spot_img
Homeຂ່າວຕ່າງປະເທດຮາວາຍອົບພະຍົບປະຊາຊົນ ເຫດພູເຂົາໄຟ 'ຄິລາເວ' ລະເບີດ

ຮາວາຍອົບພະຍົບປະຊາຊົນ ເຫດພູເຂົາໄຟ ‘ຄິລາເວ’ ລະເບີດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງໂຮໂນລູລູ, ປະເທດສະຫະລັດອາເມລິກາ ເມື່ອວັນທີ 3 ພຶດສະພາ ວ່າສຳນັກງານປ້ອງກັນໄພພົນລະເຮືອນເຂດຮາວາຍອອກຖະແຫລງການເມື່ອວັນພະຫັດເພື່ອຂໍຄວາມຮ່ວມມືໃຫ້ປະຊາຊົນກວ່າ 10.000ຄົນ ທີ່ອາໄສຢູ່ເກາະຮາວາຍເກາະຂະຫນາດໃຫຍ່ທີ່ສຸດໃນຫມູ່ເກາະຮາວາຍ ອົບພະຍົບອອກຈາກເຄຫາສະຖານເປັນການຊົ່ວຄາວ, ເນື່ອງຈາກການລະເບີດຂອງພູເຂົາໄຟ ‘ຄິລາເວ’ Kilauea ໃນເມືອງປູອູໂອໂອ ຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງເກາະຮາວາຍ ທີ່ມີແນວໂນ້ມຈະເກີດວິກິດຮຸນແຮງ.

ຜູ້ວ່າການລັດຮາວາຍ, ເດວິດ ອິເກະ ສັ່ງໃຫ້ເຈົ້າຫນ້າທີ່ກອງກຳລັງພິເສດກຽມຄວາມພ້ອມຂັ້ນສູງສຸດເພື່ອຮັບມືກັບສະຖານະການດັ່ງກ່າວທີ່ອາດເກີດເຫດໄດ້ຕະຫລອດເວລາ ແລະ ຂໍຄວາມຮ່ວມມືໃຫ້ປະຊາຊົນຕິດຕາມຂ່າວສານຢ່າງໃກ້ຊິດ.

ສຳນັກງານສຳຫລວດທໍລະນີສາດຂອງສະຫະລັດ (USGS) ກວດພົບການເກີດແຜ່ນດິນໄຫວຮຸນແຮງ 5.0 ເມື່ອເວລາປະມານ 10.30 ນາທີ ຕາມເວລາທ້ອງຖີ່ນຂອງວັນພະຫັດ ແຮງສັ່ນສະເທືອນສົ່ງຜົນໃຫ້ມີເສດຫີນຈຳນວນຫນື່ງລະເບີດອອກມາຈາກປ່ອງພູເຂົາໄຟ ແລະຕົກລົງມາ ອີກທັງຍັງມີມັກມາໄຫລອອກມາຍາວເຖີງ 16 ກິໂລແມັດ.

ເຈົ້າຫນ້າທີ່ປ້ອງກັນໄພພົນລະເຮືອນຮາວາຍເຜີຍເມື່ອວັນອາທິດວ່າພູເຂົາໄຟເກີດຮອຍແຕກໃຫມ່ອີກສອງຮອຍ ແລະ ເມື່ອກວດເບີ່ງທາງອາກາດແມ່ນພົບເຫັນຮອຍແຕກທັງຫມົດ 21 ຮອຍແລ້ວ, ມີແນວໂນ້ມວ່າຈະມີມັກມາໄຫລອອກມາຕາມຮອຍແຕກໃຫມ່ ແຕ່ບໍ່ສາມາດບອກທິດທາງການໄຫລໄດ້ ສ່ວນເມື່ອວັນສຸກແມ່ນເກີດເຫດແຜ່ນດິນໄຫວຂະຫນາດ 6.9 ຮຸນແຮງທີ່ສຸດໃນຮອບ 40 ປີ, ຫລັງຈາກນັ້ນກໍຍັງມີ Aftershock ຫລື ແຜ່ນດິນໄຫວເກີດຂື້ນອີກຫລາຍຮ້ອຍຄັ້ງຕາມມາ.

ນັກທໍລະນີວິທະຍາເຜີຍວ່າ ມັກມາທີ່ໄຫລຢູ່ໃນພູເຂົາໄຟເຮັດໃຫ້ເກີດແຜ່ນດິນໄຫວ ເຈົ້າຫນ້າທີ່ເຕືອນປະຊາຊົນໃຫ້ລະວັງກ໊າສກຳມະຖັນທີ່ສົ່ງອອກມາຕາມຮອຍແຕກພູເຂົາໄຟເພາະເປັນອັນຕະລາຍຕໍ່ສຸຂະພາບ ໂດຍສະເພາະຄົນຊະລາ ແລະຜູ້ມີບັນຫາກ່ຽວກັບລະບົບທາງເດີນຫາຍໃຈ.

ສຳລັບພູເຂົາໄຟຄິລາເວມີຄວາມສູງ 4.091ແມັດ ເປັນພູເຂົາໄຟ 1 ໃນ 5ລູກທີ່ຕັ້ງຢູ່ເທີງເກາະຮາວາຍ ແລະເປັນພູເຂົາໄຟທີ່ຍັງມີພະລັງງານຢູ່ ໂດຍກ່ອນຫນ້ານີ້ເຄີຍເກີດເຫດປະທຸຢ່າງຮຸນແຮງເມື່ອເດືອນ ມີນາ 1983.

 

 

 

 

ແຫລ່ງຂ່າວຕ່າງປະເທດ: TNA,TDN

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...