ຫວຽດນາມສັ່ງຊື້ອາວຸດ! ຈາກຣັດເຊຍ 1 ຕື້ກວ່າໂດລາ

ລັດຖະບານ ສສ ຫວຽດນາມ ຕົກລົງສັ່ງຊື້ອາວຸດ ຍຸດໂທປະກອນຫຼາຍລາຍການຈາກ ຣັດເຊຍ ມູນຄ່າລວມຫຼາຍກວ່າ 1 ຕື້ໂດລາສະຫະລັດ.

ສຳນັກຂ່າວທາສ ຂອງຣັດເຊຍ ລາຍງານຕາມຄໍາອ້າງຂອງ ທ່ານ ດະມີທຣີ ຊູກາເຢບ ຜູ້ອຳນວຍການ ສຳນັກງານກິດຈະການແຫ່ງລັດດ້ານຄວາມຮ່ວມມືທາງເຕັກໂນໂລຊີທາງທະຫານຂອງລັດຖະບານຣັດເຊຍວ່າ ລັດຖະບານຫວຽດນາມສົ່ງລາຍການສັ່ງຊື້ອາວຸດຍຸດໂທປະກອບຫຼາຍລາຍການທີ່ມີມູນຄ່າຫຼາຍກວ່າ 1 ຕື້ໂດລາ.

ການເຄື່ອນໄຫວດັ່ງກ່າວເກີດຂື້ນລະຫວ່າງການໄປຢ້ຽມຢາມຣັດເຊຍ ຢ່າງເປັນທາງການໃນອາທິດທີ່ຜ່ານມາຂອງ ທ່ານ ຫງວຽນ ຝູ່ຈອງ ເລຂາທິການພັກກອມມູນິດຫວຽດນາມ, ເຖິງແມ່ນວ່າຍັງບໍ່ມີຝ່າຍໃດໃຫ້ລາຍລະອຽດເພີ່ມຕື່ມກ່ຽວກັບຂໍ້ຕົກລົງສະບັບນີ້ ແລະ ລາຍລະອຽດຂອງອາວຸດທີ່ສັ່ງ, ພັກກອມມູນິດຫວຽດນາມຖະແຫລງການລະບຸພຽງວ່າ ລັດຖະບານຫວຽດນາມ ແລະ ຣັດເຊຍ ເປັນປະເທດຄູ່ຄ້າດ້ານອາວຸດລາຍໃຫຍ່ທີ່ຫວຽດນາມ ພ້ອມໃຫ້ການສົ່ງເສີມຄວາມຮ່ວມມືທາງທະຫານໃນລະດັບທະວີພາຄີ.

ຢ່າງໃດກໍຕາມເມື່ອບໍ່ດົນມານີ້ຫວຽດນາມ ໄດ້ສັ່ງຊື້ເຮືອດຳນໍ້າໂຈມຕີຂອງຣັດເຊຍຮຸ່ນລ່າສຸດຈຳນວນ 6 ລຳ ສຳຮອງໄວ້ໃນປະເທດ ຜ່ານການຮ່ວມມືອັນຕໍ່ເນື່ອງກັບຣັດເຊຍໃນດ້ານໂຄງການພະລັງງານ ທັງລັດວິສາຫະກິດ ແລະ ບໍລິສັດເອກະຊົນແມ່ນໃຫ້ຄວາມຮ່ວມມືຢ່າງເຕັມທີ່.

 

 

 

 

ແຫລ່ງຂ່າວ: ເສດຖະກິດສັງຄົມ