ແຈັກ ຫມ່າ ຈະວາງມືຈາກຕຳແໜ່ງປະທານບໍລິຫານຂອງ Alibaba ເພື່ອອຸທິດຕົນເອງໃຫ້ກັບການເຮັດວຽກເພື່ອສັງຄົມ ແຕ່ທາງບໍລິສັດ ອະລີບາບາໄດ້ ອອກໃຫ້ການວ່າຂ່າວທີ່ແຈັກ ຫມ່າ ຈະກະສຽນ ຫຼື ລາອອກ ໃນປະຈຸບັນ ແມ່ນບໍ່ເປັນຄວາມຈິງ.
ແຈັກ ຫມ່າ ກະກຽມຈະລາຈາກຕຳແໜ່ງປະທານບໍລິຫານຂອງກຸ່ມບໍລິສັດ Alibaba, ໃນວັນທີ 10 ກັນຍາ 2019, ເຊິ່ງເປັນວັນຄ້າຍວັນເກີດຄົບຮອບອາຍຸ 54 ປີ ຂອງລາວເອງ ແລະ ເປັນວັນພັກລັດຖະການຂອງຈີນເນື່ອງໃນວັນຄູອີກດ້ວຍ. ແຈັກ ຫມ່າ ໄດ້ວາງແຜນເລື່ອງນີ້ມາໄລຍະໜຶ່ງແລ້ວ ແລະ ການລາອອກຈາກຕຳແໜ່ງສູງສຸດໃນ Alibaba ກໍບໍ່ແມ່ນຈຸດຈົບຂອງບໍລິສັດ ແຕ່ຈະເປັນການກ້າວເຂົ້າສູ່ຍຸກໃໝ່ຂອງ Alibaba ທີ່ລາວ ແລະ ໝູ່ຂອງລາວ (ນາງ ລູຊີ່ ເຜີງ) ຮ່ວມກັນກໍ່ຕັ້ງມາແຕ່ປີ 2001. Alibaba ເປັນບໍລິສັດທີ່ປະກອບທຸລະກິດຫຼາຍປະເພດ ລວມທັງການຄ້າທາງອີເລກໂຕຣນິກ (E-Commerce), ຄ້າຍ່ອຍ, ເອໄອ ແລະ ເຕັກໂນໂລຢີຂ້າມຊາດຂອງຈີນ.
Alibaba billionaire Jack Ma says there's one thing he can do better than Bill Gates: retire earlier https://t.co/AeU7geLk0G pic.twitter.com/GjaCn4mo66
— Bloomberg (@business) September 8, 2018
ຂະນະດຽວກັນລາວຍັງເຜີຍເຖິງຊີວິດຂອງລາວພາຍຫຼັງກະສຽນຈາກ Alibaba ຈາກທີ່ລາວໄດ້ມີໂອກາດສຶກສາຄົ້ນຄ້ວາ ແລະ ຮຽນຮູ້ຫຼາຍຢ່າງຈາກຕົ້ນແບບ Bill Gates, ໜຶ່ງໃນຜູ້ຮ່ວມກໍ່ຕັ້ງອະນາຈັກ Microsoft ແລະ ຫັນເອົາມານຳໃຊ້ໃນວີຖີທາງຂອງຕົນ ແຈັກ ຫມ່າ ກ່າວວ່າ ເມື່ອກິດຈະການຢູ່ຕົວ ກໍອາດຈະກັບໄປສອນຫນັງສືຄືເກົ່າກໍ່ໄດ້ ເພາະກ່ອນທີ່ ແຈັກ ຫມ່າ ຈະກ້າວເຂົ້າສູ່ວົງການທຸລະກິດ ລາວເຄີຍເປັນຄູສອນພາສາອັງກິດມາກ່ອນ. ແຈັກ ຫມ່າ ຍັງໄດ້ກ່າວຕື່ມອີກວ່າ ເຸຖິງແມ່ນວ່າຄວາມລໍ້າລວຍນັ້ນບໍ່ອາດຈະສູ້ Bill Gates ໄດ້ແຕ່ມີສິ່ງຫນື່ງທີ່ລາວເຊື່ອວ່າສາມາດເຮັດໄດ້ດີກວ່າ ນັ້ນກໍຄືການກະສຽນອາຍຸທີ່ໄວຂື້ນ.
ການກຽມວາງມືຈາກ Alibaba ຂອງ ແຈັກ ຫມ່າ ເກີດຂື້ນທ່າມກາງສະພາບແວດລ້ອມທາງທຸລະກິດໃນຈີນ ທີ່ກຳລັງປ່ຽນແປງຢ່າງຊັດເຈນ ໃນຍຸກການປົກຄອງຂອງປະທານາທິບໍດີ ສີ ຈິ້ນ ຜິງ, ທີ່ມີນະໂຍບາຍໃຫ້ຄວາມສຳຄັນກັບອຸດສາຫະກຳ ແລະ ເຕັກໂນໂລຊີດ້ານຂໍ້ມູນຂ່າວສານໃຫ້ຫຼາຍຂື້ນ ຕາມຍຸດທະສາດ Made in China 2025 ໂດຍລັດຖະບານກາງ ແລະ ຫນ່ວຍງານລັດວິສາຫະກິດ ຈະເພີ່ມການລົງທຶນ ໃນອົງກອນເສດຖະກິດຫຼາຍໆແຫ່ງໃຫ້ຫຼາຍຂື້ນ. ຢ່າງໃດກໍຕາມ, ເສດຖະກິດຂອງຈີນຍັງບໍ່ຂະຫຍາຍຕົວຕາມເປົ້າໝາຍທີ່ວາງໄວ້, ປະລິມານໜີ້ສາທາລະນະຍັງຄົງສູງ ແລະ ຄວາມຂັດແຍ່ງທາງດ້ານການຄ້າກັບສະຫະລັດຍັງຄົງຮຸນແຮງ.
https://www.facebook.com/scmp/posts/10156612153814820
ດ້ານຂອງກຸ່ມບໍລິສັດ Alibaba ໄດ້ລາຍງານວ່າ ແຈັກ ຫມ່າ ຍັງຄົງດຳລົງຕຳແໜ່ງປະທານຝ່າຍບໍລິຫານຂອງບໍລິສັດ Alibaba ຕໍ່ໄປ ແລະ ໃນອີກ 12 ເດືອນຕໍ່ຈາກນີ້ ຜູ້ທີ່ຈະກ້າວຂື້ນມາສູ່ຕຳແຫນ່ງແທນ ແຈັກ ຫມ່າ ແມ່ນ ແດນຽນ ຈາງ ທີ່ປະຈຸບັນດຳລົງຕຳແຫນ່ງ CEO ຂອງ Alibaba. ໃນຊ່ວງເວລາຕໍ່ຈາກນີ້ ທັງສອງແມ່ນຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອໃຫ້ການຖ່າຍໂອນຕຳແຫນ່ງນີ້ມີຄວາມລາບລື່ນໄປດ້ວຍດີ.
ແຫລ່ງຂ່າວຕ່າງປະເທດ: TDN

