spot_img
Homeຂ່າວພາຍ​ໃນລາວ - ກໍາປູເຈຍ ສືບຕໍ່ຮ່ວມກັນແກ້ໄຂບັນຫາຊາຍແດນ

ລາວ – ກໍາປູເຈຍ ສືບຕໍ່ຮ່ວມກັນແກ້ໄຂບັນຫາຊາຍແດນ

Published on

ເຫດອັນເນື່ອງມາຈາກການລະເມີດບັນດາຂໍ້ຕົກລົງຂອງຄະນະກຳມະການຊາຍແດນຮ່ວມລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ທີ່ເກີດຂື້ນມາດົນແລ້ວສົ່ງຜົນໃຫ້ ນາຍົກລັດຖະມົນຕີທັງສອງປະເທດຕ້ອງໄດ້ຫາທາງແກ້ໄຂຢ່າງຮີບດ່ວນ. ນາຍົກລັດຖະມົນຕີລາວ ແລະ ກໍາປູເຈຍ ຮ່ວມມືກັນຖະແຫຼງຜົນການປຶກສາຫາລື ເພື່ອແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດ, ພາຍຫຼັງສໍາເລັດການພົບປະສອງຝ່າຍຢູ່ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ, ໃນວັນທີ 13 ກັນຍາ ທີ່ຜ່ານມານີ້.

ທ່ານ ສົມເດັດ ຮຸນແຊນ, ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກກໍາປູເຈຍ ໄດ້ຖອນທະຫານກໍາປູເຈຍອອກຈາກເຂດຊາຍແດນທີ່ເປັນຈຸດຄົງຄ້າງແລ້ວ, ໂດຍກ່າວວ່າ: ເປັນການແຈ້ງຂ່າວຢ່າງຊັດເຈນຕໍ່ປະຊາຊົນທັງ 2 ປະເທດ ເທື່ອນີ້ເປັນເທື່ອທີ 3 ທີ່ ສປປ ລາວ ແລະ ກໍາປູເຈຍໄດ້ຮ່ວມຖະແຫຼງການຢູ່ ນະຄອນຫຼວງວຽງຈັນ, ພະນົມເປັນ ແລະ ຮ່າໂນ້ຍ. ດ້ວຍການຊີ້ແຈ້ງກ່ຽວກັບເຂດຫ້ວຍຕະເງົາ ທີ່ຕິດກັບຊາຍແດນຫ້ວຍອາໄລໄປຮອດຊາຍແດນ ສປປ ລາວ ຊຶ່ງຖືວ່າເປັນເຂດທີ່ຍັງບໍ່ທັນແກ້ໄຂ, ເປັນຈຸດຄົງຄ້າງ ແລະ ເຂດດັ່ງກ່າວຕ້ອງໄດ້ຢັ້ງຢືນວ່າ ຢູ່ໃນ ສາມເງື່ອນໄຂຂອງທັງສອງຝ່າຍຄື:

  1. ບໍ່ໃຫ້ມີກໍາລັງທະຫານ.
  2. ບໍ່ໃຫ້ປະຊາຊົນເຂົ້າມາດໍາເນີນທຸລະກິດ ຫຼື ທໍາມາຫາກິນ.
  3. ຖ້າຫາກວ່າຢາກລາດຕະເວນ ກໍຕ້ອງລາດຕະເວນຮ່ວມກັນ. ການລາດຕະເວນຮ່ວມກັນສາມາດເດີນທາງ ທາງບົກ ແລະ ໃຊ້ໂດຣນໄດ້.

