Homeຂ່າວຕ່າງປະເທດຈີນ-ສະຫະລັດຢຸດຕິຕັ້ງກຳແພງການຄ້າເຊິ່ງກັນ ແລະ ກັນ

ຈີນ-ສະຫະລັດຢຸດຕິຕັ້ງກຳແພງການຄ້າເຊິ່ງກັນ ແລະ ກັນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິການ ເມື່ອວັນທີ 20 ພຶດສະພາ 2018 ວ່າ ລັດຖະບານວໍຊິງຕັນໄດ້ຢຸດຕິມາດຕະການກຳແພງພາສີ 25% ກັບສິນຄ້າຂອວຈີນ 1,300 ລາຍການ ເຊິ່ງສ່ວນໃຫຍ່ເປັນສິນຄ້າທີ່ກ່ຽວຂ້ອງກັບອຸດສາຫະກຳ ແລະ ເທັກໂນໂລຢີ ຄິດເປັນມູນຄ່າລວມ 50,000 ລ້ານໂດລາ ທີ່ຕາມກຳນົດຕ້ອງມີຜົນໃນອາທິດນີ້ ໃນຂະນະທີ່ທັງສອງປະເທດພະຍາຍາມດຳເນີນການຮ່ວມມືກັນຕາມກອບແຜນຍຸດທະສາດການຄ້າສະບັບໃໝ່ ໃຫ້ເໝາະສົມກັບສິນຄ້າແຕ່ລະລາຍການ ເຊິ່ງໃນສ່ວນຂອງສິນຄ້າດ້ານການກະເສດໜ້າຈະຊ່ວຍເພີ່ມມູນຄ່າການສົ່ງອອກໄດ້ລະຫວ່າງ 35%-40% ສະເພາະໃນປີນີ້ รั

ທັງນີ້ ຄະນະຜູ້ແທນເຈລະຈາຂອງຈີນນຳໂດຍທ່ນ ຫລິວ ເຮີ່ ຮອງນາຍົກລັດຖະມົນຕີ ແລະ ທີ່ຶກສາດ້ານນະໂຍບາຍເສດຖະກິດຂອງຈີນ ແລະ ຄະນະຜູ້ແທນເຈລະຈາຂອງສະຫະລັດອອກຖະແຫຼງານຮ່ວມກັນ ຫຼັງສຳເລັດການເຈລະຈາ ທີ່ນະຄອນຫຼວງ ວໍຊິງຕັນ ເມື່ອວັນເສົາທີ່ຜ່ານມາ “ບໍ່ຕໍ່ສູ້ກັນໃນສົງຄາມການຄ້າ” ແລະ “ຢຸດຕິຕັ້ງກຳແພງການຄ້າເຊິ່ງກັນ ແລະ ກັນ” ຮ່ວມເຖິງການທີ່ຈີນຈະນຳເຂົ້າສິນຄ້າການກະເສດ ແລະ ເພີ່ມການສະໜັບສະໜູນອຸດສະຫະກຳພະລັງງານຂອງສະຫະລັດອີກດ້ວຍ ໂດຍເມື່ອປິທີ່ຜ່ານມາສະຫະລັດຂາດດູນການຄ້າຕໍ່ຈີນຫຼາຍເຖິງ 375,200 ລ້ານໂດລາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...