍານຫຼັກຖານຍັງມີຂໍ້ສົງໃສ ແລະ ສານຕັດສິນຍົກຟ້ອງຈຳເລີຍທັງສາມໃນສ່ວນທີ່ຖືກກ່າວຫາສົມຄົບຄ້າຢາບ້າຈຳນວນ 2.381.400 ເມັດ ເນື່ອງຈາກພະຍານຫຼັກຖານໂຈດຍັງມີຂໍ້ສົງໃສຢູ່.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: news.thaipbs.or.th, ຮູບພາບປະກອບ: benarnews.org