spot_img
Homeຂ່າວຕ່າງປະເທດນີເຊລີ ເລັ່ງປ້ອງກັນການແພ່ເຊື້ອພະຍາດຈາກກົງໂກ

ນີເຊລີ ເລັ່ງປ້ອງກັນການແພ່ເຊື້ອພະຍາດຈາກກົງໂກ

Published on

ລັດຖະມົນຕີກະຊວງສາທາລະນະສຸກນີເຊລີ ກ່າວພາຍຫລັງການປະຊຸມຄະນະລັດຖະມົນຕີ ທາງການນີເຊລີອອກມາດຕະການເລັ່ງດ່ວນເຝົ້າລະວັງຕາມແນວພົມແດນເພື່ອຄວາມປອດໄພຂອງປະຊາຊົນ ໂດຍຈະກວດສອບ ແລະ ຄັດກອງຜູ້ໂດຍສານທີ່ເດີນທາງເຂົ້າມາ ສະເພາະຈາກກົງໂກ ແລະ ປະເທດເພື່ອບ້ານ. ນອກຈາກນີ້ສູນຄວບຄຸມພະຍາດຂອງນີເຊລີຍັງກຽມຈະສົ່ງຄະນະກວດກາເດີນທາງໄປຍັງກົງໂກ ເພື່ອເປັນສ່ວນຫນື່ງຂອງມາດຕະການເພີ່ມຂີດຄວາມສາມາດໃນການຈັດການ ການແພ່ລະບາດຂອງພະຍາດດັ່ງກ່າວ.

ນີເຊລີ ເປັນປະເທດດຽວໃນອາຟຮິກາຕາເວັນຕົກທີ່ມີຫ້ອງປະຕິບັດການເຄື່ອນທີ່ສຳລັບການກວດສອບພະຍາດໄຂ້ເລືອດອອກ ໂດຍໄດ້ຮັບທຶນການສະຫນັບສະຫນູນມາຈາກສະຫະພາບເອີຮົບ ຫ້ອງປະຕິບັດການ ຫລື ຫ້ອງທົດລອງດັ່ງກ່າວສາມາດກວດຫາເຊື້ອພະຍາດໄດ້ຢ່າງໄວວາແມ້ແຕ່ພື້ນທີ່ຫ່າງໄກສອກຫລີກ ປະຈຸບັນຍັງບໍ່ມີວັກຊີນສຳລັບປ້ອງກັນເຊື້ອພະຍາດໄວຮັສອີໂບລາ ທີ່ເຮັດໃຫ້ເກີດພະຍາດຕິດແປດ ອັນຕະລາຍຮ້າຍແຮງສົ່ງຜົນເຖີງຊີວິດນີ້ເທື່ອ.

 

 

ແຫລ່ງຂ່າວຕ່າງປະເທດ: TNA

ບົດຄວາມຫຼ້າສຸດ

ຂະຫຍາຍເວລາຕື່ມ! ລົງທະບຽນຮັບນັກສຶກສາໃໝ່ ເຂົ້າຮຽນ ມຊ ສົກສຶກສາ 2024-2025

ເພື່ອຈັດຕັ້ງປະຕິບັດແຜນແບ່ງປັນສັບຊ້ອນນັກຮຽນ- ພະນັກງານເຂົ້າຮຽນຕໍ່ ແລະ ປະຕິບັດຜົນການສອບເສັງເອົານັກສຶກສາເຂົ້າສຶກສາຕໍ່ທີ່ ມະຫາວິທະຍາໄລແຫ່ງຊາດ ລະບົບບໍ່ໄດ້ຈ່າຍຄ່າຮຽນ (ໄດ້ຮັບທຶນແບ່ງປັນ) ແລະ ລະບົບຈ່າຍຄ່າຮຽນ ເປັນໄປຕາມທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໃຫ້. ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ...

ສປປ ລາວ ຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານຂອງອາຊຽນໃນອະນາຄົດ

ກອງປະຊຸມ AEBF-24 ທີ່ຈັດຂຶ້ນໃນລະຫວ່າງວັນທີ 25-27 ກັນຍາ 2024 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ກາຍເປັນເວທີສໍາຄັນຂອງ ສປປ ລາວ ໃນການຊຸກຍູ້ບູລິມະສິດດ້ານພະລັງງານ ລວມທັງການເພີ່ມທະວີຄວາມໝັ້ນຄົງ...

ຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12:00 ໂມງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນສະພາບລະດັບນໍ້າສາຂາ ປະຈໍາວັນທີ 26 ກັນຍາ 2024. ເວລາ 12:00 ໂມງ ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສ່ຽງໃຕ້ພັດປົກ...

ພິທີເປີດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ AEBF ຄັ້ງທີ 24

ໃນວັນທີ 26 ກັນຍາ 2024, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ - ພິທີເປີດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ AEBF ຄັ້ງທີ 24...