spot_img
Homeຂ່າວຕ່າງປະເທດນິວຊີແລນ ຈະບໍ່ນຳໃຊ້ຖົງພາສຕິກ ໃນການຊື້-ຂາຍ ສິນຄ້າ

ນິວຊີແລນ ຈະບໍ່ນຳໃຊ້ຖົງພາສຕິກ ໃນການຊື້-ຂາຍ ສິນຄ້າ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຫລວງ ເວລລິງຕັນ, ປະເທດ ນິວຊີແລນ ເມື່ອວັນທີ 10 ສິງຫາ ວ່ານາຍົກລັດຖະມົນຕີ ຈາຊິນດາ ອາເດີຣ໌ນ ກ່າວວ່າ ນິວຊີແລນກຳລັງຜະເຊີນຫນ້າກັບຄວາມທ້າທາຍດ້ານສີ່ງແວດລ້ອມທີ່ຫລາຍຂື້ນທຸກເວລາ ບວກກັບຄວາມຕ້ອງການຂອງປະຊາຊົນ ທີ່ຕ້ອງການໃຫ້ລັດຖະບານມີນະໂຍບາຍຈິງຈັງ ໃນການຫລຸດປະລິມານການນຳໃຊ້ຖົງຢາງພາສຕິກໃນປະເທດ. ດ້ວຍເຫດນີ້, ທີ່ກອງປະຊຸມຄະນະລັດຖະມົນຕີຊື່ງມີຄະນະພັກ Green ຮ່ວມນຳຈື່ງມີມະຕິເຫັນດີໃຫ້ອອກກົດຫມາຍຫ້າມການໃຊ້ຖົງຢາງພາສຕິກ ໃນການຊຳລະຈັດຈ່າຍຕ່າງໆ.

ຢ່າງໃດກໍຕາມ ຜູ້ນຳນິວຊີແລນກ່າວວ່າ ລັດຖະບານມີໄລຍະເວລາໃນການຜ່ອນຜັນ 6 ເດືອນໃຫ້ກັບຜູ້ປະກອບການ. ຫລັງຈາກນັ້ນກໍຄື ນັບຕັ້ງແຕ່ຕົ້ນປີຫນ້າ ຫາກກວດພົບເຫັນການຝ່າຝືນ ເຈົ້າຂອງກິດຈະການອາດຕ້ອງຊໍາລະຄ່າປັບສູງເຖີງ 100,000 ໂດລານິວຊີແລນ (ປະມານ 546ລ້ານກີບ).

ທັງນີ້ ລາຍງານຂອງສະຫະປະຊາຊາດ (UN) ລະບຸວ່າ ນິວຊີແລນ ເປັນຫນື່ງໃນປະເທດພັດທະນາແລ້ວ ທີ່ມີປະລິມານການໃຊ້ຖົງຢາງພາສຕິກສູງທີ່ສຸດເປັນອັນດັບຕົ້ນໆຂອງໂລກ, ໂດຍສະຖິຕິສະເລ່ຍເມື່ອປີທີ່ຜ່ານມາແມ່ນສູງເຖີງ 750 ລ້ານຖົງ ຫລື ສະເລ່ຍຢູ່ທີ່ 154 ຖົງ/ປີ/ຄົນ.

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...