spot_img
Homeຂ່າວຕ່າງປະເທດ"ຮຸນເຊນ" ອ້າງໄພກະບົດຂໍເປັນນາຍົກລັດຖະມົນຕີກຳປູເຈຍຕໍ່ໄປອີກ 10ປີ

“ຮຸນເຊນ” ອ້າງໄພກະບົດຂໍເປັນນາຍົກລັດຖະມົນຕີກຳປູເຈຍຕໍ່ໄປອີກ 10ປີ

Published on

ນາຍົກລັດຖະມົນຕີກຳປູເຈຍເຊິ່ງດຳລົງຕຳແໜ່ງມາດົນກວ່າ 33 ປີ ເປີດເຜີຍຕໍ່ສື່ວ່າເຂົາຕ້ອງການຢູ່ຕໍ່ອີກ 2 ສະໄໝ ເພາະບໍ່ຢາກໃຫ້ “ກຸ່ມກະບົດ” ທຳລາຍປະເທດ 

ໜັງສືພິມຂະແມຣ໌ທາມ ລາຍງານວ່າ “ຮຸນເຊນ” ນາຍົກລັດຖະມົນຕີກຳປູເຈຍ ກ່າວປະທັກກະຖາເນື່ອງໃນພິທີຈົບກາສຶກສາເຊິ່ງຈັດຂຶ້ນໃນນະຄອນຫຼວງພະນົມເປນ ເມື່ອວັນທີ 5 ມິຖຸນາ 2018 ໂດຍລະບຸວ່າ ເຂົາມີເປົ້າໝາຍຈະຢຸດຕິບົດບາດທາງການເມືອງແລ້ວ ແຕ່ມີການເຄື່ອນໄຫວຂອງກຸ່ມທີ່ມີຄວາມຄິດເປັນກະບົດຕໍ່ຊາດບ້ານເມືອງ ເຂົາຈິ່ງເຫັນຄວາມຈຳເປັນວ່າຕ້ອງຢູ່ຕໍ່ອີກ 2 ສະໄໝ ຫຼື 10 ປີ ເພື່ອປ້ອງກັນບໍ່ໃຫ້ກຸ່ມກະບົດມາທຳລາຍປະເທດ

ຮຸນເຊນ ລະບຸວ່າ “ເຂົາຍັງບໍ່ເຖົ້າເກີນໄປ” ທີ່ຈະປົກຄອງປະເທດ ທັງຍັງຕ້ອງການບັນລຸເປົ້າໝາຍສຳຄັນທີ່ຕັ້ງເອົາໄວ້ ເຊິ່ງກໍ່ຄືການພັກດັນໃຫ້ກຳປູເຈຍເປັນປະເທດທີ່ມີລາຍໄດ້ປານກາງຫາສູງພາຍໃນປີ 2028

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...