Homeຂ່າວຕ່າງປະເທດສະກັອດແລນ ກຽມລົງປະຊາມະຕິ ແຍກອອກເປັນເອກະລາດຈາກອັງກິດ 18 ກັນຍານີ້!

ສະກັອດແລນ ກຽມລົງປະຊາມະຕິ ແຍກອອກເປັນເອກະລາດຈາກອັງກິດ 18 ກັນຍານີ້!

Published on

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກັນຍາ 2014 ຜ່ານມານີ້ວ່າ ຈາກຜົນການສຳຫລວດລ່າສຸດຂອງຊາວ

ສະກັອດແລນ ຕໍ່ຄວາມເຫັນເຖິງການແຍກຕົວອອກຈາກສະຫະລາຊະອານາຈັກ ໂດຍມີຜູ້ສະໜັບສະໜູນ 48% ເຊິ່ງ

ໜ້ອຍກ່ວາຜູ້ຄັດຄ້ານການແບ່ງແຍກທີ່ມີເຖິງ 52% ແລະ ຍັງມີອີກຜົນການສຳຫລວດ 2 ສະບັບ ເຊິ່ງມີຜົນຄ້າຍຄື

ກັນ, ແຕ່ດ້ານນັກວິເຄາະກໍຍັງເຫັນວ່າ ການຕໍ່ສູ້ເພື່ອຊອກຫາຜູ້ສະໜັບສະໜູນ ເພື່ອແຍກ ແລະ ຕ້ານການແຍກ

ລະຫວ່າງສອງຝ່າຍ ແມ່ນຍັງບໍ່ທັນສິ້ນສຸດ ເຊິ່ງແຕ່ລະຝ່າຍກໍຍັງຄົງປຸກລະດົມກັນຢ່າງເຕັມທີ່ ເນື່ອງຈາກເປັນຊ່ວງ

ໂຄ້ງສຸດທ້າຍ ໂດຍຕ່າງຝ່າຍກໍຕ່າງຫວັງຊິງທຸກຄະແນນສຽງທີ່ອາດຈະມາໄດ້ ໂດຍສະເພາະກຸ່ມທີ່ຍັງບໍ່ໄດ້ຕັດສິນໃຈ

ທີ່ມີຢູ່ເຖິງ 5 ແສນຄົນ.

 

ດ້ານກຸ່ມທີ່ສະໜັບສະໜູນການແຍກຕົວອອກຈາກສະຫະລາຊະອານາຈັກ ໄດ້ໂຈມຕີລັດຖະບານອັງກິດ ທີ່ພະຍາ

ຍາມປຸກລະດົມຊາວສະກັອດແລນ ໃຫ້ຮູ້ສຶກຫວັ່ນກົວ ແລະ ບໍ່ລົງປະຊາມະຕິເຫັນດີ ດ້ວຍການໂຄສະນາວ່າ ການ

ກະທຳທີ່ເປັນການແບ່ງແຍກອອກຈາກອັງກິດນັ້ນ ຈະເຮັດໃຫ້ເສດຖະກິດຂອງສະກັອດແລນເສຍຫາຍ ພ້ອມທັງ

ຍັງໄດ້ກ່າວໂຈມຕີບໍລິສັດນ້ຳມັນ ບີພີ ຂອງອັງກິດວ່າ ຈົງໃຈບິດເບືອນຂໍ້ມູນກ່ຽວກັບແຫລ່ງພະລັງງານຂອງສະກັອດ

ແລນ ໃນຂະນະທີ່ຜູ້ຄົນໃນເມືອງກລາສໂກ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງສະກັອດແລນ ແລະ ມີຄົນອາຊີຫລາຍຊາດ

ມາອາໄສຢູ່ຈຳນວນຫລາຍ ຕ່າງກໍໄດ້ສະໜັບສະໜູນໃຫ້ສະກັອດແລນແຍກຕົວອອກເປັນເອກະລາດ.

 

ໂດຍກ່ອນໜ້ານີ້ ພວກເຂົາຕ້ອງການໄດ້ຮັບສິດທິເປັນຊາວສະກັອດແລນ ຫລາຍກ່ວາເປັນຊົນເຜົ່າກຸ່ມນ້ອຍ

ໃນພື້ນທີ່ຂອງອັງກິດ ໂດຍຖ້າຫາກຜູ້ຄົນໃນສະກັອດແລນລົງປະຊາມະຕິເຫັນດີໃນເລື່ອງນີ້ ສະກັອດແລນກໍຈະກາຍ

ເປັນປະເທດທຳອິດ ທີ່ຈັດຕັ້ງຂຶ້ນໃໝ່ໃນເອີລົບ ນັບຕັ້ງແຕ່ມີການແບ່ງແຍກປະເທດຢູໂກສະລາວີ ແລະ ຈະກາຍ

ເປັນປະເທດໃໝ່ລ່າສຸດຂອງໂລກ ນັບຕັ້ງແຕ່ການກຳເນີດປະເທດຊູດານໃຕ້ ໃນປີ 2011 ເຊິ່ງຜົນຈະອອກມາເປັນ

ແນວໃດນັ້ນ ຈະສາມາດຮູ້ໄດ້ຢ່າງແນ່ນອນ ໃນມື້ລົງປະຊາມະຕິ ທີ່ຈະໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2014 ນີ້.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...