Homeອຸບັດເຫດແລະປາກົດການຫຍໍ້ທໍ້ລົດຂົນເຄື່ອງໄປຊ່ວຍເຫຼືອຜູ້ປະສົບໄພພິບັດທີ່ສະໜາມໄຊ ເກີດອຸບັດຕິເຫດຕົກຂົວ 52 ປາກຊ່ອງ

ລົດຂົນເຄື່ອງໄປຊ່ວຍເຫຼືອຜູ້ປະສົບໄພພິບັດທີ່ສະໜາມໄຊ ເກີດອຸບັດຕິເຫດຕົກຂົວ 52 ປາກຊ່ອງ

Published on

ເມື່ອເວລາ 9:40ນາທີ ຂອງວັນທີ 29 ກໍລະກົດ 2018 ມີລາຍງານແຈ້ງວ່າ ລົດບັນທຸກ 6 ລໍ້ ທະບຽນ ຈຳປາສັກ ກກ 6549 ທີ່ຂົນເຄື່ອງບໍລິຈາກນຳໄປຊ່ວຍເຫຼືອຜູ້ປະສົບໄພພິບັດນ້ຳຖ້ວມເຫດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໄດ້ເກີດອຸບັດຕິເຫດຕົກຂົວ 52 ຕົກຂົວເຊນຳ້ນ້ອຍທາງປາກຊ່ອງ ທາງໄປອັດຕະປື ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ຊື່ທ້າວ ອິນປັນ ຈັນທະວົງສາ ອາຍຸ 28ປີ ເປັນຄົນບ້ານ ຄຳແສນໄຊ,​ເມືອງ ໄຊພູທອງ ແຂວງ ສະຫວັນນະເຂດ ແລະ ມີຜູ້ບາດເຈັບ 1 ຄົນ (ບໍ່ຮູ້ຊື່). ເຊິ່ງໜ່ວຍກູ້ໄພນະຄອນຫລວງ 1624 ຊ່ວຍປະຖົມພະຍາບານຂັ້ນຕົ້ນໃຫ້ແກ່ຜູ້ບາດເຈັບໄປໂຮງໜໍແລ້ວ.

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...