ລັດຖະບານແຈ້ງ ຢຸດການນໍາເຂົ້າໝູຈາກ ສປ ຈີນ ຊົ່ວຄາວ ຫາກລະເມີດຈະຖືກປະຕິບັດຕາມລະບຽບ

0
1616

ອີງຕາມການລາຍງານຈາກອົງການສຸຂະພາບສັດສາກົນ OIE ໃຫ້ຮູ້ວ່າ: ໃນໄລຍະນີ້ ໄດ້ເກີດມີການລະບາດພະຍາດ ອະຫິວາໝູ ອາຟຣິກາ ຢູ່ໃນຟາມລ້ຽງໝູ ແຂວງ ຫຼຽວໝິງ ສປ ຈີນ ສະນັ້ນ, ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ພະຍາດອະຫິວາໝູ ອາຟຣິກາ ແຜ່ລະບາດເຂົ້າສູ່ ສປປ ລາວ, ລັດຖະບານ ກໍຄືກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ອອກແຈ້ງການໃຫ້ໂຈະການນໍາເຂົ້າຊີ້ນໝູ, ພໍ່ພັນແມ່ພັນໝູ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດຈາກຈີນເຂົ້າສູ່ ສປປ ລາວ.

ສໍາລັບການຕິດຕາມ ແລະ ເຝົ້າລະວັງການນໍາເຂົ້າຜະລິດຕະພັນກ່ຽວກັບຊີ້ນໝູຈາກ ສປ ຈີນໃນຄັ້ງນີ້ແມ່ນມອບໃຫ້ ກົມລ້ຽງສັດ ແລະ ການປະມົງໂດຍສົມທົບກັບພະແນກກະສິກໍາ ແລະ ປ່າໄມ້, ອົງການປົກຄອງທ້ອງຖິ່ນ, ບັນດາແຂວງທີ່ມີດ່ານຊາຍແດນຕິດກັບ ສປ ຈີນ ເຜີຍແຜ່ແຈ້ງການ ເຕືອນເຈົ້າໜ້າທີ່, ຜູ້ປະກອບການ, ພະນັກງານ, ທະຫານຕໍາຫຼວດ ແລະ ພໍ່ແມ່ປະຊາຊົນໃຫ້ຮັບຮູ້ກັນຢ່າງທົ່ວເຖິງຕໍ່ກັບເຫດຜົນ, ຄວາມຈໍາເປັນ ແລະ ຄວາມອັນຕະລາຍຮ້າຍແຮງຂອງພະຍາດດັ່ງກ່າວ ເພື່ອພ້ອມກັນປະຕິບັດຢ່າງເຂັ້ມງວດ.

ໃນກໍລະນີທີ່ເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານຫາກກວດພົບເຫັນຜູ້ລະເມີດ ຫຼື ຝ່າຝືນແມ່ນໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເຄັ່ງຄັດ ແລະ ເຂັ້ມງວດດ້ວຍການຕັກເຕືອນ, ປັບໄໝ ຫຼື ດໍາເນີນຄະດີທາງແພ່ງ – ອາຍາຕາມແຕ່ກໍລະນີ ໜັກ – ເບົາ, ສໍາລັບຂອງກາງແມ່ນໃຫ້ຢຶດ ແລ້ວນໍາໄປທໍາລາຍຖິ້ມດ້ວຍການຈູດ ຫຼື ຝັງ.

ພະຍາດດັ່ງກ່າວນີ້ແມ່ນສາມາດຕິດຕໍ່ໄດ້ຈາກການສໍາພັດກັບໝູທີ່ຕິດເຊື້ອໂດຍກົງ ຫຼື ທາງອ້ອມໂດຍຜ່ານຄົນ, ອຸປະກອນ, ພາຫະນະ, ອາຫານສັດ ແລະ ພາຊະນະນໍາເຊື້ອຈໍາພວກເຫັບ, ເຫົາ ເຊິ່ງມີໄລຍະຟັກເຊື້ອ 48-72 ຊົ່ວໂມງ ເຊິ່ງຈະມີອາການແບບຕາຍກະທັນຫັນ ແລະ ແບບຊໍາເຮື້ອ. ສັດທີ່ເປັນພະຍາດຈະມີໄຂ້ສູງເຖິງ 42 ອົງສາ, ໃບຫູ ແລະ ຜິວໜັງອາດພົບເປັນປານແດງຊໍ້າ, ມີຈຸດເນື້ອຕາຍເປັນຈຸດຢູ່ຕາມຜິວໜັງ ແລະ ພື້ນທ້ອງ. ອັດຕາການຕາຍຂອງໝູທີ່ຕິດເຊື້ອໄວຣັສນີ້ສູງເຖິງ 90% ຍັງບໍ່ທັນມີຢາຮັກສາ ແລະ ປິ່ນປົວໄດ້, ພະຍາດນີ້ເກີດການລະບາດຄັ້ງທໍາອິດໃນປີ 1909 ໃນທະວີບອາຟຣິກາ ຕໍ່ມາລະບາດຢູ່ບັນດາປະເທດໃນທະວີບເອີຣົບ ແລະ ອາຊີ.

ແຫຼ່ງຂ່າວຈາກ: ໜັງສືພິມ ເສດຖະກິດ ການຄ້າ

ຮູບພາບຈາກ: Thairath, ferfarm