Homeຂ່າວຕ່າງປະເທດຈີນເຕືອນຂໍ້ຕົກລົງທັງໝົດເປັນ "ໂມຂະ" ຖ້າສະຫະລັດຂຶ້ນພາສີ

ຈີນເຕືອນຂໍ້ຕົກລົງທັງໝົດເປັນ “ໂມຂະ” ຖ້າສະຫະລັດຂຶ້ນພາສີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 3 ມິຖຸນາ 2018ວ່າ ສຳນັກຂ່າວຊິນຫົວເຜີຍແຜ່ຖະແຫຼງການທີ່ເປັນຜົນຈາກການປຶກສາຫາລືລະຫວ່າງທ່ານ ຫລິວ ເຮີ່ ຮອງນາຍົກລັດຖະມົນຕີ ແລະ ທີ່ປຶກສາທາງເສດຖະກິດຂອງປະທານາທິບໍດີ ສີຈິ້ນຜິງ ກັບ ທ່ານ ວິລເບີ ຮອສ ລັດຖະມົນຕີກະອຸສະຫະກຳ-ການຄ້າ ສະຫະລັດ ທີ່ເຮືອນຮັບຮອງຕຽວຫຍູໄຖ່ ເມື່ອວັນອາທິດທີ່ຜ່ານມາ ມີເນື້ອໃນພຽງວ່າທັງສອງຝ່າຍຫາລືກັນຢ່າງສັນຕິວິທີ ແລະ ຕົງໄປຕົງມາກ່ຽວກັບການຢຶດໝັ້ນຕາມຂໍ້ຕົກລົງປານີປານອມທີ່ເຫັນພ້ອມກັນໃນລະຫວ່າງການພົບປະຫາລືທີ່ນະຄອນວໍຊິງຕັນເມື່ອເດືອນທີ່ຜ່ານມາ

ໃນຂະນະດຽວກັນການປະຕິຮູບ ແລະ ການເປີດຕະຫຼາດມືຖືເປັນແຜນຍຸດທະສາດເສດຖະກິດແຫ່ງຊາດຂອງຈີນ ຈະບໍ່ມີທາງປ່ຽນແປງ ແຕ່ໃນເວລາດຽວກັນ ການບັນລຸເປົ້າໝາຍຂອງທັງສະຫະລັດ ແລະ ຈີນຄວນເປັນໄປຕາມແນວທາງຂອງ “ການພົບກັນເຄິ່ງທາງ’ ເພື່ອຫຼີກລ່ຽງສົງຄາມການຄ້າ ຢ່າງໃດກໍ່ຕາມຫາກລັດຖະບານວໍຊິງຕັນເປັນຝ່າຍໃຊ້ມາດຕະການຂວ້ຳບາດທາງການຄ້າຕໍ່ຈີນ ທີ່ຮວມເຖິງການຕັ້ງກຳແພງພາສີ ຄວບຄືບໜ້າຂອງການເຈລະຈາດ້ານເສດຖະກິດ ແລະ ການຄ້າຮ່ວມກັນຕະຫຼອດໄລຍະເວລາທີ່ຜ່ານມາ “ຖືເປັນໂມຂະ”

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...