spot_img
Homeຂ່າວຕ່າງປະເທດພົບຜູ້ເສຍຊີວິດໃນງານເທສະການດົນຕີທີ່ຫວຽດນາມ

ພົບຜູ້ເສຍຊີວິດໃນງານເທສະການດົນຕີທີ່ຫວຽດນາມ

Published on

ອີງຕາມການລາຍງານຈາກສໍານັກຂ່າວ ເອເອຟພີ ເມື່ອວັນທີ່ 17 ກັນຍາທີ່ຜ່ານມານີ້ໃຫ້ຮູ້ວ່າ: ທາງການຫວຽດນາມໄດ້ເລັ່ງສອບສວນເປັນການດ່ວນໃນເຫດການ ທີ່ມີຜູ້ເສຍຊີວິດ 7 ຄົນ ແລະ ອີກ 5 ຄົນມີອາການໂຄມາ (ອາການໂຄມາໝາຍເຖິງ ຍັງມີຊີວິດຢູ່ ແຕ່ບໍ່ສາມາດຕອບໂຕ້ກັບສິ່ງແວດລ້ອມໄດ້ຕາມປົກກະຕິ) ເຊິ່ງມີຜົນມາຈາກການເສບຢາເສບຕິດໃນງານເທສະການດົນຕີ “ ທຣິບທູມູນ ” ເປັນເທວະການດົນຕີ ອີເລັກໂທຣນິກແດນສ໌ ຫຼື ອີດີເອັມ ທີ່ໄດ້ຈັດຂຶ້ນໃນນະຄອນຫຼວງ ຮ່າໂນ້ຍ, ເມືອງຫຼວງຂອງປະເທດ ຫວຽດນາມ ເມື່ອຕອນຄໍ່າຄືນຂອງວັນອາທິດ ທີ່ 16 ກັນຍາ ທີ່ຜ່ານມານີ້. ນັບວ່າເປັນເຫດການທີ່ສ້າງຄວາມຕື່ນຕົກໃຈຢ່າງແຮງໃຫ້ກັບປະເທດຫວຽດນາມທີ່ເປັນສັງຄົມ ອະນຸລັກນິຍົມພາຍໃຕ້ການປົກຄອງຂອງພັກຄອມມູນິດ.

ລາຍງານຂ່າວແຈ້ງວ່າ: ຜົນຈາກການກວດເລືອດຜູ້ທີ່ເສຍຊີວິດ ແລະ ຜູ້ທີ່ຢູ່ໃນອາການໂຄມານັ້ນໄດ້ຜົນເປັນບວກ ພົບສານເສບຕິດໃນກະແສເລືອດ ເຊິ່ງຕອນນີ້ເຈົ້າໜ້າທີ່ທ້ອງຖິ່ນໄດ້ເລັ່ງສອບສວນຢູ່ວ່າເປັນສານເສບຕິດຊະນິດໃດ ທີ່ໄດ້ມີການນໍາໃຊ້ໃນລະຫວ່າງການເຂົ້າຮ່ວມງານໃນເທສສະການດົນຕີດັ່ງກ່າວ. ທາງການຂອງຫວຽດນາມຍັງໄດ້ສັ່ງຍຸບ ແລະ ຫ້າມບໍ່ໃຫ້ມີການຈັດງານອີກ ນອກນີ້ເຈົ້າໜ້າທີ່ຍັງໄດ້ຂະຫຍາຍຜົນການສອບສວນໄປຕື່ມອີກວ່າ: ໃຜເປັນຜູ້ຈັດຫາ ແລະ ຊື້ສານເສບຕິດດັ່ງກ່າວເຂົ້າມາໃນງານ.

ຜົນການສືບສວນໄດ້ໃຫ້ການຢືນຢັນວ່າ: ການເສຍຊີວິດດັ່ງກ່າວແມ່ນ ມີຜົນກ່ຽວຂ້ອງກັບຢາເສບຕິດ ແລະ ຈັດວ່າເປັນອີກໜຶ່ງໃນເທດສະການດົນຕີທີ່ໂຫດຮ້າຍທີ່ສຸດ ທີ່ມີຜູ້ເສຍຊີວິດຈາກການໃຊ້ຢາເສບຕິດ.

 

 

 

 

ແຫຼ່ງຂ່າວຈາກ: matichon.co.th

ຮູບພາບຈາກ: vnexpress

ບົດຄວາມຫຼ້າສຸດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...