Homeຂ່າວຕ່າງປະເທດມາເລເຊຍຍົກເລີກ 3 ໂຄງການ ທີ່ລົງນາມກັບ ສປ.ຈີນ

ມາເລເຊຍຍົກເລີກ 3 ໂຄງການ ທີ່ລົງນາມກັບ ສປ.ຈີນ

Published on

ຕາມການລາຍງານຈາກແຫຼ່ງຂ່າວຈາກ ສສ.ຫວຽດນາມ ລາຍງານຈາກເມືອງກົວລາລຳເປີ, ປະເທດມາເລເຊຍ ອ້າງອີງເຖິງການຢັ້ງຢືນຂອງໂຄສົກກະຊວງການເງີນມາເລເຊຍທີ່ວ່າ ມາເລເຊຍໄດ້ຍົກເລີກໂຄງການກໍ່ສ້າງທໍ່ສົ່ງນໍ້າມັນ 3 ລາຍການທີ່ໄດ້ລົງນາມກັບ ສປ.ຈີນ ຢ່າງເປັນທາງການ ຫຼັງຈາກທີ່ໄດ້ໂຈະໂຄງການເຫຼົ່ານັ້ນໄວ້ຊົ່ວຄາວ.

ໜັງສືພິມ Financial times ແຈ້ງວ່າ ທ່ານ ລິມ ກວນເອງ, ລັດຖະມົນຕີການເງິນມາເລເຊຍ ໄດ້ສົ່ງຈົດໝາຍໄປຍັງຝ່າຍຕ່າງໆທີ່ກ່ຽວຂ້ອງຂອງ ສປ.ຈີນ ເພື່ອແຈ້ງໃຫ້ຮູ້ເຖີງການຍົກເລີກໂຄງການຕ່າງໆ​. ບັນດາໂຄງການທີ່ໄດ້ຍົກເລີກໄປແມ່ນ ໂຄງການໃນການກໍ່ສ້າງສົ່ງທໍ່ນໍ້າມັນ ແລະ ແກັສ ທີ່ມີຍອດມູນຄ່າກວ່າ 1 ຕື້ໂດລາສະຫະລັດ, ແລະ ໂຄງການກໍ່ສ້າງສົ່ງທໍ່ນໍ້າມັນ ທີ່ມີມູນຄ່າ 795 ລ້ານໂດລາສະຫະລັດ ເຊື່ອມຈອດລະຫວ່າງລັດ ມາລັກກາ ກັບໂຮງງານກັ່ນນໍ້າມັນ ແລະ ເຄມີທາດຢູ່ໃນ ລັດໂຈຮໍ.

ທ່ານ ມາຮາເທຍ ມໍຮາມັດ, ນາຍົກລັດຖະມົນຕີມາເລເຊຍ ຢັ້ງຢືນເມື່ອວັນທີ 21 ສິງຫາ ທີ່ຜ່ານມາເຖິງການຍົກເລີກ 3 ໂຄງການໂດຍມີຍອດມູນຄ່າ 22 ຕື້ໂດລາສະຫະລັດ ທີ່ໄດ້ລົງນາມກັບ ສປ.ຈີນ ໄປນັ້ນຈົນກວ່າວ່າມາເລເຊຍຈະຊໍາລະຫນີ້ສິນຕ່າງໆສຳເລັດ. ໂຄງການທີ່ຖືກຍົກເລີກນັ້ນກໍປະກອບມີ ໂຄງການທາງລົດໄຟເຊື່ອມຕໍ່ແຄມຝັ່ງທະເລທິດຕາເວັນອອກຂອງມາເລເຊຍ ໄປຍັງພາກໃຕ້ຂອງໄທ – ກົວລາລຳເປີ ແລະ 2 ໂຄງການທໍ່ສົ່ງນໍ້າມັນ – ແກັສ.

ເມື່ອເດືອນພຶດສະພາທີ່ຜ່ານມາ ທ່ານ ມາຮາເທຍ, ນາຍົກລັດຖະມົນຕີມາເລເຊຍ ກໍໄດ້ອອກການໂຈະຊົ່ວຄາວກັບໂຄງການທາງລົດໄຟຄວາມໄວສູງ ທີ່ລົງນາມລະຫວ່າງ ມາເລເຊຍ ກັບ ສິງກະໂປ ຍ້ອນວ່າໂຄງການນີ້ມີຄວາມສີ້ນເປືອງຫລາຍ.

ນັບແຕ່ຂື້ນຮັບອຳນາດເປັນຕົ້ນມາ ນາຍົກລັດຖະມົນຕີ ມາຮາເທຍ ໄດ້ດຳເນີນການພິຈາລະນາຄືນໃຫມ່ຫມົດ ຕໍ່ກັບຫຼາຍໂຄງການດ້ານພື້ນຖານໂຄງລ່າງຂະໜາດໃຫຍ່ ເຊິ່ງໄດ້ຮັບການລົງນາມໃນສະໄໝຂອງອະດີດນາຍົກລັດຖະມົນຕີ ນາຈິບ ຣາຊັກ, ຕໍ່ຄວາມພະຍາຍາມດັ່ງກ່າວຂອງ ທ່ານ ມາຮາເທຍ ແມ່ນເພື່ອຕັດ-ຫຼຸດໜີ້ສິນຂອງຊາດ ເຊິ່ງປະຈຸບັນນີ້ມີຢູ່ປະມານ 250 ຕື້ໂດລາສະຫະລັດ.

 

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫຼ່ງຂ່າວ: ວຽງຈັນໃຫມ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...