Homeຂ່າວຕ່າງປະເທດຊາວກຳປູເຈຍ 25,000ຄົນໜີນໍ້າເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນລາວທີ່ໄຫຼເຂົ້າສູ່ກຳປູເຈຍ

ຊາວກຳປູເຈຍ 25,000ຄົນໜີນໍ້າເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນລາວທີ່ໄຫຼເຂົ້າສູ່ກຳປູເຈຍ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມື່ອວັນທີ 27 ກໍລະກົດ 2018 ວ່າ ທາງການແຂວງ ສະຕິງແຕຣງ ທີ່ຢູ່ທາງພາກເໜືອຂອງກຳປູເຈຍປະກາດອົບພະຍົບປະຊາຊົນປະມານ 25,000ຄົນ ອອກຈາກພື້ນທີ່ ຫຼັງພົບວ່າລະດັບນໍ້າໃນນໍ້າຂອງທີ່ໄຫລຜ່ານຕົວເມືອງເພີ່ມຂຶ້ນສູງເກີນ 12 ແມັດ ແລະ ຍັງບໍ່ມີແນວໂນ້ມຈະຄົງທີ່ ຫຼື ຫຼຸດລະດັບລົງ ສົ່ງຜົນໃຫ້ລະດັບນໍ້າລົ້ນເຂົ້າຖ້ວມຊຸມຊົນທີ່ຢູ່ຕາມແຄມແມ່ນໍ້າຂອງແລ້ວ ໂດຍສຳນັກງານອຸຕຸນິຍົມວິທະຍາຂອງກຳປູເຈຍຄາດວ່າລະດັບນໍ້າທີ່ເພີ່ມຂຶ້ນເປັນຜົນມາຈາກມວນນໍ້າມະຫາສານທີ່ໄຫລມາຈາກລາວເຊິ່ງເກີດຈາກເຂື່ອນກັ້ນນໍ້າເຊປຽນ-ເຊນໍ້ານ້ອຍແຕກ ໃນແຂວງອັດຕະປືທີ່ຢູ່ທາງພາກໃຕ້ຂອງປະເທດລາວ.

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...