Homeຂ່າວຕ່າງປະເທດການແຜ່ລະບາດຂອງໂຣກອະຫິວາ ໃນຈີນອາດແຜ່ລະບາດຂ້າມປະເທດ

ການແຜ່ລະບາດຂອງໂຣກອະຫິວາ ໃນຈີນອາດແຜ່ລະບາດຂ້າມປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງໂຣມ, ປະເທດອີຕາລີ ເມື່ອວັນທີ 28 ສິງຫາ ວ່າ ອົງການອາຫານ ແລະ ການກະສິກຳແຫ່ງຊາດ (Food and Agriculture Orgazinsation: FAO) ອອກລາຍງານເມື່ອວັນອັງຄານກ່ຽວກັບສະຖານະການ ການແຜ່ລະບາດຂອງໂຣກອະຫິວາ ໃນຈີນຕະຫລອດໄລຍະເວລາກວ່າ 1 ເດືອນທີ່ຜ່ານມາວ່າ: ເປັນສາຍພັນດຽວກັນກັບທີ່ພົບໃນລັດເຊຍເມື່ອປີທີ່ຜ່ານມາ ແລະ ປະຈຸບັນພົບແລ້ວໃນ 4 ເມືອງຂອງຈີນ. ຫນື່ງໃນນັ້ນແມ່ນເມືອງຫລຽວຫນິງ, ທີ່ຕັ້ງຢູ່ທາງຕາເວັນອອກສຽງເຫນືອ ສົ່ງຜົນໃຫ້ທາງການຈີນຕ້ອງໄດ້ຂ້າຫມູໄປແລ້ວຫລາຍກວ່າ 24,000 ໂຕ ເພື່ອຄວບຄຸມສະຖານະການ.

ຢ່າງໃດກໍຕາມ, ເສັ້ນທາງການແຜ່ລະບາດຂອງເຊື້ອໄວຣັສ ແມ່ນໄດ້ຖືກກວດພົບໃນພື້ນທີ່ ທີ່ຫ່າງໄກກັນຫລາຍກວ່າ 1,000 ກິໂລແມັດ   ຫມາຍຄວາມວ່າມີຄວາມເປັນໄປໄດ້ທີ່ການແຜ່ລະບາດອາດຂ້າມພົມແດນໄປສູ່ປະເທດອື່ນໄດ້ທຸກເມື່ອ. ນີ້ບົ່ງບອກເຖິງຄວາມອັນຕະລາຍຂອງພະຍາດດັ່ງກ່າວ, ໂດຍ FAO ປະເມີນພື້ນທີ່ສ່ຽງກໍຄືປະເທດທີ່ມີຊາຍແດນຕິດກັບຈີນ ລວມໄປເຖີງຊາຍຝັ່ງທະເລເກົາຫລີ ແລະ ຫລາຍປະເທດໃນພູມິພາກອາຊີຕາເວັນອອກສຽງໃຕ້.

ໂຣກອະຫິວາ ຫລື ໄຂ້ຫວັດຫມູອາຟຣິກາ(African Swine Fever Virus: ASF) ເປັນໂຣກທີ່ບໍ່ມີຄວາມສ່ຽງຕໍ່ມະນຸດ ແຕ່ຜົນແຕ່ກັບສັດໂດຍສະເພາະໝູ ເຊິ່ງຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ອຸດສາຫະກຳຊີ້ນຫມູ ຍິ່ງໄປກວ່ານັ້ນ, ນັກວິທະຍາສາດແມ່ນຍັງບໍ່ປະສົບຄວາມສຳເລັດໃນການພັດທະນາວັກແຊງປ້ອງກັນໂຣກອະຫິວາເທື່ອ.

ທັງນີ້, ລາຍງານຂອງ FAO ລະບຸວ່າ: ສຳນັກງານໃນອາຊີ ກຳລັງປະສານງານຢ່າງໃກ້ຊິດກັບລັດຖະບານຈີນ ແລະ ອີກຫລາຍປະເທດ ເພື່ອຊ່ວຍກັນຫາທາງຄວບຄຸມການແຜ່ລະບາດຂອງໂຣກ. ແຕ່ເຕືອນວ່າການໃຊ້ມາຕະການເດັດຂາດ ທີ່ຫ້າມການລຳລຽງຫມູ ແລະ ຈຳກັດການຂົນສົ່ງຜະລິດຕະພັນຊີ້ນຫມູ ນັ້ນຈະຍີ່ງກະຕຸ້ນການຂົນສົ່ງຜະລິດຕະພັນທີ່ຜິດກົດຫມາຍອອກໄປນອກປະເທດແທນ ສະນັ້ນຈື່ງໄດ້ນຳໃຊ້ວິທີກຳຈັດຫມູພາຍໃນປະເທດແທນ.

 

 

 

ແຫລ່ງຂ່າວຕ່າງປະເທດ: TDN, FAO Newsroom, SCMP News

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...