ກ່ຽວກັບການຖອນກຳລັງທະຫານຂອງຝ່າຍກໍາປູເຈຍແມ່ນໄດ້ມີການໂອ້ລົມກັນລະຫວ່າງນາຍົກລັດຖະມົນຕີຂອງລາວ ແລະ ກໍາປູເຈຍແລ້ວວ່າ ໃຫ້ຖອນກຳລັງທະຫານກໍາປູເຈຍອອກຈາກເຂດຫ້ວຍຕະເງົາໃຫ້ຫມົດ ນັບແຕ່ປະຈຸບັນຈົນຮອດ 5 ໂມງແລງມື້ອື່ນ. ຈາກທີ່ແຕ່ກ່ອນຕ່າງຝ່າຍຕ່າງລາດຕະເວນຂອງໃຜລາວ ປະຈຸບັນນີ້ແມ່ນໃຫ້ລາດຕະເວນຮ່ວມກັນ ແລະ ໄດ້ໃຫ້ປະເທດຝຣັ່ງຊ່ວຍນຳທິດທາງໂດຍການສົ່ງແຜນທີ່ມາໃຫ້ທັງສອງປະເທດສຶກສາຖ່າຍທອດຮ່ວມກັນ.

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວວ່າ: ການພົບປະ ແລະ ຕົກລົງກັນຂອງ ສອງນາຍົກໃນຄັ້ງນີ້ ເປັນການຕົກລົງທີ່ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ສອງປະເທດ, ສ້າງຄວາມອຸ່ນໃຈໃຫ້ແກ່ປະຊາຊົນທັງສອງຝ່າຍ ແລະ ໃຫ້ສອງກໍາມະການຊາຍແດນທີ່ຖືກແຕ່ງຕັ້ງນັ້ນສືບຕໍ່ລົງໄປສະຖານທີ່ເພື່ອສຶກສາຄົ້ນຄວ້າ, ຖ້າຫາກວ່າບ່ອນໃດມີການລະເມີດ ສອງຄະນະກໍາມະການຊາຍແດນພ້ອມກັນແກ້ໄຂໂລດ ເພື່ອບໍ່ໃຫ້ບານປາຍອອກໄປ.

ບັນດາຕາງໜ້າໃຫ້ແກ່ລັດຖະບານຂອງສອງປະເທດ ເພື່ອແກ້ໄຂຈຸດຄົງຄ້າງດ້ວຍກັນ. ຕໍ່ການເຄື່ອນໄຫວດັ່ງກ່າວ, ອຳນາດການປົກຄອງຂອງ ສປປ.ລາວ ກໍ່ໄດ້ພະຍາຍາມຊອກຊ່ອງທາງ ເພື່ອແກ້ໄຂສະຖານະການໃຫ້ຜ່ອນຄາຍລົງ, ແຕ່ຝ່າຍກຳປູເຈຍ ບໍ່ພຽງແຕ່ລະເມີດຂໍ້ຕົກລົງລະຫວ່າງສອງຝ່າຍ ດັ່ງທີ່ກຳນົດອອກໃນ 4 ຫຼັກການ ແລະ ບັນດາບົດບັນທຶກຮ່ວມຂອງສອງຄະນະກຳມະການຊາຍແດນ ແຕ່ຍັງໄດ້ເຄື່ອນກຳລັງເລິກເຂົ້າໄປໃນບໍລິເວນດັ່ງກ່າວ ໂດຍໃຊ້ກົນອຸບາຍຈົງໃຈຫຼອກລວງໃນການເຈລະຈາ ເພື່ອສ້າງທ່າດີໃຫ້ແກ່ຕົນເອງ ດັ່ງທີ່ຝ່າຍກຳປູເຈຍໄດ້ຂຽນໄວ້ໃນປື້ມປະຫວັດສາຍພົວພັນ
ລະຫວ່າງກຳປູເຈຍ-ລາວ ວ່າ:

“ການເຈລະຈາເປັນພຽງການເຈລະຈາ, ແຕ່ການເຄື່ອນຍ້າຍທັບຂອງກຳປູເຈຍ ຢູ່ໃນເຂດແດນຂອງກຳປູເຈຍ ຈຳເປັນຕ້ອງມີການດຳເນີນໄປຕາມແຜນການ”.

 

 

 

ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ

ຮູບພາບຈາກ: Asiatimes

ບົດຄວາມຫຼ້າສຸດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ...