ພາບ​ປະຫວັດສາດ​ 2 ຜູ້​ນຳ​ເກົາ​ຫຼີ​ເໜືອ-ໃຕ້ ຈັບ​ມື​ຍ່າງ​ຂ້າມ​ເສັ້ນ​ແບ່ງ​ເຂດ​ແດນ​

ຫຼັງ​ຈາກ​ທີ່​ ທ່ານ ​ຄິມ​ ຈອງ​ອຶນ​ ເດີນທາງ​ເຖິງ​ເຂດ​ປອດ​ທະຫານ​ ແລະ​ລົງ​ຈາກລົດ​ ຍ່າງ​ຂ້າມ​ເສັ້ນ​ແບ່ງ​ເຂດ​ທາງ​ທະຫານ​ (ເອັມ​ດີ​ແອລ​) ທີ່​ຂັ້ນ​ກາງ​ຝັ່ງ​ເກົາ​ຫຼີ​ເໜືອ​ ແລະ​ເກົາ​ຫຼີ​ໃຕ້​ ເພື່ອ​ຈັບ​ມື​ກັບ​ປະ​ທາ​ນາ​ທິບໍ​ດີ​ມຸນ​ ແຈ​ອິນ​ ເຊິ່ງ​ກາຍ​ເປັນ​ປະຫວັດສາດ​ໃໝ່​ ໃນ​ຮອບ​ 65 ປີ​ ທີ່​ຜູ້​ນຳ​ເກົາ​ຫຼີ​ເໜືອ​ ຂ້າມ​ເສັ້ນ​ແບ່ງ​ເຂດ​ແດນ​ໄປ​ທີ່​ເກົາ​ຫຼີ​ໃຕ້​ອີກດ້ວຍ.​

ຈາກ​ນັ້ນ​ ປະ​ທາ​ນາ​ທິບໍ​ດີ​ ມຸນ​ ແຈ​ອິນ​ ຂອງ​ເກົາ​ຫຼີ​ໃຕ້​ກໍ​ໄດ້​ເຮັດ​ເຊີ​​ໄພຣ​​ ດ້ວຍ​ການ​ຈັບ​ມື​ກັບ​ ຄິມ​ ຈອງ​ອຶນ​ ຍ່າງ​ກ້າວ​ຂ້າມ​ເອັມ​ດີ​ແອລໄປ​ທີ່​ຝັ່ງ​ເກົາ​ຫຼີ​ເໜືອ​ ແລະ​ຍ່າງ​ກັບ​ມາ​ອີກຄັ້ງ​ໜຶ່ງ​ ກ່ອນ​ສົນທະນາ​ກັນ​ດ້ວຍ​ສີ​ໜ້າ​ຍິ້ມ​ແຍ້ມ​ ແລະ​ເຂົ້າ​ສູ່​ພິທີ​ການ​ຕ້ອນ​ຮັບ​ຢ່າງ​ທາງ​ການ​ ມີ​ເດັກ​ນັກ​ຮຽນ​ໄດ້​ມອບ​ດອກ​ໄມ້​ໃຫ້​ ທ່ານ ​ຄິມ​ ຕໍ່​ດ້ວຍ​ວົງ​ດຸ​ລິ​ຍາງ​ ບັນ​ເລງ​ເພງ​ ເຊິ່ງເປັນເພງ​ພື້ນ​ເມືອງ​ດັ່ງ​ເດີມ​ຂອງ​ເກົາ​ຫຼີ​.

ການ​ປະ​ຊຸມ​ສຸດຍອດ​ ລະຫວ່າງ​ເກົາ​ຫຼີ​ເໜືອ ​ແລະ​ເກົາ​ຫຼີ​ໃຕ້​ເລີ່ມ​ຕົ້ນ​ຂຶ້ນ​ແລ້ວ​ ໂດຍ​ ທ່ານ ມຸນ​ແຈ​ອິນ​ ປະ​ທາ​ນາ​ທິບໍ​ດີ​ເກົາ​ຫຼີ​ໃຕ້​ ແລະ​ ທ່ານ ຄິມ​ຈອງ​ອຶນ​ ຜູ້​ນຳ​ສູງ​ສຸດ​ແຫ່ງ​ ເກົາ​ຫຼີ​ເໜືອ​ ເຂົ້າ​ປະ​ຊຸມ​ຮ່ວມ​ກັນ​ໃນ​ມື້​ນີ້​ (27 ເມ​ສາ​) ເວລາ​ 9:30 ໂມງ​ ຕາມ​ເວລາ​ທ້ອງ​ຖິ່ນ​ ຫຼື​ 7:30 ໂມງຕາມເວລາປະເທດລາວ​ ທີ່​ໝູ່ບ້ານ​ປັນ​ມຸມ​ຈອມ​ ໃນ​ເຂດ​ປອດ​ທະຫານ​ ແຄມ​ຊາຍແດນ​ຂອງ​ສອງ​ປະເທດ​.

ການ​ປະ​ຊຸມສຸດຍອດ​ລະຫວ່າງ​ຜູ້​ນຳ​ເກົາ​ຫຼີ​ເໜືອ ​ແລະ​ໃຕ້​ໃ​ນ​ຄັ້ງ​ນີ້​ ນັບ​ເ​ປັ​ນ​ຄັ້ງທີ 3 ໃນ​ຮອບ​ 18 ປີ​ ແຕ່​ເ​ປັ​ນຄັ້ງທຳອິດ​ທີ່​ຈັດ​ຂຶ້ນ​ໃນ​ເກົາ​ຫຼີ​ໃຕ້​ ເພາະ​ສອງ​ຄັ້ງກ່ອນ​ກ່ອນ​ໃນ​ປີ​ 2000 ແລະ​ 2007 ລ້ວນ​ຈັດ​ຂຶ້ນ​ທີ່​ເກົາ​ຫຼີ​ເໜືອ​.

ລາຍ​ງານ​ຂອງ​ສຳ​ນັກ​ຂ່າວ​ກາງ​ເກົາ​ຫຼີ​ຂອງ​ເກົາ​ຫຼີ​ເໜືອ​ (KCNA) ຄິມ​ ຈອງ​ອຶນ​ຈະ​ຫາ​ລື​ຢ່າງ​ເປີດ​ໃຈ​ ໃນ​ປະ​ເດັນ​ທັງ​ໝົດ​ ທີ່ເກິດຂຶ້ນ​ເພື່ອ​ປັບ​ປຸງ​ຄວາມ​ສຳພັນ​ລະຫວ່າງ​ສອງ​ເກົາ​ຫຼີ​, ສ້າງ​ສັນ​ຕິ​ພາບ,​ ຄວາມຮັ່ງມີ​ ຕະຫຼອດ​ຈົນ​ການ​ລວມ​ຊາດ​ຂອງ​ແຫຼມ​ເກົາ​ຫຼີ​”.

ທັງ​ນີ້​ ການເດີນທາງ​ໄປ​ເກົາ​ຫຼີ​ໃຕ້​ໃ​ນ​ຄັ້ງ​ນີ້​ ເຮັດໃຫ້​ທ່ານ ຄິມ ​ກາຍ​ເປັນ​ຜູ້​ນຳ​ເກົາ​ຫຼີ​ເໜືອ​ຄົນທຳອິດທີ່​ກ້າວ​ຕີນ​ຢຽບ​ແຜ່ນດິນ​ເກົາ​ຫຼີ​ໃຕ້​ ນັບ​ຕັ້ງ​ແຕ່​ສິ້ນສຸດ​ສົງຄາມ​ເກົາ​ຫຼີ​ໃນ​ຊ່ວງ​ປີ​ 1950-1953 ເປັນ​ຕົ້ນ​ມາ.​

 

ແຫລ່ງຂ່າວ : China Xinhua News ແລະ muan.la

1 COMMENT

  1. เยี่ยมมากครับ พี่น้องที่เคยห่างกัน ก็กละบมาใกล้ชิดกันแล้ว

Comments are closed.