spot_img
Homeໂທລະສັບຊຳຊຸງ ກາແລັກຊີ ໂນດ 9 ມາພ້ອມປາກກາອັດສະລິຍະ

ຊຳຊຸງ ກາແລັກຊີ ໂນດ 9 ມາພ້ອມປາກກາອັດສະລິຍະ

Published on

ຊຳຊຸງ ກາແລັກຊີ ໂນດ 9 (Samsung Galaxy Note 9) ຮຸ່ນໃໝ່ລ່າສຸດ ມຸ່ງເນັ້ນຄວາມເປັນຜູ້ນຳດ້ານໂທລະສັບມືຖື ສະມາດໂຟນ ທີ່ມາພ້ອມກັບບິກ S pen ເຊິ່ງເປັນບິກອັດສະລິຍະ ທີ່ສາມາດຕອບສະໜອງຄວາມເປັນອິດສະຫຼະແກ່ຊີວິດທີ່ສົມບູນແບບ.

ເປີດໂຕຢ່າງເປັນທາງການ ສຳລັບ ຊຳຊຸງ ກາແລັກຊີ ໂນດ 9 ໂດຍບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ, ມີການເປີດໃຫ້ທົດລອງນໍາໃຊ້ລະບົບປະຕິບັດການຟັງຊັ່ນໃໝ່ ທີ່ຊຳຊຸງໄດ້ຄົ້ນຄິດຂຶ້ນມາ ເພື່ອເພີ່ມຄວາມເປັນອິດສະຫຼະ ແລະ ປະສິດທິພາບຂອງການເຮັດວຽກ, ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຜູ້ຊົມໃຊ້; ໂດຍສະເພາະບິກອັດສະລິຍະ ທີ່ມີຄວາມສາມາດຫຼາຍຢ່າງ ເປັນຕົ້ນແມ່ນ ການຂີດຂຽນ, ແຕ້ມຮູບ ແລະ ຍັງສາມາດໃຊ້ເປັນຣີໂມດຄວບຄຸມກ້ອງຖ່າຍຮູບ, ວີດີໂອ, ຄວບຄຸມການນໍາສະເໜີ Power Point  ແລະ ອີກຫຼາກຫຼາຍຄຸນປະໂຫຍດ ເພື່ອເພີ່ມຄວາມສະດວກສະບາຍໃຫ້ຜູ້ຊົມໃຊ້.

ຊຳຊຸງ ກາແລັກຊີ ໂນດ 9 ມາພ້ອມກັບຄວາມພິເສດຫຼາຍຢ່າງ ເຊັ່ນຂະໜາດຂອງແບັດເຕີຣີທີ່ມີຄວາມຈຸເຖິງ 4000 mAh ພ້ອມເຕັກໂນໂລຢີສາກໄວ ສາມາດໃຊ້ງານດົນ, ມີກ້ອງເລນຄູ່ ພ້ອມລະບົບກ້ອງອັດສະລິຍະ ທີ່ສາມາດປັບແສງໄດ້ແບບອັດຕະໂນມັດ ແລະ ຂະໜາດຄວາມຈຳສູງເຖິງ 128 GB, Ram 6/8 GB. ພ້ອມດຽວກັນນັ້ນ, ໂນດ 9 ຍັງມີລະບົບ Samsung Dex ທີ່ສາມາດເຊື່ອມຕໍ່ໂທລະສັບເຂົ້າກັບຈໍ  Monitor ໂດຍໃຊ້ HDMI Adapter ເຮັດໃຫ້ສາມາດໃຊ້ງານໂທລະສັບໄດ້ແບບເຄື່ອງຄອມພິວເຕີ ແລະ ມີໜ້າຈໍ Super AMOLED Infinity Display ຂະໜາດ 6.4 ນິ້ວ ພ້ອມຄວາມລະອຽດ QHD+ ແບບບໍ່ມີຂອບນຳອີກ.

ທ່ານ ຊຶງໂຮ ຊອຍ (Seungho Choi) ຜູ້ອໍານວຍການ ບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ໄດ້ກ່າວວ່າ: ຊຳຊຸງບໍ່ໄດ້ເປັນພຽງຜູ້ນຳເຕັກໂນໂລຢີດ້ານໂທລະສັບມືຖືສະມາດໂຟນ ທີ່ຊ່ວຍເຮັດໃຫ້ຊີວິດປະຈຳວັນງ່າຍຂຶ້ນເທົ່ານັ້ນ ແຕ່ເຮົາຍັງມຸ່ງເນັ້ນ ແລະ ໃຫ້ຄວາມສຳຄັນໃນການສ້າງນະວັດຕະກຳ ໃໝ່ຢູ່ສະເໝີ.

ຊຳຊຸງ ກາແລັກຊີ ໂນດ 9 ເປີດຕົວຢ່າງເປັນທາງການໃນວັນທີ 21 ສິງຫາ 2018 ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານພິທີໂດຍ ທ່ານ ຊຶງໂຮ ຊອຍ ຜູ້ອໍານວຍການ ບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ, ແລະ ມີບັນດານັກທຸລະກິດ, ນັກຮ້ອງ-ນັກສະແດງ ແລະ ບຸກຄົນທີ່ມີຊື່ສຽງຈາກຫຼາກຫຼາຍພາກສ່ວນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...