Homeຂ່າວຕ່າງປະເທດໄຟປ່າໄໝ້ລາມລັດກາລີຟໍເນຍ ທາງການເລັ່ງອົບພະຍົບປະຊາຊົນໜີ

ໄຟປ່າໄໝ້ລາມລັດກາລີຟໍເນຍ ທາງການເລັ່ງອົບພະຍົບປະຊາຊົນໜີ

Published on

 

ປະຊາຊົນໃນພື້ນທີ່ທາງພາກເໜືອຂອງລັດກາລີຟໍເນຍ ໄດ້ຮັບຄຳສັ່ງໃຫ້ຖິ້ມເຮືອນທີ່ຢູ່ອາໄສ ຫລັງຖືກໄຟປ່າຄຸກຄາມ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກັນຍາ 2014 ຜ່ານມາວ່າ ປະຊາຊົນນັບພັນຄົນທີ່ອາໄສໃນເມືອງມາເດີ

ຣາ ໄດ້ຖືກເຈົ້າໜ້າທີ່ສະຫະລັດສັ່ງໃຫ້ອົບພະຍົບໜີໄຟປ່າ ທີ່ເຜົາໄໝ້ພື້ນທີ່ປ່າເສຍຫາຍເກືອບ 130 ເຮັກຕາ ໂດຍທາງ

ກົມປ່າໄມ້ ແລະ ກົມປ້ອງກັນອັກຄີໄພຂອງສະຫະລັດກ່າວ.

 

ທັງນີ້ ເຈົ້າໜ້າທີ່ດັບເພີງກ່ວາ 400 ຄົນ ໄດ້ຖືກຮຽກໃຫ້ເຂົ້າຄວບຄຸມເພີງ ທີ່ກຳລັງເຜົາໄໝ້ທຳລາຍອາຄານຕ່າງໆເສຍ

ຫາຍຢ່າງໜ້ອຍ 10 ແຫ່ງ, ສ່ວນທາງດ້ານພາກຕາເວັນອອກສຽງໃຕ້ຂອງເມືອງລອສແອງເຈີລີສ ເຈົ້າໜ້າທີ່ດັບເພີງ

ກ່ວາ 1000 ຄົນ ຖືກໝູນວຽນເຂົ້າປະຕິບັດງານໃນພື້ນທີ່ຕະຫລອດເວລາ ແລະ ຫາກໍໄດ້ປະກາດຍົກເລີກການອົບພະ

ຍົບ ເມື່ອຕອນແລງຂອງວັນອາທິດທີ 14 ກັນຍາ 2014 ຜ່ານມານີ້.

 

 

ບົດຄວາມຫຼ້າສຸດ

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ...

ຍທຂ ຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບບັບເລກທີ 19229/ຫກ, ລົງວັນທີ 13 ສິງຫາ 2026 ກ່ຽວກັບການຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ...