spot_img
Homeໂຫນກະແສບໍ່ມີວຽກ ຍ້ອນບໍ່ມີເງິນຊື້ຈ້າງ ຫຼື ເລືອກວຽກ?

ບໍ່ມີວຽກ ຍ້ອນບໍ່ມີເງິນຊື້ຈ້າງ ຫຼື ເລືອກວຽກ?

Published on

ໃນຕອນນີ້, ສື່ສັງຄົມອອນໄລນ໌ບ້ານເຮົາກຳລັງມີກະແສວິພາກວິຈາກກ່ຽວກັບການຊື້ຈ້າງເຂົ້າເຮັດວຽກເກີດຂຶ້ນ ຈາກການເຮັດເສື້ອຂອງຄົນກຸ່ມໜຶ່ງທີ່ມີແຮສແທັກ #ຂ້ອຍບໍ່ມີເງິນຈ້າງເຂົ້າເຮັດວຽກ ເຊິ່ງຄົນກຸ່ມນີ້ອ້າງວ່າຕ້ອງການອອກມາເປັນກະບອກສຽງບໍ່ໃຫ້ມີການຊື້ຈ້າງເຂົ້າເຮັດວຽກ ເພາະມັນເປັນການໄປທຳລາຍໂອກາດຂອງຄົນທີ່ມີຄວາມສາມາດແທ້ ແຕ່ບໍ່ມີເສັ້ນສາຍ ຫຼື ບໍ່ມີເງິນ ແລະ ມັນໄດ້ກະທົບໄປຫຼາຍພາກສ່ວນທັງອົງກອນທີ່ຮັບເຂົ້າເຮັດວຽກ, ຜູ້ທີ່ຊື້ຈ້າງ ແລະ ບຸກຄົນອື່ນໆ; ເຊິ່ງຫຼັງຈາກເລື່ອງນີ້ເຜີຍແຜ່ອອກໄປກໍປະກົດສອງຫາງສຽງຂຶ້ນໃນສື່ສັງຄົມອອນໄລນ໌ ທັງຄົນທີ່ເຫັນດີ ແລະ ບໍ່ເຫັນດີກັບຄວາມຄິດນີ້.

ຄົນທີ່ເຫັນດີກໍອອກມາສະແດງຄວາມຄິດເຫັນເຊັ່ນ: ບາງຄົນອອກມາເວົ້າວ່າ ຄົນທີ່ມີຄວາມຮູ້ຄວາມສາມາດບໍ່ສາມາດເຂົ້າເຮັດວຽກໃນອົງກອນໄດ້ ແຕ່ຄົນທີ່ບໍ່ສະຫຼາດ ບໍ່ໄດ້ມີຄວາມຮູ້ຫຍັງ ແຕ່ມີເງິນ ກໍຈ້າງເຂົ້າເຮັດວຽກ, ບາງຄົນກໍອອກມາເວົ້າວ່າ ຕັ້ງໃຈຮຽນມາຫຼາຍປີ ແຕ່ກໍບໍ່ໄດ້ວຽກຍ້ອນວ່າຕໍາແໜ່ງແມ່ນຖືກຄົນທີ່ມີເສັ້ນສາຍ ແລະ ເງິນຊື້ຈ້າງຍາດໄປໝົດ, ບາງຄົນກໍເວົ້າວ່າ ບໍ່ແມ່ນແຕ່ຕ້ອງຈ້າງເຂົ້າເຮັດວຽກເທົ່ານັ້ນ ຮຽນກໍຍັງຕ້ອງໄດ້ຈ້າງ ແລະ ອີກຫຼາກຫຼາຍຄວາມຄິດເຫັນທີ່ສະແດງວ່າຕົນເອງເຫັນດີກັບແຮສແທັກ #ຂ້ອຍບໍ່ມີເງິນຈ້າງເຂົ້າເຮັດວຽກ.

