Homeຂ່າວນໍ້າຖ້ວມ​ເຈົ້າ​ຄອງ ນວ ເນັ້ນ! ທຸກ​ພາກ­ສ່ວນ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ປ້ອງ​ກັນຫຼັງນ້ຳຖ້ວມໜັກໃນ 5 ເມືອງ

​ເຈົ້າ​ຄອງ ນວ ເນັ້ນ! ທຸກ​ພາກ­ສ່ວນ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ປ້ອງ​ກັນຫຼັງນ້ຳຖ້ວມໜັກໃນ 5 ເມືອງ

Published on

ເວັບໄຊຂ່າວໜັງສືພິມວຽງຈັນໃໝ່ລາຍງານວ່າ ເມື່ອວັນທີ 29 ສິງຫາ 2018 ຫ້ອງວ່າການນະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປ້ອງກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ຂັ້ນ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຂຶ້ນ ​ເພື່ອ​ປຶກ­ສາ​ຫາ­ລື​ຊອກ​ຫາ​ວິ­ທີ​ການ ແລະ ມາດ​ຕະ­ການ​ຟື້ນ​ຟູ ພາຍ­ຫຼັງ​ທີ່​ນໍ້າ​ແຫ້ງ.

ທ່ານນາງ ລຳ​ພອຍ ສີ​ອັກ​ຄະ​ຈັນ ຫົວ­ໜ້າ​ພະ​ແນກ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ນວ ກ່າວ​ວ່າ ເມືອງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ນໍ້າຖ້ວມ​ໃນນະຄອນຫຼວງວຽງຈັນຕາມ​ການ​ສະ­ຫຼຸບ​ເບື້ອງ​ຕົ້ນມີ ​ເມືອງ​ໄຊ​ທາ­ນີ, ນາ​ຊາຍ​ທອງ, ສີ​ໂຄດ​ຕະ­ບອງ, ຫາດ​ຊາຍ​ທອງ ແລະ ເມືອງ​ປາກ​ງື່ມ ມີ 58 ບ້ານ ຈໍານວນ 1.629 ຄອບ­ຄົວ ມີ 16.311 ຄົນ; ໃນ​ນີ້ ຈຳ­ນວນ​ຄອບ­ຄົວ​ທີ່​ຍົກ­ຍ້າຍ​ໄປ​ຢູ່​ບ່ອນ​ປອດ​ໄພ 806 ຄອບ­ຄົວ ຈໍານວນ 3.758 ຄົນ. ນໍ້າໄດ້​ຖ້ວມ​ເນື້ອ­ທີ່​ທຳ​ການ​ຜະ­ລິດ​ຂອງ​ປະ­ຊາ­ຊົນ ເນື້ອ­ທີ່ 5.011,42 ເຮັກ­ຕາ (ໃນ 126 ບ້ານ 6 ເມືອງ). ໃນ​ນີ້ ມີ​ເນື້ອ­ທີ່​ນາ 13.419 ເຮັກ­ຕາ, ສາ­ລີ​ແຂງ 119 ເຮັກ­ຕາ, ມັນ­ຕົ້ນ 360 ເຮັກ­ຕາ, ສວນ​ກ້ວຍ 291 ເຮັກ­ຕາ ແລະ ພືດ​ຜັກ​ອື່ນໆ​ຈຳ­ນວນ​ໜຶ່ງ ເຊິ່ງ​ຜົນ​ເສຍ​ຫາຍ​ຍັງ​ບໍ່​ສາ­ມາດ​ປະ​ເມີນ​ຜົນ​ໄດ້ ແລະ ປັດ­ຈຸ­ບັນ​ລະ­ດັບ​ນໍ້າ​ຍັງ​ສືບ­ຕໍ່​ເພີ່ມ​ຂຶ້ນ 2 ຊັງ​ຕີ​ແມັດ​ຕໍ່ 3 ຊົ່ວ­ໂມງ ສະ­ເພາະ​ຈຸດ​ເຊື່ອມ​ຕໍ່​ບ້ານ​ແສນ​ດິນ​ກັບ​ເມືອງ​ໄຊ​ທາ­ນີ ແມ່ນ​ລົດ​ທຸກ​ປະ­ເພດ​ບໍ່​ສາ­ມາດ​ເຂົ້າ​ໄດ້​ ຄາດ​ວ່າ​ເຮືອນ ແລະ ເນື້ອ­ທີ່​ທຳ​ການ​ຜະ­ລິດ​ຈະ​ຖືກ​ນໍ້າຖ້ວມ​ເພີ່ມ​ອີກ.

ໂອ­ກາດ​ນີ້ ທ່ານ​ເຈົ້າ​ຄອງ ນວ ກໍ່​ໄດ້​ຍົກ​ໃຫ້​ເຫັນ​ຈຸດ​ອ່ອນ​ທີ່​ເປັນ​ສາ­ເຫດ​ພາ­ໃຫ້​ນໍ້າ​ຖ້ວມ ໂດຍ​ສະ­ເພາະ ການ​ບໍ­ລິ­ຫານ​ຈັດ­ການ​ນໍ້າຂອງ​ບັນ­ດາ​ເຂື່ອນ ແລະ ການ​ມີ​ສະ­ຕິ​ຕໍ່​ລະ­ດັບ​ນໍ້າທີ່​ເພີ່ມ​ຂຶ້ນ; ພ້ອມ​ທັງ​ໄດ້​ເນັ້ນ​ໃຫ້​ທຸກ​ພາກ­ສ່ວນ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ປ້ອງ​ກັນ​ຊີ­ວິດ ແລະ ຊັບ​ສິນ​ຂອງ​ພົນ­ລະ­ເມືອງ, ຮັບ­ປະ­ກັນ​ໄດ້​ຄວາມ​ສະ­ຫງົບ, ສົ່ງ​ເຄື່ອງ​ຊ່ວຍ­ເຫຼືອ (ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ) ໃຫ້​ພຽງ­ພໍ​ຕໍ່​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ແລະ ໃຫ້​ຄົ້ນ­ຄວ້າ​ພາ­ຫະ­ນະ ເປັນ­ຕົ້ນແມ່ນເຮືອ​ໄປ​ຊ່ວຍ​ຈຸດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ໜັກ​ກວ່າ​ໝູ່. ນອກ​ນີ້, ຂະ­ແໜງ­ການ​ອື່ນໆ​ກໍ່​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ໄປ​ຄຽງ​ຄູ່​ກັນ​ເຊັ່ນ ຂະ­ແໜງ​ສາ​ທາ ແລະ ການ​ສຶກ​ສາ ສຳ­ລັບ​ແຜນ​ໄລ­ຍະ​ຍາວ​ແມ່ນ​ຕ້ອງ​ສຳ​ຫຼວດ​ອອກ​ແບບໂດຍ​ໄວ​ ການສ້າງຄັນ​ຄູ​ປ້ອງ​ກັນ​ນໍ້າ​ງື່ມ ເຂົ້າ​ໃນ​ແຜນ 5 ປີ ພ້ອມ​ຊອກ​ຫາ​ແຫຼ່ງ​ທຶນ​ໃນ​ການ​ກໍ່­ສ້າງ, ແຜນ­ຜັງ​ຈະ​ຕ້ອງ​ມີ​ການ​ສຳ​ຫຼວດ​ໃໝ່, ຈັດ​ສັນ​ພື້ນ​ທີ່​ທຳ​ການ​ຜະ­ລິດ​ທັງ​ສອງ​ຝັ່ງ​ນໍ້າ​ງື່ມ ແລະ ນໍ້າ­ຂອງ.

 

 

 

ແຫລ່ງຂ່າວ: www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...