ສ່ວນຄົນທີ່ບໍ່ເຫັນດີ ກໍອອກມາສະແດງຄວາມຄິດເຫັນເຊັ່ນ: ບາງຄົນກໍອອກມາເວົ້າວ່າການທີ່ເຂົາເຈົ້າບໍ່ໄດ້ວຽກນັ້ນແມ່ນຍ້ອນບໍ່ເຂົາເຈົ້າບໍ່ມີຄວາມສາມາດໃນການຊອກວຽກ, ບາງຄົນກໍ່ເວົ້າວ່າ ທີ່ບໍ່ມີວຽກເຮັດກໍຍ້ອນວ່າເລືອກວຽກຫຼາຍ ຢາກເຮັດວຽກແຕ່ໃນອົງກອນໃຫຍ່ໆທີ່ໄດ້ເງິນເດືອນຫຼາຍໆ ຫຼື ຢາກເຂົ້າສັງກັດລັດເທົ່ານັ້ນ ເຮັດໃຫ້ເຂົາເຈົ້າບໍ່ໄປຊອກວຽກກັບບໍລິສັດເອກະຊົນຫຼາຍໆແຫ່ງ, ບາງຄົນກໍ່ບອກວ່າ ພໍ່ແມ່ເສຍເງິນໃຫ້ຮຽນແລ້ວ ຍັງຕ້ອງມາເສຍເງິນຈ້າງເຂົ້າວຽກໃຫ້ອີກ ຄວນຕ້ອງພະຍາຍາມດ້ວຍຕົນເອງໃຫ້ຫຼາຍຂຶ້ນ ໂອກາດມີຢູ່ຫຼາກຫຼາຍ ພຽງແຕ່ຕົນປະຕິເສດທີ່ຈະຄວ້າມັນໄວ້, ແລະ ອີກຫຼາຍຄວາມຄິດເຫັນທີ່ຊາວໂຊຊຽວກອອກມາສະແດງຄວາມຄິດເຫັນຜ່ານເຟສບຸກຂອງຕົນ ແລະ ໃນເພສຕ່າງໆ.

ໃນແຕ່ລະປີ, ມີນັກສຶກສາຈົບໃໝ່ບໍ່ວ່າຈະເປັນລະດັບມະຫາວິທະຍາໄລ, ຊັ້ນສູງ ແລະ ວິຊາຊີບ ລວມແລ້ວຫຼາຍພັນກວ່າຄົນ, ແຕ່ນັກສຶກສາຈົບໃໝ່ບາງກຸ່ມກໍມີຄວາມທະເຍີທະຍານ ຕ້ອງການເຮັດວຽກໃນອົງກອນໃຫຍ່ທີ່ມີຊື່ສຽງ ແລະ ໄດ້ຄ່າຕອບແທນສູງ ຫຼື ຢາກເຂົ້າເຮັດວຽກໃນກະຊວງ ເຂົ້າສັງກັດລັດຖະບານເທົ່ານັ້ນ ເພາະເຫັນວ່າມີຄວາມໝັ້ນຄົງດ້ານໜ້າທີ່ການງານ ແລະ ມີສະຫວັດດີການທີ່ດີ, ເຊິ່ງເຂົາເຈົ້າອາດລືມໄປວ່າ ສັດສ່ວນຕໍາແໜ່ງທີ່ອົງການເຫຼົ່ານັ້ນຕ້ອງການ ແລະ ຈໍານວນຄົນໄປສະໝັກເຂົ້າເຮັດວຽກແມ່ນໂຕນກັນຫຼາຍ. ຍັງມີໂອກາດດີໆສຳລັບຄົນທີ່ຕ້ອງການວຽກງານຢູ່ຢ່າງຫຼວງຫຼາຍ ບໍລິສັດເອກະຊົນລາຍນ້ອຍ-ກາງຫຼາຍບໍລິສັດ ທີ່ມີຄວາມຕ້ອງການພະນັກງານສູງ ຕ້ອງໄດ້ໄປໃຊ້ບໍລິການຈັດຫາວຽກເພື່ອຊອກພະນັກງານໃຫ້ ແລະ ໂອກາດໃນການຊອກສະໝັກວຽກຍັງມີຢູ່ຢ່າງຫຼວງຫຼາຍບໍ່ວ່າຈະເປັນທາງ ງານຕະຫຼາດແຮງງານທີ່ມີການຈັດຂຶ້ນທຸກໆປີ, ການປະກາດຮັບສະມັກງານຜ່ານໜັງສືພິມ ແລະ ເວັບໄຊ້ຕ່າງໆ. ແອັດມິນເຊື່ອວ່າຄົນເຮົາມີໂອກາດສະເໝີ ຂຶ້ນກັບວ່າເຮົາຈະຄວ້າໂອກາດນັ້ນໄວ້ ຫຼື ຈະປ່ອຍໃຫ້ມັນຜ່ານໄປ.

ແລ້ວທ່ານເດມີຄວາມຄິດເຫັນແນວໃດຕໍ່ເລື່ອງນີ້?

 

 

 

ຂຽນໂດຍ: ລັດສະໝີ ພອນວິໄລ

ຮູບພາບປະກອບ: ເຟສບຸກຄື້ນສຽງນັກສຶກສາ, ເຟສບຸກ Career Planning,  ເຟສບຸກຂອງ Souliyo Vongdala

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...